ອັດຕາເງິນເຟີ້ ຂອງ ສປປ ລາວ ເດືອນ ພຶດສະພາ ເພີ່ມຂຶ້ນໃນລະດັບ 25,8% ຈາກການອ່ອນຄ່າຂອງເງິນກີບ


ອັດຕາເງິນເຟີ້ຂອງ ສປປ ລາວ ເດືອນພຶດສະພາ 2024 ຍັງສືບຕໍ່ເໜັງຕີງເພີ່ມສູງຂຶ້ນ ຢູ່ໃນລະດັບ 25,8% (ເດືອນເມສາ 2024 ຢູ່ໃນລະດັບ 24,9%) ຈາການສືບຕໍ່ອ່ອນຄ່າຂອງເງິນກີບ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າກະສິກຳ.

ໂດຍອີງຕາມຕົວເລກ ຈາກສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນ ໝວດຮັກສາ ສຸຂະພາບ ແລະ ຢາ ເພີ່ມຂຶ້ນ 38,5%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 36,6%, ເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 31,3%, ໝວດເຫຼົ້າ ແລະຢາສູບ ເພີ່ມຂຶ້ນ 29,6% ແລະ ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 27,7%.

ໂດຍສາເຫດຫຼັກຂອງອັດຕາເງິນເຟີ້ ໃນເດືອນ ພຶດສະພາ ກໍເປັນປັດໄຈເກົ່າໆ ກໍຄື ການອ່ອນຄ່າຂອງເງິນກີບ, ຄວາມສາມາດໃນການແຊກແຊງອັດຕາແລກປ່ຽນ, ຖານການຜະລິດພາຍໃນຍັງບໍ່ເຂັ້ມແຂງ, ລາຄານໍ້າມັນທີ່ເພີ່ມສູງຂຶ້ນ ເຮັດໃຫ້ຫຼາຍຂະແໜງການຕ້ອງແບກຮັບພາລະຕົ້ນທືນທີ່ສູງຂຶ້ນ.

ນອກຈາກນິ້ ສະພາບແວດລ້ອມຂອງການຜະລິດກະສິກຳເຊັ່ນ ອາກາດແຫ້ງແລ້ງ ແລະ ຮ້ອນເຂົ້າຫຼາຍ ເຮັດໃຫ້ການຜະລິດກະສິກຳໄດ້ຮັບຜົນກະທົບ ເຊິ່ງບໍ່ສາມາດສະໜອງໄດ້ຕາມປົກກະຕິ ແລະ ບາງຜູ້ຜະລິດໄດ້ຮັບມືກັບສະພາບອາກາດໂດຍນໍາໃຊ້ຕົ້ນທຶນສູງຂຶ້ນເພື່ອດໍາເນີນການຜະລິດ ໄລຍະເດືອນນີ້. ສະນັ້ນຈຶ່ງເຮັດໃຫ້ລາຄາພືດຜັກຫລາຍຊະນິດປັບຕົວຂຶ້ນສູງຫຼາຍໃນເດືອນທີ່ຜ່ານມາ.

ການປ່ຽນແປງ ເດືອນພຶດສະພາທຽບໃສ່ເດືອນເມສາ ຢູ່ໃນລະດັບ 3,1% (ເດືອນເມສາ 1,6%) ໂດຍສະເພາະແມ່ນ ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ 4,5% ພົ້ນເດັ່ນແມ່ນ ລາຄາຜັກຫອມປ້ອມ (ເພີ່ມຂຶ້ນ 150%), ຜັກສະຫຼັດ (75%), ໝາກເລັ່ນ (70%), ຜັກບົ່ວ (58%); ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມ ຂຶ້ນ 3,5% ພົ້ນເດັ່ນແມ່ນ ຫີນ, ຊາຍ (14%), ສັງກະສີ (7.7%), ພະລັງງານອາຍແກັດສ໌ ແລະ ເຊື້ອເພີງ (4,1%); ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 2,8%, ພົ້ນເດັ່ນແມ່ນ ລາຄາເຂົ້າຜັດ (5,5%), ໂຮງແຮມ (5,5%); ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 2.5% ພົ້ນເດັ່ນແມ່ນ ເບຍ (3%), ຢາສູບ (1,3%).

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/