ກະຊວງສາທາລະນະສຸກອະນຸມັດໃຫ້ຜະລິດຢາເມັດ Molnupiravir ສຳລັບປິ່ນປົວ Covid-19 ທົ່ວປະເທດ


ທາງກະຊວງສາທາລະນະສຸກແຫ່ງ ສປປ ລາວ ໄດ້ອະນຸມັດໃຫ້ ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ໃນການຜະລິດຢາເມັດທີ່ໃຊ້ປິ່ນປົວ Covid-19 ຊື່ວ່າ Molnupiravir ເພື່ອຈະໄດ້ໃຫ້ນຳໃຊ້ບໍລິການປິ່ນປົວໂຣກດັ່ງກ່າວທົ່ວປະເທດ.

ສຳລັບຂັ້ນຕອນການຜະລິດຢາເມັດດັ່ງກ່າວແມ່ນຈະໄດ້ຜ່ານການທົດລອງ ໂດຍມີຊ່ຽວຊານຈາກອົງການອະນາໄມໂລກ (WHO) ກວດກາກ່ອນ. ພາຍໃນເດືອນທັນວານີ້ ແມ່ນຈະໄດ້ຜະລິດຢາອອກມາໃຫ້ໄດ້ປິ່ນປົວຜູ້ຕິດເຊື້ອໂຄວິດເປັນຈຳນວນ 1,000 ຄົນ.

ການທົດລອງດັ່ງກ່າວ ແມ່ນຈະແນໃສ່ກັບບັນດາອາສາສະໝັກກຸ່ມອາຍຸລະຫວ່າງ 18 – 65 ປີ ທີ່ໄດ້ເລີ່ມມີອາການລະດັບເບົາ ເຖິງ ປານກາງ, ບໍ່ມີອາການຮຸນແຮງເຊັ່ນປອດບວມ ຫຼື ຫາຍໃຈຕິດຂັດ ແລະ ຢູ່ໃນໄລຍະເລີ່ມຕິດເຊື້ອໂຄວິດ-19 ໂດຍທີ່ພວກເຂົາຈະໄດ້ຮັບຢາກິນເປັນເວລາ 5 ມື້.

ຢາເມັດ Molnupiravir ແມ່ນຜະລິດຕະພັນຈາກບໍລິສັດຢາຈາກສະຫະລັດອາເມຣິກາ Merck ພວກເຂົາໄດ້ສຳເລັດການທົດລອງຢາດັ່ງກ່າວດ້ວຍຜົນຕອບຮັບທີ່ດີ. ດ້ວຍເຫດນັ້ນ ຈຶ່ງໄດ້ມີການປະກາດອະນຸມັດ ການກະຈາຍການຜະລິດຢາປິ່ນປົວໂຄວິດນີ້ ໃຫ້ແກ່ບັນດາປະເທດທີ່ກຳລັງພັດທະນາ ເພື່ອທີ່ຈະໄດ້ເຂົ້າເຖິງການປິ່ນປົວຢ່າງທົ່ວເຖິງ.

ຢ່າງໃດກໍຕາມ, ທາງບໍລິສັດກໍໄດ້ແນະນຳວ່າ ໃນໄລຍະການທົດລອງນັ້ນ, ຢາດັ່ງກ່າວຈະມີປະສິດທິພາບທີ່ສຸດ ໃນການຊ່ວຍຫຼີກເວັ້ນຈາກອາການຮຸນແຮງ ແລະ ການເສຍຊີວິດ ແມ່ນຜູ້ປ່ວຍຈະຕ້ອງໄດ້ຮີບບໍລິໂພກຢາທັນທີທີ່ໄດ້ຮັບການຕິດເຊື້ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/