ແຟນບານໃນ ຕຸຣເຄຍ ໂຍນຕຸກກະຕານັບໝື່ນ ລົງໃນສະໜາມ ເພື່ອເປັນການໄວ້ອາໄລ ເຖິງຜູ້ເສຍຊີວິດ ຈາກເຫດແຜ່ນດິນໄຫວໃນ ຕຸຣເຄຍ-ຊີເຣຍ

ແຟນບານໃນ-ຕຸຣເຄຍ-ໂຍນຕຸກກະຕາ

ນັບເປັນອີກໜຶ່ງພາບກິດຈະກໍາອັນໜ້າປະທັບໃຈຂອງແຟນບານ ໃນເກມທີ່ ເບຊິກຕັດ ເປີດບ້ານພົບກັບ ອັນຕາຍານສະເປີ ໃນການແຂ່ງຂັນ Super Lig ຫຼື ລີກສູງສຸດຂອງປະເທດ ຕຸຣເຄຍ ໃນວັນທີ 26 ກຸມພາ ທີ່ຜ່ານມານີ້. ເມື່ອແຟນບານທັງ 2 ທີມ ຮ່ວມກັນ ໂຍນຕຸກກະຕານັບໝື່ນ ລົງໃນສະໜາມ ເພື່ອເປັນການໄວ້ອາໄລ ເຖິງເດັກນ້ອຍ ແລະ ຜູ້ເສຍຊີວິດ ຈາກເຫດແຜ່ນດິນໄຫວໃນ ຕຸຣເຄຍ-ຊີເຣຍ.

ໂດຍກິດຈະກຳດັ່ງກ່າວໄດ້ເລີ່ມຂຶ້ນໃນນາທີ 4.17 ຂອງເກມ ເຊິ່ງເປັນເວລາດຽວກັນກັບເຫດການແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 2 ກຸມພາ ເວລາ 4:17 ເຊົ້າ. ໂດຍກຳມະການ ແລະ ຜູ້ຫຼິ້ນໃນສະໜາມຮ່ວມກັນຢຸດເກມ ແລະ ແຟນບານຫຼາຍກວ່າ 32.000 ຄົນ ຮ່ວມກັນໂຍນຕຸກກະຕາ, ເຄື່ອງຫຼິ້ນ, ຜ້າພັນຄໍ ແລະ ສິ່ງຂອງແທນໃຈຕ່າງໆ ລົງມາໃນສະໜາມ ເພື່ອເປັນການໄວ້ອາໄລ ເຖິງເດັກນ້ອຍ ແລະ ຜູ້ເສຍຊີວິດ ຈາກເຫດແຜ່ນດິນໄຫວໃນ ຕຸຣເຄຍ-ຊີເຣຍ.

ແຟນບານໃນ-ຕຸຣເຄຍ-ໂຍນຕຸກກະຕາ

ສະໂມສອນ ເບຊິກຕັດ ລະບຸໃນຖະແຫຼງການວ່າ: “ແຟນໆຂອງພວກເຮົາໄດ້ອອກກິດຈະກຳທີ່ມີຄວາມໝາຍຄວາມສຳຄັນຫຼາຍ ແລະ ຕັ້ງຊື່ກິດຈະກຳນີ້ວ່າ ຂອງຫຼິ້ນອັນນີ້ແມ່ນໝູ່ຂອງຂ້ອຍ ໃນລະຫວ່າງການແຂ່ງຂັນ ເພື່ອໄວ້ອາໄລ ເປັນຂວັນກຳລັງໃຈໃຫ້ແກ່ເດັກນ້ອຍທີ່ໄດ້ຮັບຜົນກະທົບຈາກເຫດການແຜ່ນດິນໄຫວ”.

ແຟນບານໃນ-ຕຸຣເຄຍ-ໂຍນຕຸກກະຕາ

ທາຍິບ ຊານຸກ (Tayyib Sanuc) ກອງຫຼັງຂອງເບຊິກຕັດກ່າວວ່າ: “ໃນຕອນນີ້ມີສິ່ງອື່ນທີ່ສຳຄັນກວ່າບານເຕະ ນັ້ນກໍຄືເຮົາກຳລັງຜ່ານຜ່າອຸປະສັກ ແລະ ໄລຍະເວລາທີ່ລຳບາກນີ້ ໃນຖານະຕົວແທນປະເທດ, ພວກເຮົາຈະຮ່ວມກັນປິ່ນປົວບາດແຜນີ້ໄປພ້ອມກັນ ເຊິ່ງກິດຈະກຳຂອງແຟນບານຂອງພວກເຮົາໃນມື້ນີ້ ເປັນສິ່ງທີ່ໜ້າປະທັບໃຈ”

ໂດຍເຫດການແຜ່ນດິນໄຫວທີ່ເກີດຂຶ້ນໃນຕົ້ນເດືອນກຸມພາທີ່ຜ່ານມານີ້ ຖືເປັນເຫດການໄພພິບັດທີ່ຮຸນແຮງ ແລະ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍທີ່ສຸດຄັ້ງໜຶ່ງໃນປະຫວັດສາດ ຂອງ ຕຸຣເຄຍ-ຊີເຣຍ ເຊິ່ງໃນປັດຈຸບັນມີຜູ້ເສຍຊີວິດແລ້ວ ຫຼາຍກວ່າ 50.000 ຄົນ.

ແຟນບານໃນ-ຕຸຣເຄຍ-ໂຍນຕຸກກະຕາ

ສຳລັບສະຖານະການໃນລີກຕຸຣເຄຍໃນປັດຈຸບັນ ແມ່ນແຂ່ງຂັນກັນມາແລ້ວ 22 ນັດ ແລະ ທີມທີ່ເປັນອັນດັບ 1 ໃນຕອນນີ້ແມ່ນ ກາລາຕາສະລາຍ ລົງແຂ່ງ 22 ນັດ ມີທັງໝົດ 54 ຄະແນນ ນຳອັນດັບ 2 ຢ່າງ ເຟເນປາເຊ ຢູ່ 6 ຄະແນນ ທີ່ລົງແຂ່ງ 22 ນັດເທົ່າກັນ ແລະ ມີຢູ່ 48 ຄະແນນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/