ຮູ້ຈັກກັບ ກົນລະຍຸດ ການຕະຫຼາດ 5A ທີ່ຊ່ວຍໃຫ້ SMEs ສ້າງແບຣນໃຫ້ແຂງແຮງ


ດັ່ງທີ່ເຮົາຮູ້ກັນດີວ່າໃນປັດຈຸບັນມີການໃຊ້ກົນລະຍຸດການຕະຫຼາດຍຸກໃໝ່ເຂົ້າມາບໍລິຫານທຸລະກິດຫຼາຍຂຶ້ນ ເຊິ່ງການຕະຫຼາດຍຸກໃໝ່ນັ້ນ ກໍຄືມີການດໍາເນີນການ ແລະ ຂາຍຜ່ານຊ່ອງທາງອອນລາຍ ແຕ່ການຂາຍຜ່ານຊ່ອງທາງອອນລາຍຢ່າງດຽວບໍ່ໄດ້ຊ່ວຍໃຫ້ລູກຄ້າຢູ່ນໍາເຮົາໄດ້ຍາວນານ. ມື້ນີ້ Lao Xperts ຈຶ່ງໄດ້ນໍາເອົາ 5A ກົນລະຍຸດມັດໃຈລູກຄ້າ ການຕະຫຼາດຍຸກໃໝ່ມາຝາກທຸກໆທ່ານ.

ແຜນການຕະຫຼາດ ຫຼື ກົນລະຍຸດແບບ 5A ເປັນໂມເດວທີ່ຖືກຂຽນໄວ້ໃນປຶ້ມເຫຼັ້ມດັງ ຄື Marketing 4.0 ໂດຍ Philip Kotler ນັກການຕະຫຼາດຊື່ດັງລະດັບໂລກ ໂດຍໂມເດວນີ້ເປັນໂມເດວທີ່ໃຊ້ວາງແຜນຂະບວນການເຮັດການຕະຫຼາດເພື່ອໃຫ້ແບຣນເຫັນຈຸດຢືນຂອງຕົນເອງ ແລະ ເຮັດໃຫ້ລູກຄ້າທີ່ເປັນພຽງແຕ່ຄົນແປກໜ້າກາຍມາເປັນຄົນທີ່ພ້ອມຈະເເນະນໍາ ໃຫ້ຄົນອື່ນໃຊ້ສິນຄ້າຂອງເຮົາໂດຍບໍ່ຕ້ອງເສຍຄ່າໂຄສະນາເພີ່ມ ເຊິ່ງແຜນການຕະຫຼາດແບບ 5A ຫຼື 5ຂັ້ນຕອນນັ້ນ ຜູ້ປະກອບການ SMEs ກໍເຮັດໄດ້ງ່າຍໆດ້ວຍຕົນເອງ.

ການຕະຫຼາດ 5A ປະກອບມີ:

  • Aware ສ້າງການຮັບຮູ້ຄວາມມີຕົວຕົນຂອງແບຣນ
  • Appeal ດຶງດູດຄວາມສົນໃຈ
  • Ask ນໍາສະເໜີຂໍ້ມູນລາຍລະອຽດ ເພື່ອໃຫ້ລູກຄ້າຕັດສິນໃຈ
  • Act ລູກຄ້າຕັດສິນໃຈຊື້ສິນຄ້າຂອງແບຣນ
  • Advocate ການບອກຕໍ່ (ຫຼັງຈາກໃຊ້ແລ້ວມັກ)

ການຕະຫຼາດ 5A ຊ່ວຍໃຫ້ SMEs ສ້າງແບຣນ ແລະ ສ້າງທຸລະກິດໃຫ້ເເຂງແຮງໄດ້ແບບໃດ? ແລະ ມີເຄື່ອງມືເຕັກໂນໂລຊີຫຍັງແດ່ທີ່ຊ່ວຍໃຫ້ເຮັດການຕະຫຼາດໄດ້ງ່າຍຂຶ້ນ?

ຂັ້ນຕອນທີ 1: Aware ສ້າງການຮັບຮູ້ຄວາມມີຕົວຕົນຂອງແບຣນ:

ຂັ້ນຕອນທໍາອິດນີ້ ຄືເຮັດແບບໃດ ໃຫ້ລູກຄ້າຮັບຮູ້ຄວາມມີຕົວຕົນຂອງສິນຄ້າ ຫຼື ບໍລິການຂອງເເບຣນ ໃນຍຸກປັດຈຸບັນເຮັດໄດ້ບໍ່ຍາກ ເພາະຄົນສ່ວນໃຫຍ່ໃຊ້ ໂທລະສັບ ແລະ ອອນລາຍໄດ້ຕະຫຼອດ 24 ຊົ່ວໂມງ ຜູ້ປະກອບການສາມາດໃຊ້ຊ່ອງທາງເຊັ່ນ ໂຊຊຽວມີເດຍ, ເວັບໄຊ ຫຼື ການໂຄສະນາທາງອອນລາຍ ໃຫ້ລູກຄ້າຮູ້ວ່າມີສິນຄ້ານີ້ຢູ່ແລ້ວ ຫຼັກການຄືເຮັດໃຫ້ເຫັນຕະຫຼອດ ແລ້ວລູກຄ້າຈະຈື່ໄດ້ ແຕ່ຕ້ອງລະວັງຢ່າໃຫ້ຫຼາຍເກີນໄປຈົນກາຍເປັນໜ້າລໍາຄານ.

ຕົວຢ່າງ ເຄື່ອງມືທີ່ໃຊ້ໃນຂັ້ນຕອນນີ້ຄື:

  • Meta Business Suite: ເຄື່ອງມືຈັດການກິດຈະກໍາທາງການຕະລາດ ແລະ ໂຄສະນາທັງໝົດໃນ Facebook ແລະ Instagram
  • Tellscore: ເຄື່ອງມືໃນການຫາຜູ້ມີອິດທິພົນໃນໂຊຊຽວມີເດຍ ຫຼື ອິນຟູເອັນເຊີ ໃຫ້ຖືກກຸ່ມເປົ້າໝາຍລູກຄ້າທີ່ແບຣນຕັ້ງໄວ້
  • Readyplanet: ແພລັດຟອມທີ່ຮວບຮວມການຂາຍ ແລະ ການຕະຫຼາດໄວ້ບ່ອນດຽວກັນ ຄອບຄຸມທັງການສ້າງ ແລະ ບໍລິຫານຈັດການເວັບໄຊ ໂຄສະນາອອນລາຍ ແລະ ບໍລິຫານຄວາມສໍາພັນຂອງລູກຄ້າ.

ຂັ້ນຕອນທີ 2: Appeal ດຶງດູດຄວາມສົນໃຈ:

          ເມື່ອລູກຄ້າຮັບຮູ້ວ່າມີສິນຄ້າ ຫຼື ບໍລິການຂອງແບຣນແລ້ວ ຂັ້ນຕໍ່ໄປຄືການເຮັດແບບໃດໃຫ້ລູກຄ້າສົນໃຈຢາກຮູ້ຈັກສິນຄ້າຂອງເຮົາໃຫ້ຫຼາຍຂຶ້ນ ໃນຂັ້ນຕອນນີ້ການອາໄສເວັບໄຊເພື່ອໃຫ້ຂໍ້ມູນສໍາຄັນຫຼາຍ ການເຮັດຄອນເທັນດີໆ ທີ່ອອກມາໃຫ້ຂໍ້ມູນ ສະຖານທີ່ ວິທີການສັ່ງຊື້ ຈຶ່ງສໍາຄັນ ດັ່ງນັ້ນການເຮັດຄອນເທັນໃຫ້ເຂົ້າກັບສິນຄ້າຂອງເຮົາ ກໍເປັນອີກໜຶ່ງທາງເລືອກທີ່ຈະເຮັດໃຫ້ລູກຄ້າສົນໃຈ ລວມເຖິງດຶງດູດລູກຄ້າໃໝ່ໆເຂົ້າມາຊື້ສິນຄ້າຂອງເຮົາອີກດ້ວຍ

ຕົວຢ່າງ ເຄື່ອງມືທີ່ໃຊ້ໃນຂັ້ນຕອນນີ້ຄື:

  • Chat GPT: ລະບົບ Chatbot ທີ່ປະສົມກັບເຕັກໂນໂລຊີ AI ທີ່ເຂົ້າມາຊ່ວຍຕອບຄໍາຖາມທີ່ແບຣນຢາກຮູ້ ຫຼື ຊ່ວຍຂຽນຄອນເທັນ ຂຽນໂປຣໂມຊັນ ຫຼື ຊ່ວຍວາງກົນລະຍຸດໃຫ້ກັບແບຣນ
  •  Canva: ແພລັດຟອມອອກແບບກາຟຟິກ ໃຊ້ໃນການອອກແບບຮູບປະກອບການໂພສ ໃນໂຊຊຽວມີເດຍ ສາມາດໃຊ້ອອກແບບໄດ້ທັງຮູບ ແລະ ວິດີໂອ ໃຊ້ງານງ່າຍ ແລະ ມີ template ໃຫ້ເລືອກໃຊ້ງານຈໍານວນຫຼາຍ
  • Mandala AI: ເປັນເຄືອງມື Social listening ທີ່ສາມາດຊ່ວຍຮວບຮວມ ແລະ ວິເຄາະພຶດຕິກໍາ ຂອງຄົນທີ່ເຂົ້າມາໃຊ້ໃນໂຊຊຽວມີເດຍ ພ້ອມທັງປະມວນຜົນຂໍ້ມູນຕ່າງໆ ເພື່ອໃຫ້ເຫັນເຖິງພຶດຕິກໍາຂອງລູກຄ້າໄດ້.

ຂັ້ນຕອນທີ 3: Ask ນໍາສະເໜີຂໍ້ມູນລາຍລະອຽດ ເພື່ອໃຫ້ລູກຄ້າຕັດສິນໃຈ:

ເມືອລູກຄ້າສົນໃຈສິນຄ້າ ຫຼື ບໍລິການຂອງແບຣນແລ້ວ ສິ່ງທີ່ຕາມມາແມ່ນຄໍາຖາມ ກ່ຽວກັບສິນຄ້າ ຫຼື ບໍລິການນັ້ນໆ ດັ່ງນັ້ນແບຣນ ຈະຕ້ອງກຽມຂໍ້ມູນໃຫ້ພ້ອມສໍາລັບຕອບຂໍ້ສົງໄສຂອງລູກຄ້າໃນທຸກຊ່ອງທາງ ໃນກໍລະນີນີ້ ຖ້າຫາກແບຣນສາມາດຕອບລູກຄ້າໄດ້ທຸກເວລາ ກໍຈະຊ່ວຍໃຫ້ລູກຄ້າຕັດສິນໃຈຊື້ໄດ້ງ່າຍຂຶ້ນ.

ຕົວຢ່າງ ເຄື່ອງມືທີ່ໃຊ້ໃນຂັ້ນຕອນນີ້ຄື:

  • ZWIZ.AI: ລະບົບ Chatbot ຊ່ວຍຕອບຄໍາຖາມລູກຄ້າໄດ້ທັນທີ ຜ່ານຊຸດຂໍ້ມູນທີ່ມີໃນລະບົບ ພ້ອມຊ່ວຍວິເຄາະຂໍ້ມູນເຊີງເລິກຂອງລູກຄ້າ ເພື່ອໃຫ້ແບຣນປິດການຂາຍໄດ້ງ່າຍຂຶ້ນ
  • PAM: ຊອບແວ Marketing Automation ທີ່ຈັດການຮວບຮວມຈັດກຸ່ມລູກຄ້າ ແລະ ເບິ່ງແຍງຂໍ້ມູນລູກຄ້າ ເຮັດໃຫ້ແບຣນສາມາດແຍກປະເພດຂອງລູກຄ້າໄດ້ ພ້ອມກັບນໍາຂໍ້ມູນທີ່ມີມາສ້າງແຄມເເປນ ທາງການຕະຫຼາດໃຫ້ກົງກັບກຸ່ມເປົ້າໝາຍໄດ້ຫຼາຍຂຶ້ນ.

ຂັ້ນຕອນທີ 4: Act ລູກຄ້າຕັດສິນໃຈຊື້ສິນຄ້າຂອງແບຣນ

ຫຼັງຈາກທີ່ລູກຄ້າສອບຖາມຂໍ້ມູນ ແລ້ວຕົວສິນຄ້າຖືກຕ້ອງກັບຄວາມຕ້ອງການ ຂັ້ນຕໍ່ໄປກໍແມ່ນການຕັດສິນໃຈຊື້ສິນຄ້າ ຫຼື ບໍລິການ. ດັ່ງນັ້ນສິ່ງທີ່ແບຣນຄວນເຮັດຄືການອໍານວຍຄວາມສະດວກໃນການດໍາເນີນການຊື້ສິນຄ້າ ຫຼື ການຊື້ທີ່ງ່າຍທີ່ສຸດ ຕັ້ງແຕ່ການເລືອກສິນຄ້າ, ໃສ່ບ່ອນສົ່ງ, ອອກບິນ ແລະ ໄປຈົນຮອດການຈ່າຍເງິນ.

ຕົວຢ່າງ ເຄື່ອງມືທີ່ໃຊ້ໃນຂັ້ນຕອນນີ້ຄື:

  • ເທບ Shop: ເເພລັດຟອມຂາຍເຄື່ອງອອນລາຍທີ່ຮວບຮວມໂຊຊຽວມີເດຍທັງໝົດທີ່ມີ ເຂົ້າໄວ້ນໍາກັນ ເພື່ອຄວາມສະດວກ ແລະ ວ່ອງໄວ ໃນການບໍລິຫານຈັດການ ແລະ ຕອບແຊັດລູກຄ້າ
  • Page 365: ລະບົບທີ່ຮວບຮວມຊ່ອງທາງການຂາຍອອນລາຍທຸກຊ່ອງທາງໄວ້ບ່ອນດຽວ ແລະ ຊ່ວຍໃນເລື່ອງການຮັບອໍເດີ, ເປີດບິນ, ອອກໃບກໍາກັບພາສີ ແລະ ລວມເຖິງສາມາດໃຊ້ໃນການກວດສອບສະຕັອກສິນຄ້າໄດ້
  • 2C2P: ລະບົບຊໍາລະເງິນດິຈິຕອນ ຫຼື ຕົວຊ່ວຍໃນການຊໍາລະເງິນອອນລາຍເຮັດໄດ້ຫຼາກຫຼາຍຊ່ອງທາງ ເຊັ່ນ: ການໂອນເງິນ, ຕັດບັດເຄຣດິດ ຫຼື ພ້ອມຈ່າຍ.

ຂັ້ນຕອນທີ 5: Advocate ການບອກຕໍ່ (ຫຼັງຈາກໃຊ້ແລ້ວມັກ)

ເມືອລູກຄ້າຊື້ເຄື່ອງໄປແລ້ວ ສິ່ງທີ່ແບຣນຕ້ອງການຕໍ່ໄປ ແມ່ນການກັບມາຊື້ຊໍ້າ ຫຼື ການບອກຕໍ່ສິນຄ້າໃນກຸ່ມຜູ້ບໍລິໂພກເອງ ເຊິ່ງຂັ້ນຕອນນີ້ຈະມາຈາກຄວາມພຶງພໍໃຈຫຼັງຈາກທີ່ລູກຄ້າໃຊ້ງານສິນຄ້າໄປແລ້ວ. ໂດຍສິ່ງທີ່ເຮັດໃຫ້ແບຣນສາມາດຮັກສາຖານລູກຄ້າເກົ່າໄວ້ໄດ້ ຫຼື ເຮັດໃຫ້ເກີດແບຣນ Loyalty ຄືກັນກັບ ການອອກບັດສະມາຊິກ ຫຼື ຂອງແຖມເມື່ອຊື້ຄົບ 10 ຢ່າງ.

ຕົວຢ່າງ ເຄື່ອງມືທີ່ໃຊ້ໃນຂັ້ນຕອນນີ້ຄື:

  • Line Reward Card: ລະບົບສະສົມແຕ້ມທີ່ເຊື່ອມກັບ Line OA ສາມາດໃຊ້ແຈກແຕ້ມ ແລກແຕ້ມ ແລະ ຈັດການແຕ້ມໃຫ້ກັບລູກຄ້າທີ່ເຂົ້າມາໃຊ້ບໍລິການ ຫຼື ຊື້ສິນຄ້າຂອງຮ້ານເຮົາໄດ້
  • Taximail: ລະບົບບໍລິການສົ່ງອີເມລມາເກັດຕິງ ເພື່ອໃຫ້ລູກຄ້າເຫັນແຄັມເປນການຕະຫຼາດ ໂປໂມຊັ່ນປະຈໍາເດືອນ ຫຼື Gift Voucher
  • Zoho: ລະບົບບໍລິຫານຄວາມສໍາພັນກັບລູກຄ້າ (Customer Relation Management) ແລະ ສ້າງຄວາມສໍາພັນກັບລູກຄ້າໃນໄລຍະຍາວ.

ເຊິ່ງທັງໝົດນີ້ກໍແມ່ນ ກົນລະຍຸດການຕະຫຼາດ 5A ທີ່ Lao Xperds ໄດ້ຮວບຮວມມາໃຫ້ທຸກທ່ານຮູ້ ສໍາລັບໃຜທີ່ມີແຜນຈະເລີ່ມເຮັດທຸລະກິດ ຫຼື ກໍາລັງເຮັດທຸລະກິດຢູ່ ສາມາດລອງໃຊ້ ການຕະຫຼາດ 5Aໄດ້ ເພາະນອກຈາກຈະຊ່ວຍໃຫ້ທຸລະກິດ ຈັດການລະບົບ ຂໍ້ມູນຫຼັງບ້ານໄດ້ງ່າຍ ແລະ ສະດວກແລ້ວ ຍັງຊ່ວຍໃຫ້ແບຣນເຮັດການຕະຫຼາດໄດ້ຖືກຈຸດ ຖືກກຸ່ມເປົ້າໝາຍ ແລະ ສາມາດຂະຫຍາຍໂອກາດທາງທຸລະກິດໄດ້ໄກຂຶ້ນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/