ເອົາແບບ ສາກົນ! ກະຊວງການເງິນ ກຳນົດໃໝ່ ໃຫ້ໃຊ້ຈຸດ (,) ໃນຕົວເລກເຕັມ ແລະ ໃຊ້ຈໍ້າ (.) ໃນຕົວເລກເສດ ໃນການບັນຊີທຸກຂະແໜງການ


ຫ້ອງການ ກະຊວງການເງິນ ອອກແຈ້ງການ ການນໍາໃຊ້ ເຄື່ອງໝາຍຫົວໜ່ວຍຕົວເລກ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 07 ຂອງກົດໝາຍວ່າດ້ວຍ ການບັນຊີ (ສະບັບປັບປຸງ) ກຳນົດໃໝ່ໃຫ້ ໃຫ້ໃຊ້ຈຸດ (,) ໃນຕົວເລກເຕັມ ແລະ ໃຊ້ຈໍ້າ (.) ໃນຕົວເລກເສດ ໃນການບັນຊີທຸກຂະແໜງການ.

ໂດຍ ເອກະສານດັ່ງກ່າວ ລະບຸວ່າ:

1. ການບັນທຶກບັນຊີ, ເອກະສານບັນຊີ ແລະ ເອກະສານລາຍງານການເງິນ ຂອງຫົວໜ່ວຍຖືບັນຊີ ຕ້ອງນໍາໃຊ້ເຄື່ອງ ໝາຍຫົວໜ່ວຍຕົວເລກ ເຊັ່ນ: ພັນ, ໝື່ນ, ແສນ, ລ້ານ, ຕື້ ຂຶ້ນໄປໃຫ້ນໍາໃຊ້ເຄື່ອງໝາຍຈຸດ ( , ) ແລະ ຈໍານວນເສດສ່ວນໃຫ້ນໍາໃຊ້ເຄື່ອງໝາຍຈໍ້າ ( . ) ເຂົ້າໃນການຈັດຕັ້ງປະຕິບັດວຽກງານບັນຊີ ນັບແຕ່ປີການບັນຊີ 2024 ເປັນຕົ້ນໄປ. ໃນກໍລະນີ, ຫົວໜ່ວຍຖືບັນຊີ ດໍາເນີນວຽກງານບັນຊີ ທີ່ບັນທຶກດ້ວຍມື ແມ່ນໃຫ້ເລີ່ມແຕ່ວັນທີ 01 ມິຖຸນາ 2024 ເປັນຕົ້ນໄປ;

2. ສໍາລັບໂປຣແກຣມບັນຊີແຫ່ງລັດ ແລະ ໂປຣແກຣມບັນຊີວິສາຫະກິດ ທີ່ໄດ້ຮັບອະນຸຍາດຈາກກະຊວງການເງິນ ໃນໄລະຍະຜ່ານມາ ຕ້ອງປັບປຸງເຄື່ອງໝາຍຫົວໜ່ວຍຕົວເລກ ເຊັ່ນ: ພັນ, ໝື່ນ, ແສນ, ລ້ານ, ຕື້ ຂຶ້ນໄປ ໃຫ້ນໍາໃຊ້ ເຄື່ອງໝາຍຈຸດ ( , ) ແລະ ຈໍານວນເສດສ່ວນໃຫ້ນໍາໃຊ້ເຄື່ອງໝາຍຈໍ້າ ( . ) ໃຫ້ສໍາເລັດ ແລະ ຕ້ອງສະເໜີກົມຄຸ້ມຄອງການບັນຊີກະຊວງການເງິນ ເພື່ອທົດສອບຄວາມຖືກຕ້ອງຂອງໂປຣແກຣມບັນຊີ ກ່ອນນໍາໃຊ້ ແລະ ຈໍາໜ່າຍທົ່ວໄປ ຕາມລະບຽບກົດໝາຍ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/