ສຳນັກງານຄະນະກຳມະການອາຫານ ແລະ ຢາ ແຫ່ງປະເທດໄທ (ອຢ) ກວດພົບຢາກະຕຸ້ນສະມັດຖະພາບທາງເພດ ໃນຜະລິດຕະພັນກາເຟປະສົມສຳເລັດຮູບຊະນິດຜົງ ຍີ່ຫໍ້ໜຶ່ງ ເຊິ່ງສານຊະນິດດັ່ງກ່າວສົນຜົນຕໍ່ລະບົບປະສາດຕາ ແລະ ອັນຕະລາຍເຖິງຊີວິດ.
ຜົນການກວດສອບກາເຟປະສົມເລັດຮູບ ຊະນິດຜົງ ກາ ໂກແມັກ ຄອຟຟີ້ (GOMAX COFFEE) ຮຸ່ນການຜະລິດວັນທີ 23 ກັນຍາ ປີ 2022 ແລະ ໝົດອາຍຸວັນທີ 23 ກັນຍາ ປີ 2024 ຫ້ອງປະຕິບັດການກົມວິທະຍາສາດການແພດລາຍງານວ່າໄດ້ພົບການປະປົນຂອງ ຢາຊິວເດນາຟິວ (sildenafil) ເຊິ່ງເປັນຢາປິ່ນປົວອາການເສື່ອມສະມັດຖະພາບທາງເພດ ເຊິ່ງຖືກບັນຈຸໃຫ້ເປັນຢາຄວບຄຸມພິເສດ ທີ່ຕ້ອງຈ່າຍດ້ວຍທ່ານໝໍເທົ່ານັ້ນ.

ໂດຍຕົວຢາຊະນິດດັ່ງກ່າວ ອອກລິດຂະຫຍາຍຫຼອດເລືອດ ມີຜົນຂ້າງຄຽງທີ່ອາດເຮັດໃຫ້ເກີດຄວາມຜິດປົກກະຕິຂອງລະບົບປະສາດຕາ ອາດເຖິງຂັ້ນຕາບອດໄດ້ ເຊິ່ງອາການຈະເລີ່ມຈາກເຈັບຫົວຢ່າງຮຸນແຮງ ຫົວໃຈເຕັ້ນໄວຜິດປົກກະຕິ ຄວາມດັນເລືອດສູງ ແລະ ອັນຕະລາຍເຖິງຊີວິດໄດ້. ຢາຊະນິດດັ່ງກ່າວຕ້ອງລະວັງໃນຄົນເຈັບທີ່ເປັນພະຍາດໝາກໄຂ່ຫຼັງ, ຕັບ, ຄົນເຈັບທີ່ມີພາວະຄວາມດັນເລືອດຕໍ່າ ແລະ ພະຍາດຫົວໃຈ.

ສຳນັກງານຄະນະກຳມະການອາຫານ ແລະ ຢາ ໄດ້ເຮັດການສຸ່ມກວດພົບຈາກສະຖານທີ່ຈຳໜ່າຍອາຫານແຖວ ໜອງແຂມ ກຸງເທບມະຫານະຄອນ ເຂົ້າຂ່າຍເປັນອາຫານທີ່ບໍ່ບໍລິສຸດ ບໍ່ປອດໄພ ແລະ ອຢ ກຳລັງພິຈາລະນາເພື່ອດຳການຕາມກົດໝາຍ.
ທີ່ໜ້າກັງວົນ ແລະ ໜ້າເປັນຫ່ວງກໍຄື ຢູ່ໃນ ສປປ ລາວ ເຮົາເອງກໍມີການໂຄສະນາຂາຍຜະລິດຕະພັນດັ່ງກ່າວຢ່າງແຜ່ຫຼາຍໃນໂລກສັງຄົມອອນລາຍ ແລະ ໄດ້ມີການໂຄສະນາເຖິງສັບພະຄຸນຕ່າງໆ. ເຊິ່ງເຮົາບໍ່ຄວນຫຼົງເຊື່ອຄຳໂຄສະນາໃດໆງ່າຍໆ ຄວນສຶກສາຂໍ້ມູນ, ກວດເບິ່ງຜະລິດຕະພັນຕ່າງໆໃຫ້ລະອຽດ ກ່ອນບໍລິໂພກ ເພາະມັນອາດສົ່ງຜົນເສຍຕໍ່ສຸຂະພາບຂອງທ່ານໄດ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/