ໂລກອອນລາຍທີ່ເຕັມໄປດ້ວຍການຫຼອງລວງ? ບັນຫາທາງຈິດ “Pathological Liar” ທີ່ສ້າງເລື່ອງລາວປອມຂຶ້ນມາເພື່ອຕົວະຕົນເອງ ແລະ ຄົນອື່ນ


ໂດຍປົກກະຕິແລ້ວ ການຕົວະເເມ່ນເລື່ອງທໍາມະດາທີ່ສາມາດເກີດຂຶ້ນໄດ້ໃນທົ່ວໄປ ເຖິງແມ່ນວ່າເຈົ້າຈະບໍ່ມີອາການທາງຈິດກໍຕາມ. ແຕ່ຈຸດປະສົງຂອງການຕົວະມັກຈະເຊື່ອມຕໍ່ກັບຄວາມປາຖະໜາທີ່ຈະຫຼອກລວງຄົນອື່ນ ແລະ ບາງຄົນກໍເຮັດເພື່ອຜົນປະໂຫຍດສ່ວນຕົວ. ເຊິ່ງສາເຫດຂອງການຕວະນີ້ຍັງບໍ່ເປັນທີ່ແນ່ຊັດວ່າແມ່ນມີສາເຫດມາຈາກສຸຂະພາບຈິດຫຼືບໍ່? ແຕ່ສ່ວນຫຼາຍມັນເກີດຂື້ນຈາກຄວາມຮຸນແຮງທີ່ເກີດຂຶ້ນໃນອະດີດ, ເຊິ່ງສົ່ງຜົນກະທົບຕໍ່ຄວາມຮັບຮູ້ຂອງພວກເຂົາກ່ຽວກັບຄວາມຈິງທີ່ໂຫດຮ້າຍ.

ໃນປັດຈຸບັນ, ຜູ້ຄົນໄດ້ໃຫ້ຄວາມສົນໃຈ ແລະ ໃຊ້ເວລາສ່ວນໃຫຍ່ຢູ່ໃນໂລກອອນລາຍທີ່ເຕັມໄປດ້ວຍເລື່ອງລາວຕ່າງໆ, ຜູ້ຄົນຕ່າງແບ່ງປັນປະສົບການ, ຄວາມຄິດເຫັນ ແລະຊີວິດຂອງພວກເຂົາຜ່ານແພລັດຟອມ social media. ໂດຍແພລັດຟອມເຫຼົ່ານີ້ໄດ້ກາຍເປັນພື້ນທີ່ສໍາລັບການສະແດງອອກຕົວຕົນ, ສ້າງການເຊື່ອມຕໍ່ ແລະ ສ້າງພາບລັກ. ແຕ່ທ່າມກາງເລື່ອງລາວທີ່ໜ້າສົນໃຈຫຼາກຫຼາຍນີ້ກໍມີ “Pathological Liar” ຫຼື “ການຕົວະຕົນເອງ” ແອບແຝງຕົວຢູ່.

“ການຕົວະຕົນເອງ” ໃນບ່ອນນີ້ແຕ່ໝາຍເຖິງ ພຶດຕິກໍາການສ້າງເລື່ອງລາວປອມໆຂຶ້ນມາໃນໂລກອອນລາຍເພື່ອສ້າງພາບລັກທີ່ບໍ່ແມ່ນຄວາມຈິງ ແລະ ມັກທີ່ຈະເຮັດພຶດຕິກໍາເຫຼົ່ານີ້ຊ້ຳ ໂດຍບໍ່ມີຄວາມຮູ້ສຶກຮັບຜິດຊອບຕໍ່ຜົນທີ່ໄດ້ຮັບ

ຕົວຢ່າງຂອງ “Pathological Liar” ໃນໂລກອອນລາຍ:

  • ການຊື້ ແລະ ຂາຍຮູບພາບຂອງຄົນອື່ນ: ການຊື້ຮູບພາບຈາກແພລັດຟອມອອນລາຍເພື່ອອ້າງວ່າເປັນສະຖານທີ່ທີ່ຕົນເອງເຄີຍໄປ ຫຼື ກິດຈະກໍາທີ່ເຄີຍໄດ້ເຮັດ.
  • ການຮ້ອງຂໍແທັກຈາກຜູ້ອື່ນ: ຂໍໃຫ້ຄົນແທັກຕົນເອງໃນຂໍ້ຄວາມ ຫຼື ຮູບພາບເພື່ອສະແດງໃຫ້ເຫັນວ່າພວກເຂົາຮູ້ຈັກ ຫຼື ໃກ້ຊິດກັບບຸກຄົນ ຫຼື ສະຖານທີ່ນັ້ນໆ.
  • ການສ້າງໂປຣໄຟລ໌ປອມ: ສ້າງໂປຣໄຟລ໌ປອມດ້ວຍຮູບປອມ, ຂໍ້ມູນ ແລະ ປະສົບການທີ່ບໍ່ແມ່ນຄວາມຈິງເພື່ອດຶງດູດ ຫຼື ຫຼອກລວງຄົນອື່ນ.
  • ແບ່ງປັນຂ່າວລື ຫຼື ຂໍ້ມູນທີ່ບໍ່ຖືກຕ້ອງ: ແບ່ງປັນຂໍ້ມູນບໍ່ເປັນຄວາມຈິງເພື່ອໃຫ້ໄດ້ຮັບຄວາມສົນໃຈ, ສ້າງຄວາມວຸ້ນວາຍ ຫຼື ທໍາລາຍຊື່ສຽງຂອງຜູ້ອື່ນ.

ສາເຫດຂອງການ “Pathological Liar ໃນໂລກອອນລາຍ:

  • ຕ້ອງການໃຫ້ຄົນອື່ນຍອມຮັບ: ຕ້ອງການສ້າງພາບລັກທີ່ດູດີ, ໜ້າສົນໃຈ ແລະ ໜ້າຕິດຕາມເພື່ອໃຫ້ໄດ້ຮັບການຍອມຮັບຈາກສັງຄົມອອນລາຍ.
  • ຄວາມກົດດັນຈາກສັງຄົມ: ຮູ້ສຶກວ່າຖືກກົດດັນຈາກຄ່ານິຍົມ ຫຼື ກະແສໃນໂລກອອນລາຍ. ສະນັ້ນ, ຈຶ່ງຕ້ອງສ້າງເລື່ອງລາວໃຫ້ແທດເໝາະກັບສັງຄົມ.
  • ບັນຫາສຸຂະພາບຈິດ: ທ່ານອາດຈະມີບັນຫາສຸຂະພາບຈິດເຊັ່ນ: ໂຣກຊຶມເສົ້າ, ໂຣກວິຕົກກັງວົນ ຫຼື ຄວາມຜິດປົກກະຕິກ່ຽວກັບບຸກຄະລິກກະພາບ ເຊິ່ງສົ່ງຜົນກະທົບຕໍ່ການຮັບຮູ້ຂອງຄວາມເປັນຈິງ
  • ການຫຼີກໜີຈາກຄວາມເປັນຈິງ: ຕ້ອງການທີ່ໜີຈາກບັນຫາ ຫຼື ຄວາມເຈັບປວດໃນຊີວິດຈິງ ຈຶ່ງຕ້ອງສ້າງໂລກ virtual ທີ່ສົມບູນແບບຂຶ້ນມາ.

ຜົນກະທົບຂອງ “Pathological Liar” ໃນໂລກອອນລາຍ:

  • ທໍາລາຍຄວາມໜ້າເຊື່ອຖື: ເມື່ອຜູ້ຄົນຮູ້ຄວາມຈິງ ມັນຈະສົ່ງຜົນກະທົບຕໍ່ຄວາມໜ້າເຊື່ອຖື ແລະ ພາບລັກຂອງທ່ານໃນໂລກອອນລາຍ.
  • ສ້າງຄວາມເສຍຫາຍຕໍ່ຜູ້ອື່ນ: ອາດຈະທໍາລາຍຊື່ສຽງ ຫຼື ຄວາມສໍາພັນຂອງຄົນອື່ນ.
  • ສົ່ງຜົນກະທົບຕໍ່ສຸຂະພາບຈິດ: ການຕົວະຕົນເອງຊ້ຳໆ ອາດຈະສົ່ງຜົນກະທົບຕໍ່ສຸຂະພາບຈິດ ເຮັດໃຫ້ທ່ານຮູ້ສຶກຄຽດ, ວິຕົກກັງວົນ ແລະ ຮູ້ສຶກຜິດ.
  • ບິດເບືອນຄວາມເປັນຈິງ: ການແບ່ງປັນຂໍ້ມູນທີ່ບໍ່ຖືກຕ້ອງ ຫຼື ຂ່າວລື. ອາດຈະບິດເບືອນຄວາມເປັນຈິງ ສ້າງຄວາມເຂົ້າໃຈຜິດ ​ແລະ ​ນຳ​ໄປ​ສູ່​ບັນຫາ​ສັງຄົມ.

ວິທີການຈັດການກັບ “Pathological Liar” ອອນລາຍ:

  • ການກວດສອບຂໍ້ມູນ: ກວດສອບຄວາມຖືກຕ້ອງຂອງຂໍ້ມູນກ່ອນທີ່ຈະແບ່ງປັນ ຫຼື ເຊື່ອມັນ.
  • ຄິດວິເຄາະຢ່າງມີເຫດຜົນ: ຢ່າເຊື່ອທຸກຢ່າງທີ່ເຫັນໃນໂລກອອນລາຍ.
  • ຫຼີກເວັ້ນການແບ່ງປັນຂໍ້ມູນທີ່ບໍ່ຖືກຕ້ອງ: ຢ່າແບ່ງປັນຂ່າວລື ຫຼື ຂໍ້ມູນທີ່ບໍ່ສາມາດກວດສອບໄດ້.
  • ລາຍງານພຶດຕິກໍາທີ່ບໍ່ເໝາະສົມ: ລາຍງານແພລັດຟອມ social media ຖ້າທ່ານສັງເກດເຫັນພຶດຕິກຳການຕົວະ ຫຼື ສ້າງຂໍ້ມູນທີ່ບໍ່ຖືກຕ້ອງ.
  • ໃຫ້ການຊ່ວຍເຫຼືອ: ຖ້າເຈົ້າພົບວ່າຄົນໃກ້ຊິດຂອງທ່ານມີພຶດຕິກໍາ ຕົວະຕົນເອງ ຫຼຶ “Pathological Liar” ຄວນໃຫ້ກຳລັງໃຈ, ຊວນສົນທະນາ ແລະ ແນະນໍາໃຫ້ຂໍຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານ.

ໂລກອອນລາຍແມ່ນພື້ນທີ່ທີ່ເຕັມໄປດ້ວຍໂອກາດ. ແຕ່ກໍຍັງແອບແຝງໄປດ້ວຍອັນຕະລາຍຈາກ ‘Pathological Liar’ ແລະ ເປັນບັນຫາທີ່ຄວນຈະໄດ້ຮັບການແກ້ໄຂ.

ການຕົວະເປັນເລື່ອງທີ່ຜິດ ແລະ ບໍ່ດີຫຼາຍໃນສັງຄົມ. ພວກເຮົາບໍ່ຄວນມອງຂ້າມວ່າມັນເປັນເລື່ອງປົກກະຕິທີ່ວ່າໃຜໆກໍສາມາດເຮັດໄດ້ ເພາະໃນບາງຄັ້ງການຕົວະອາດຈະມາຈາກຄວາມບໍ່ໄດ້ຕັ້ງໃຈ ໃນສະພາບການນັ້ນຖືວ່າເປັນເລື່ອງທີ່ຍອມຮັບໄດ້. ແຕ່ຖ້າຫາກມັນເກີດຂຶ້ນເລື້ອຍໆ ບາງຄັ້ງທ່ານອາດຈະກຳລັງຢູ່ໃນສະພາວະຂອງການຫຼອກລວງຕົນເອງກໍເປັນໄດ້.

ທີ່ມາ:

facebook

medicalnewstoday

webmd

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/