SOS ບໍ່ໄດ້ຫຍໍ້ມາຈາກຫຍັງ ແຕ່ມັນເປັນສັນຍານທີ່ຖືກເລືອກເພາະວ່າມັນສົ່ງສັນຍານ Morse ໄດ້ງ່າຍ ແລະ ເຂົ້າໃຈງ່າຍ.
ຫຼາຍຄົນເຂົ້າໃຈຜິດວ່າ SOS ຫຍໍ້ມາຈາກ “Save Our Souls” ຫຼື “Save Our Ship” ແຕ່ຄວາມຈິງແລ້ວ SOS ບໍ່ໄດ້ຫຍໍ້ມາຈາກຄຳໃດເລີຍ.
ກ່ອນໜ້າທີ່ຈະມີສັນຍານ SOS, ປະເທດຕ່າງໆຈະມີສັນຍານຂໍ້ຄວາມຊ່ວຍເຫຼືອທີ່ແຕກຕ່າງກັນ ຕົວຢ່າງເຊັ່ນ : CQD (ອັງກິດ), NC (ສະຫະລັດ) ແລະ SOE (ເຢຍລະມັນ) ເປັນຕົ້ນ.
ໃນປີ 1906 ໄດ້ມີການຕົກລົງກັນໃນສົນທິສັນຍາວິທະຍຸໂທລະເລກສາກົນ ຢູ່ທີ່ເມືອງຫຼວງ Berlin ປະເທດເຢຍລະມັນວ່າ ເຮືອທີ່ຢູ່ໃນພາວະສຸກເສີນຈະຕ້ອງໃຊ້ສັນຍານ SOS
ໂດຍເຫດຜົນທີ່ “SOS” ຖືກເລືອກແມ່ນຍ້ອນວ່າມັນງ່າຍຕໍ່ການສົ່ງສັນຍານ Morse ແລະ ໃຫ້ແນ່ໃຈວ່າການສື່ສານຈະບໍ່ຖືກບິດເບືອນ. ເນື່ອງຈາກ SOS ປະກອບດ້ວຍຈຸດສາມຈຸດ, ຂີດສາມຂີດ ແລະ ສາມຈຸດ (… / — / …) ເຊິ່ງມັນລຽບງ່າຍກວ່າສັນຍານອື່ນໆ.
ການນໍາໃຊ້ SOS ຄັ້ງທໍາອິດທີ່ຖືກບັນທຶກໄວ້ແມ່ນເກີດຂຶ້ນໃນປີ 1909 ໂດຍ Theodore D. Haubner ໃນເຮືອໄຟ (steamboat) SS Arapahoe ນອກຊາຍຝັ່ງຂອງ Cape Hatteras ໃນ North Carolina. ແຕ່ Haubner ກໍໄດ້ສົ່ງສັນຍານ CQD ຄວບຄູ່ໄປນຳ, ເນື່ອງຈາກວ່າສັນຍານ SOS ຍັງບໍ່ທັນເປັນທີ່ຮູ້ຈັກຫຼາຍ.
ຈຸດຫັນປ່ຽນທີ່ສໍາຄັນຄື ເຫດການເຮືອກຳປັ່ນ RMS Titanic ຕຳໃສ່ພູນ້ຳແຂງ ໃນວັນທີ 15 ເດືອນເມສາປີ 1912. Jack Phillips, ເຊິ່ງເປັນເຈົ້າໜ້າທີ່ວິທະຍຸຢູ່ເທິງກຳປັ່ນ ໄດ້ສົ່ງສັນຍານຂໍຄວາມຊ່ວຍເຫຼືອ CQD ໃນຕອນທໍາອິດ, ແຕ່ Harold Bride ເຈົ້າໜ້າທີ່ວິທະຍຸຮຸ່ນນ້ອງຂອງລາວ ໄດ້ແນະນໍາໃຫ້ລອງໃຊ້ສັນຍານ SOS ຄວບຄູ່ໄປນຳ, ໂດຍລາວກ່າວວ່າ “ນີ້ແມ່ນການນໍາໃຊ້ສັນຍານໃໝ່ທີ່ອາດຈະເປັນໂອກາດສຸດທ້າຍຂອງເຈົ້າຈະສົ່ງ”
ຫຼັງຈາກເຫດການ Titanic, ສັນຍານ SOS ກໍໄດ້ຮັບການຍອມຮັບຢ່າງກວ້າງຂວາງ ແລະ ຖືກນໍາໃຊ້ໃນທົ່ວໂລກຈົນເຖິງປັດຈຸບັນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/