ຮັກຢູ່ ແຕ່ກໍລຳຄານ! ວ່າດ້ວຍເຫດຜົນ ແລະ ວິທີຮັບມືກັບໝູ່ທີ່ແສນຈະຂັດໃຈເຮົາ ແຕ່ເລີກຄົບບໍ່ໄດ້


ໃນຊີວິດຂອງພວກເຮົາ ທຸກຄົນລ້ວນແຕ່ຈະມີໝູ່ທີ່ຄອຍຢືນຢູ່ຄຽງຂ້າງ ບໍ່ວ່າຈະເປັນທີ່ປຶກສາ ຫຼື ແບ່ງປັນທຸກສຸກ ຮ່ວມຫົວຮ່ວມຫາງຜ່ານເລື່ອງລາວຕ່າງໆມານຳກັນ, ແຕ່ບໍ່ແມ່ນວ່າຄວາມສໍາພັນກັບໝູ່ເພື່ອນທຸກຄົນຈະລາບລື່ນສະເໝີໄປ. ໃນບາງຄັ້ງກໍມີ​ໝູ່​ບາງ​ຄົນທີ່​ມັກ​ຈະຂັດໃຈ​ເຮົາ​ ແລະ ສ້າງຄວາມ​ລຳ​ຄານໃຫ້ເຮົາຢູ່ເລື້ອຍໆ.

ໃນສະຖານະການເຫຼົ່ານີ້ສາມາດເຮັດໃຫ້ເຮົາເກີດຄຳຖາມຂຶ້ນມາໃນຫົວຫຼາຍຢ່າງວ່າ ເປັນຫຍັງເຮົາຈຶ່ງຍັງຄົບກັບໝູ່ຄົນນີ້ຢູ່ ເປັນຫຍັງເຮົາຈຶ່ງຍັງທົນກັບພຶດຕິກຳຂອງເຂົາຢູ່ ແລ້ວເຮົາຄວນຈະເຮັດແບບໃດຕໍ່ໄປ?

ໃນບົດຄວາມນີ້, ພວກເຮົາຈະແກ້ໄຂຄວາມເລິກລັບເຫຼົ່ານີ້ ແລະ ສະເໜີຄໍາແນະນໍາສໍາລັບການຈັດການກັບໝູ່ເພື່ອນທີ່ມັກຈະຂັດໃຈ ເພື່ອຮັກສາຄວາມສຳພັນທີ່ດີເອົາໄວ້ ໂດຍບໍ່ຕ້ອງທໍລະມານໃຈອີກ.

ຕົ້ນຕໍຂອງຄວາມຂັດໃຈ: ເປັນຫຍັງເຮົາເຖິງຍັງຄົບກັບໝູ່ຜູ້ນີ້ຢູ່?

ມີຫຼາຍເຫດຜົນທີ່ວ່າເປັນຫຍັງເຮົາຍັງທົນຄົບກັບໝູ່ຄົນນີ້ທີ່ແສນຈະຂັດໃຈເຮົາຢູ່ເປັນປະຈຳ. ເຊິ່ງບາງສ່ວນອາດຈະມາຈາກປັດໄຈພາຍນອກເຊັ່ນ:

  • ຄວາມຜູກພັນໃນອະດີດ: ພວກເຮົາອາດຈະມີຄວາມຊົງຈໍາທີ່ດີ ຮ່ວມ​ກັນ​​ໝູ່ຄົນ​​ນີ້​ຫຼາຍ​ ແລະ ຜ່ານປະສົບການຫຼາຍຢ່າງຮ່ວມກັນຈົນເຮັດເຮົາບໍ່ຕ້ອງການທີ່ຈະຕັດສາຍສຳພັນ.
  • ຄວາມກັງວົນກ່ຽວກັບຄວາມຮັບຮູ້ຂອງຄົນອື່ນ: ເຮົາອາດຈະກັງວົນວ່າຖ້າຫາກຕັດໝູ່ຄົນນີ້ອອກ ແລ້ວຄົນ​ອື່ນ​ຈະ​ເບິ່ງ​ເຮົາ​ແນວ​ໃດ? ຢ້ານ​ວ່າ​ຈະ​ຖືກ​ເບິ່ງ​ວ່າ​ເຮົາເປັນ​ຄົນໃຈຮ້າຍ ຫຼື ຢ້ານເສຍຊື່ສຽງ
  • ຄວາມຢ້ານກົວທີ່ຈະສູນເສຍ: ພວກເຮົາອາດຈະຢ້ານວ່າຖ້າພວກເຮົາຕັດໝູ່ຄົນນີ້ອອກ, ພວກເຮົາຈະບໍ່ມີໝູ່ເຫຼືອຢູ່ເລີຍ. ຢ້ານທີ່ຈະຮູ້ສຶກໂດດດ່ຽວ ຫຼື ຢ້ານວ່າບໍ່ມີໃຜຢູ່ຄຽງຂ້າງອີກ.

ນອກຈາກນີ້, ຍັງມີປັດໄຈພາຍໃນທີ່ສົ່ງຜົນຕໍ່ຄວາມຄິດ, ຄວາມຮູ້ສຶກ ແລະ ພຶດຕິກໍາຂອງ ເຮົາເອງເຊັ່ນ:

  • ຄວາມ​ໝັ້ນຄົງ​ໃນ​ຕົນເອງ​ຕ່ຳ: ເຮົາ​ອາດ​ຈະມີ​ self-esteem ໃນ​ຕົນເອງ​ຕ່ຳ ແລະ​ຂາດ​ຄວາມ​ໝັ້ນ​ໃຈ​ໃນ​ຕົນ​ເອງ. ຈົນເຮັດໃຫ້ຍອມທົນຕໍ່ພຶດຕິກຳຂອງໝູ່ທີ່ບໍ່ດີ ເພາະຢ້ານວ່າຈະບໍ່ມີໃຜຄົບນຳ.
  • ຄວາມ​ຮູ້ສຶກຜິດ: ເຮົາ​ອາດ​ຮູ້ສຶກ​ຜິດ​ຕໍ່​ໝູ່​ຄົນ​ນີ້. ເພາະ​ເຄີຍເຮັດສິ່ງ​ທີ່​ຜິດ​ຕໍ່​ເຂົາມາກ່ອນ ຫຼື​ ເຄີຍ​ມີ​ການ​ຜິດ​ຖຽງ​ກັນ​ຢ່າງ​ຮຸນ​ແຮງ ຈົນເຮັດໃຫ້ບໍ່ຢາກຕັດຄວາມສໍາພັນ
  • ຄວາມເຄີຍຊິນ: ອາດຈະຄຸ້ນເຄີຍກັບພຶດຕິກໍາຂອງໝູ່ຄົນນີ້ ຈົນກາຍເປັນຄວາມລຶ້ງເຄີຍ ມອງຂ້າມສິ່ງທີ່ເຮັດໃຫ້ຂັດໃຈ ຈົນ​ບໍ່​ກ້າ​ປ່ຽນ​ແປງ​ຫຍັງ

ຜົນກະທົບຈາກໝູ່ທີ່ແສນຈະຂັດໃຈ

ການມີໝູ່ທີ່ມັກຂັດໃຈ ຫຼື ເຮັດຫຍັງບໍ່ຖືກໃຈຈະສົ່ງຜົນກະທົບທາງລົບຕໍ່ທັງສຸຂະພາບຈິດ ແລະ ຮ່າງກາຍຂອງພວກເຮົາດັ່ງຕໍ່ໄປນີ້:

  • ຄວາມຄຽດ: ເຮົາຈະຮູ້ສຶກຄຽດ, ກະວົນກະວາຍ, ຫງຸດຫງິດ, ແລະ ລຳຄານໃນໃຈຢູ່ສະເໝີ ສິ່ງນີ້ສົ່ງຜົນກະທົບຕໍ່ອາລົມ ແລະ ຄວາມຮູ້ສຶກຂອງເຮົາ.
  • ຄວາມບໍ່ໝັ້ນໃຈ: ເຮົາອາດຈະຮູ້ສຶກບໍ່ໝັ້ນໃຈໃນຕົວເຮົາເອງ. ຫຼຸດຄຸນຄ່າຕົນເອງ ເພາະຮູ້ສຶກວ່າຕົນເອງບໍ່ດີພໍ ທີ່ຕ້ອງທົນຢູ່ກັບພຶດຕິກໍາຂອງໝູ່ເພື່ອນ
  • ບັນຫາສຸຂະພາບຮ່າງກາຍ: ຄວາມກົດດັນທີ່ສະສົມຈາກການຢູ່ກັບໝູ່ເພື່ອນທີ່ມັກຈະຂັດໃຈ. ສົ່ງຜົນກະທົບຕໍ່ສຸຂະພາບທາງດ້ານຮ່າງກາຍ ເຮັດໃຫ້ເກີດພະຍາດຕ່າງໆເຊັ່ນ: ຄວາມດັນເລືອດສູງ, ພະຍາດຫົວໃຈ ຫຼື ລະບົບພູມຕ້ານທານທີ່ອ່ອນແອ.
  • ຄວາມສໍາພັນອື່ນໆເສຍຫາຍ: ການອຸທິດເວລາ ແລະ ຄວາມສົນໃຈໃຫ້ກັບໝູ່ເພື່ອນທີ່ເຮົາບໍ່ພໍໃຈ. ສາມາດເຮັດໃຫ້ພວກເຮົາລະເລີຍຄວາມສໍາພັນກັບຄົນອື່ນເຊັ່ນ: ຄອບຄົວ, ໝູ່ສະໜິດ ຫຼື ຄູ່ຮັກ.

ວິທີການຮັບມືກັບໝູ່ຂອງເຮົາ

ການຈັດການກັບໝູ່ທີ່ມັກຂັດໃຈໄປທຸກຢ່າງນັ້ນ ມັນບໍ່ແມ່ນເລື່ອງງ່າຍ ແຕ່ກໍບໍ່ແມ່ນວ່າຈະເປັນໄປບໍ່ໄດ້. ໃຫ້ທ່ານລອງປັບໃຊ້ແນວທາງແນະນຳເຫຼົ່ານີ້ເບິ່ງ ເຜື່ອວ່າຈະຊ່ວຍໃຫ້ຄວາມສໍາພັນຂອງເຮົາກັບໝູ່ດີຂຶ້ນໂດຍບໍ່ຕ້ອງທໍລະມານ

  1. ເວົ້າກົງໄປກົງມາ

ການສື່ສານຢ່າງກົງໄປກົງມາແມ່ນກຸນແຈສໍາຄັນໃນການແກ້ໄຂບັນຫາ. ຊອກຫາໂອກາດທີ່ຈະລົມກັບໝູ່ຢ່າງໃຈເຢັນ. ອະທິບາຍໃຫ້ລາວຮູ້ວ່າພຶດຕິກໍາຂອງລາວເຮັດໃຫ້ເຮົາຮູ້ສຶກແນວໃດ. ພະຍາຍາມຟັງທັດສະນະຂອງເຂົາເຈົ້າດ້ວຍຄວາມເຂົ້າໃຈ ແລະ ຊອກຫາວິທີແກ້ໄຂຮ່ວມກັນ

  1. ກໍານົດຂອບເຂດ

ບອກກັບໝູ່ຂອງເຮົາໃຫ້ຊັດເຈນກ່ຽວກັບອັນໃດທີ່ເຮົາສາມາດຮັບໄດ້. ການ​ກຳນົດ​ຂອບ​ເຂດ​ຈະຊ່ວຍ​ໃຫ້​ໝູ່​ຂອງ​ທ່ານ​ເຂົ້າ​ໃຈ​ວ່າ​ບາງ​ພຶດ​ຕິ​ກຳ​ຂອງ​ເຂົາ​ຈະ​ບໍ່​ຍອມ​ຮັບໄດ້ ແລະ ​ຊ່ວຍ​ເຂົາ​ໃຫ້​ມີ​ສະຕິ​ລະວັງ​ຕົວ​ຕໍ່​ການ​ປະພຶດ​ຂອງ​ຕົນ​ເອງ

  1. ຮັກສາໄລຍະຫ່າງ

ຖ້າຫາກການເວົ້າກັນ ຫຼື ການສ້າງຂອບເຂດບໍ່ໄດ້ຊ່ວຍສະຖານະການດີຂຶ້ນ, ລອງພະຍາຍາມຮັກສາໄລຍະຫ່າງຈາກໝູ່ຂອງເຮົາໄລຍະໜຶ່ງ. ການໃຫ້ເວລາກັບ ຕົວເຮົານເອງສາມາດຊ່ວຍໃຫ້ທ່ານຮູ້ສຶກດີຂຶ້ນ, ມີສະຕິຫຼາຍ ແລະ ສາມາດຈັດການກັບບັນຫານີ້ໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ.

  1. ຍອມຮັບ ແລະ ເຂົ້າໃຈ

ພະຍາຍາມຍອມຮັບ ແລະ ເຂົ້າໃຈວ່າໝູ່ຄົນນີ້ຂອງເຮົາກໍມີທັງຂໍ້ດີ ແລະ ຂໍ້ເສຍໃນຕົນເອງ ເຊັ່ນດຽວກັນກັບຄົນອື່ນໆ, ການຍອມຮັບຄວາມແຕກຕ່າງຊ່ວຍໃຫ້ຄວາມຄາດຫວັງຫຼຸດລົງ ແລະ ເຮັດໃຫ້ພວກເຮົາຮູ້ສຶກສະບາຍໃຈຫຼາຍຂຶ້ນ

  1. ປຶກສາຄົນອື່ນ

ຖ້າ​ຫາກ​ວ່າເຮົາ​ຮູ້​ສຶກໜັກໃຈຈົນຮັບມືບໍ່ໄຫວ ລອງປຶກສາກັບຄົນອື່ນໆທີ່ໄວ້ໃຈໄດ້ເຊັ່ນ: ຄອບຄົວ, ໝູ່ເພື່ອນຄົນອື່ນ ຫຼື ຜູ້ຊ່ຽວຊານ. ການໄດ້​ຮັບ​ຄໍາ​ແນະ​ນໍາ ​ແລະ​ ການ​ໃຫ້​ກໍາ​ລັງ​ໃຈ​ຈາກ​ຄົນ​ອ້ອມ​ຂ້າງ​ ຈະເຮັດໃຫ້ເຮົາມີພະລັງ ແລະ ຄວາມໝັ້ນໃຈຫຼາຍຂຶ້ນເພື່ອຈັດການກັບບັນຫານີ້.

ວິທີແກ້ໄຂເພີ່ມເຕີມ

ຖ້າຫາກລອງທຸກວິທີທາງແລ້ວ ຄວາມສຳພັນຍັງບໍ່ດີຂຶ້ນເທື່ອ ແລະ ໝູ່​ຂອງ​ກໍຍັງສ້າງ​ຄວາມທຸກໃຈໃຫ້ເຮົາຢູ່ສະເໝີ. ການ​ຕັດ​ໝູ່​​ອາດ​ຈະ​ເປັນ​ທາງ​ເລືອກ​ສຸດ​ທ້າຍ​ ແຕ່ກໍຄວນ ເຮັດດ້ວຍຄວາມຮອບຄອບ ແລະ ຄໍານຶງເຖິງຜົນສະທ້ອນທີ່ຈະຕາມມາ.

ຫາກໝູ່ຂອງເຮົາຂໍໂທດ ແລະ ພ້ອມທີ່ຈະປັບປຸງຕົນເອງໃໝ່ ກໍລອງໃຫ້ອະໄພເຂົາອີກຄັ້ງ ເພາະການໃຫ້ອະໄພຈະຊ່ວຍຮັກສາຄວາມສໍາພັນ ແລະ ເປີດໂອກາດໃຫ້ມິດຕະພາບຂອງພວກເຮົາກັບຄືນມາອີກຄັ້ງ. ແຕ່ກໍຈົ່ງຈື່ໄວ້ວ່າ ມິດຕະພາບທີ່ດີຄວນຈະສ້າງຄວາມສຸກ ແລະ ຄວາມສະບາຍໃຈໃຫ້ກັບເຮົາ ຖ້າ​ເພື່ອນ​ຄົນ​ໃດ​ເຮັດ​ໃຫ້​ເກີດ​ຄວາມ​ທຸກ ແລະ ຄວາມກົດດັນກັບເຮົາຢູ່ສະເໝີ ກໍຈົ່ງທົບທວນຄວາມສໍາພັນນີ້ອີກຄັ້ງວ່າ ມັນຄຸ້ມຄ່າບໍ່ທີ່ຈະຮັກສາໄວ້?

ທີ່ມາ:

thematter

businessinsider

rutgers

theguardian

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/