ຮອງປະທານາທິບໍດີ ອາເຈນຕິນາ ຖືກສານຊັ້ນຕົ້ນຕັດສິນ ຈຳຄຸກ 6 ປີ ຫຼັງຖືກຟ້ອງຮ້ອງວ່າກ່ຽວພັນກັບຄະດີສໍ້ລາດບັງຫຼວງ

ຮອງປະທານາທິບໍດີ-ອາເຈນຕິນາ

ວັນທີ 6 ທັນວາ ທີ່ຜ່ານມາ ສານຊັ້ນຕົ້ນໃນ ປະເທດ ອາເຈນຕິນາ ສັ່ງຈຳຄຸກ ຄຣິສຕິນ່າ ເຟີນານເດສ (Cristina Fernández) ຮອງປະທານາທິບໍດີ ປະເທດ ອາເຈນຕິນາ ເປັນເວລາ 6 ປີ ແລະ ຕັດສິດທາງການເມືອງ ຫຼັງຖືກຟ້ອງຮ້ອງວ່າ ເຟີນານເດສ ມີຄວາມກ່ຽວພັນກັບຄະດີສໍ້ລາດບັງຫຼວງ.

ຮອງປະທານາທິບໍດີ-ອາເຈນຕິນາ

ໂດຍທາງດ້ານ ຜູ້ພິພາກສາ ໄດ້ລະບຸວ່າ ເຟີນານເດສ ມີຄວາມຜິດທາງອາຍາ ບໍລິຫານບ້ານເມືອງຢ່າງບໍ່ສຸຈະລິດ ສ້າງຄວາມເສຍຫາຍຕໍ່ປະເທດຊາດ. ຂະນະທີ່ທາງໄອຍະການໄດ້ລະບຸວ່າ ເຟີນານເດສ ໄດ້ມີການໄປພົວພັນກັບຄະດີສໍ້ລາດບັງຫຼວງ ຮັບສິນບົນໃນການຈ້າງງານແຮງງານສາທາລະນະ ໃນໄລຍະທີ່ ເຟີນານເດສ ຢູ່ໃນຕຳແໜ່ງ ປະທານາທິບໍດີ ເມື່ອປີ 2007-2015 ເຊິ່ງມີມູນຄ່າຄວາມເສຍຫາຍຢ່າງໜ້ອຍ 1 ພັນລ້ານໂດລາ. ຢ່າງໃດກໍຕາມໃນເບື້ອງຕົ້ນ ເຟີນານເດສ ໄດ້ປະຕິເສດທຸກຂໍ້ກ່າວຫາ.

ຮອງປະທານາທິບໍດີ-ອາເຈນຕິນາ

ຂະນະທີ່ບັນດາກຸ່ມຜູ້ສະໜັບສະໜູນຂອງ ເຟີນານເດສ ໄດ້ກ່າວວ່າ ເຟີນານເດສໄດ້ຕົກເປັນເຫຍື່ອຂອງການຂົ່ມເຫັງໃນລະບົບຕຸລາການ. ຫຼັງ​ຈາກ​ທີ່​ນາງ​ໄດ້​ລອດຕົວຈາກຄວາມ​ພະຍາຍາມ​ລອບ​ສັງຫານ​ໃນ​ຕົ້ນ​ເດືອນ​ກັນຍາ.  ທ່າມກາງກະແສການຕໍ່ຕ້ານ​ຈາກ​ຝ່າຍ​ຄ້ານທີ່ນັບມື້ນັບເພີ່ມສູງຂຶ້ນ ແລະ ໂຈມຕີນາງ ແລະ ລັດຖະບານປັດຈຸບັນຢ່າງຕໍ່ເນື່ອງ  ​ແລະ ​ອາດ​ຈະ​ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ​ອີກ​ໃນ​ລະຫວ່າງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປີ 2023 ທີ່​ຈະ​ມາ​ເຖິງນີ້.

ຮອງປະທານາທິບໍດີ-ອາເຈນຕິນາ

ຢ່າງໃດກໍຕາມ ເຟີນານເດສ ຈະມີສິດໄດ້ຮັບການປ້ອງກັນຊົ່ວຄາວ ເນື່ອງຈາກ ເຟີນານເດສ ຍັງຢູ່ໃນຕຳແໜ່ງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ ອາ​ເຈນ​ຕິ​ນາ ແລະ ຈະ​ບໍ່​​ຖືກ​ຕັດສິນ​ຈຳ​ຄຸກ​ໃນ​ທັນທີ​ທີ່​ສານ​ໄດ້​ອອກ​ຄຳ​ຕັດສິນ.  ພ້ອມຍັງຈະມີການຍື່ນອຸທອນ ແລະ ຕໍ່ສູ້ຄະດີກັນໃນຊັ້ນສານອີກຫຼາຍປີ ໃນສານຊັ້ນຕໍ່ໆໄປ.

ຮອງປະທານາທິບໍດີ-ອາເຈນຕິນາ

ເຟີນານເດສ ເຄີຍຂຶ້ນສູ່ລະດັບສູງສຸດຂອງສະຖານະທາງດ້ານການເມືອງຂອງປະເທດ.  ໂດຍການດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ອາ​ເຈນ​ຕິ​ນາ 2 ສະໄໝກໍຄື 2007-2011 ​ແລະ 2011-2015, ​ເຮັດ​ໃຫ້​ນາງ​ເປັນ​ປະທານາທິບໍດີ​ຍິງ​ຄົນ​ທີ 2 ​ໃນ​ປະຫວັດສາດ​ການ​ເມືອງອາເຈນຕິນາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/