ອົດແລ້ວອົດອີກ! ເປັນຫຍັງກິນໜ້ອຍລົງແລ້ວ ແຕ່ນໍ້າໜັກບໍ່ຍອມລົງ


ເຄີຍບໍ່ທີ່ບາງເທື່ອເຮົາພະຍາຍາມລົດນໍ້າໜັກ ໂດຍການອົດອາຫານ ແລະ ພະຍາຍາມກິນໃຫ້ໜ້ອຍທີ່ສຸດແຕ່ນໍ້າໜັກກໍລົດໜ້ອຍດຽວ ແລະ ກໍຄົງທີ່. ຫຼັງຈາກນັ້ນນໍ້າໜັກຂອງເຮົາກໍຈະກັບມາເພີ່ມຂຶ້ນອີກຄືເກົ່າ ຈົນຮູ້ສຶກວ່າ ການທີ່ເຮົາອົດອາຫານໄປທັງໝົດນັ້ນມັນຊ່ວຍໄດ້ແທ້ຢູ່ຫວາ.

ສ່ວນຫຼາຍຄົນທີ່ພະຍາຍາມລົດນໍ້າໜັກຈາກການອົດອາຫານແບບບໍ່ຖືກວິທີ ມັກຈະມີພຶດຕິກຳ ແລະ ວົງຈອນຄ້າຍໆກັນກໍຄື ໄລຍະທຳອິດ ອົດອາຫານຢ່າງໜັກ ຈົນນໍ້າໜັກລົດລົງຢ່າງໄວໃນໄລຍະເວລາອັນສັ້ນ ຈາກນັ້ນກໍເລີຍຍິ່ງອົດອາຫານຢ່າງຫັກໂຫມ ແລະ ດີໃຈທີ່ນໍ້າໜັກລົງແລ້ວ.

ຫຼັງຈາກນັ້ນພໍຜ່ານມາໄລຍະໜຶ່ງ ຮ່າງກາຍຂອງເຮົາເລີ່ມປັບຕົວ ແລະ ນໍ້າໜັກເລີ່ມລົດຍາກ ຫຼື ບໍ່ລົດເລີຍ ເຮົາກໍຈະເກີດວາມກົດດັນ ກັງວົນ ແລະ ຮູ້ສຶກທໍ້ຖອຍໃນການອົດອາຫານ ຫຼື ລົດນໍ້າໜັກ ແລະ ສຸດທ້າຍນໍ້າໜັກຂອງເຮົາກໍຄ່ອຍໆກັບຄືນມາຄືເກົ່າ.

ແລ້ວເປັນຫຍັງຄືເປັນແບບນັ້ນ? ກ່ອນອື່ນໝົດເຮົາມາຮູ້ຈັກກົນໄກການເຮັດວຽກຂອງຮ່າງກາຍຂອງເຮົາກັນກ່ອນ. ໂດຍປົກກະຕິແລ້ວ ຮ່າງກາຍຄົນເຮົາຈະມີກົນໄກການເຜົາຜານອາຫານໃຫ້ກາຍເປັນພະລັງງານ ກໍຄື ເມື່ອເຮົາກິນອາຫານເຂົ້າໄປແລ້ວ ຮ່າງກາຍເຮົາຈະເຜົາຜານໄປເປັນພະລັງງານ ແລະ ນຳພະລັງງານນັ້ນໄປລ້ຽງທົ່ວຮ່າງກາຍ.

ໂດຍສະເລ່ຍແລ້ວ ມະນຸດເຮົາຕ້ອງການໃຊ້ພະລັງງານ 16.000 Kcal ຕໍ່ມື້ ສຳລັບແມ່ຍິງ ແລະ 2.000 Kcal ຕໍ່ມື້ ສໍາລັບຜູ້ຊາຍ ເຊິ່ງຫຼັກການລົດນໍ້າໜັກງ່າຍໆກໍຄື ເມື່ອໃດທີ່ເຮົາກິນເທົ່າກັບພະລັງງານທີ່ເຮົາຕ້ອງໃຊ້ຕໍ່ມື້ ນໍ້າໜັກເຮົາກໍຈະເທົ່າເກົ່າ. ເມື່ອໃດທີ່ເຮົາກິນອາຫານຫຼາຍກວ່າຈຳນວນພະລັງງານທີ່ເຮົາຕ້ອງໃຊ້ ຮ່າງກາຍເຮົາກໍຈະນຳເອົາພະລັງງານສ່ວນເກີນນັ້ນ ປ່ຽນໄປເປັນໄຂມັນສະສົມ ແລະ ນ້ຳໜັກເຮົາກໍຈະຂຶ້ນ. ແຕ່ເມື່ອໃດທີ່ເຮົາກິນໜ້ອຍກວ່າຈຳນວນພະລັງງານທີ່ຕ້ອງໃຊ້ ຮ່າງກາຍຂອງເຮົາກໍຈະຂາດພະລັງງານ ແລະ ໄປນຳເອົາໄຂມັນທີ່ສະສົມໄວ້ ມາປ່ຽນເປັນພະລັງງານ ແລະ ນໍ້າໜັກເຮົາກໍຈະຄ່ອຍໆລົດລົງນັ້ນເອງ.

ແຕ່ເມື່ອເຮົາອົດອາຫານຢ່າງໜັກ ເພື່ອຮັບພະລັງງານໃຫ້ໜ້ອຍທີ່ສຸດ ຮ່າງກາຍເຮົາກໍຈະຄິດວ່າເຮົາກຳລັງຈະຕາຍ ແລະ ປັບປ່ຽນລະບົບການເຜົາຜານ ເພື່ອເອົາຊີວິດລອດ ໂດຍຮ່າງກາຍເຮົາຈະລົດການເຜົາຜານໄຂມັນ ເພື່ອຈະໄດ້ໃຊ້ພະລັງງານຈາກໄຂມັນໃຫ້ໄດ້ດົນທີ່ສຸດ ແລະ ປ່ຽນໄປເຜົາຜານ ຫຼື ສະຫຼາຍກ້າມຊີ້ນແທນ ເພາະກ້າມຊີ້ນເຮົາຕ້ອງການພະລັງງານຫຼາຍໃນການເກັບຮັກສາ. ສຸດທ້າຍຈະປັບໃຫ້ຮ່າງກາຍມີການເຜົາຜານໜ້ອຍລົງ ເພາະຮ່າງກາຍຂອງເຮົາຕ້ອງພະຍາຍາມໃຊ້ພະລັງງານໃຫ້ໜ້ອຍທີ່ສຸດ.

ເມື່ອທຸກສິ່ງທຸກຢ່າງນັ້ນເກີດຂຶ້ນ ຮ່າງກາຍຂອງເຮົາກໍຈະເລີ່ມອິດເມື່ອຍ ແລະ ບໍ່ຄ່ອຍຈະມີແຮງ ຍິ່ງເຮັດໃຫ້ເຮົາບໍ່ຢາກເຮັດຫຍັງ ຫຼື ບໍ່ຢາກໄປອອກກຳລັງກາຍຕື່ມອີກ ເພາະຮ່າງກາຍເຮົາບໍ່ຢາກໃຊ້ພະລັງງານໃຫ້ສິ້ນເປືອງ ເພື່ອຈະມີຊີວິດລອດໃຫ້ດົນທີ່ສຸດ.

ເຊິ່ງທຸກສິ່ງທີ່ກ່າວມານີ້ ແມ່ນສາເຫດຫຼັກໆ ວ່າເປັນຫຍັງການອົດອາຫານຢ່າງໜັກຈຶ່ງມັກບໍ່ໄດ້ຜົນ ແລະ ກັບມີນໍ້າໜັກທີ່ຫຼາຍຂຶ້ນກວ່າເກົ່າ.

ນອກຈາກນີ້ການລົດນໍ້າໜັກຈາກການອົດອາຫານແບບບໍ່ຖືກວິທີແບບນີ້ບໍ່ພຽງແຕ່ມັນບໍ່ໄດ້ຜົນ ມັນຍັງສົ່ງຜົນເສຍຕໍ່ຮ່າງກາຍຂອງເຮົານຳອີກເຊັ່ນ ເມື່ອເຮົາອົດອາຫານຢ່າງໜັກຮ່າງກາຍເຮົາກໍຈະຂາດສານອາຫານ ຮໍໂມນຜິດປົກກະຕິ ເຊິ່ງແມ່ຍິງປະຈຳເດືອນອາດຈະມາບໍ່ປົກກະຕິ ເປັນຕົ້ນ.

ເຊິ່ງການລົດນໍ້າໜັກທີ່ຖືກຕ້ອງກໍຄື ພະຍາຍາມລົດພະລັງງານທີ່ໄດ້ຮັບໃນແຕ່ລະມື້ ເທື່ອລະໜ້ອຍ ຕົວຢ່າງ: ມື້ໜຶ່ງເຮົາຕ້ອງໃຊ້  2.000 Kcal ເຮົາອາດຈະຮັບພະລັງງານໃໝ່ເຂົ້າມາພຽງ 1.500 Kcal ເພື່ອໃຫ້ຮ່າງກາຍເຮົາຄ່ອຍໆປັບຕົວ ເຖິງວິທີນີ້ນໍ້າໜັກຈະລົດລົງຊ້າ ແຕ່ເຮົາຈະສາມາດລົດໄດ້ຢ່າງຕໍ່ເນື່ອງ ແລະ ຍາວນານ ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/