ບັນດາແບຣນສິນຄ້າສຳລັບເດັກນ້ອຍ, ເຄື່ອງຫຼິ້ນ ແລະ ແຟຊັ່ນຊັ້ນນຳຕ່າງໆ ໄດ້ຫຼັ່ງໄຫຼເຂົ້າມາເປີດຕະຫຼາດ ຫຼື ຂະຫຍາຍຕະຫຼາດໃນຫວຽດນາມຢ່າງຄຶກຄັກ. ໂດຍມີເຫດຜົນຫຼັກໆມາຈາກ ການຂະຫຍາຍຕົວຂອງຊົນຊັ້ນກາງໃນປະເທດທີ່ມີກໍາລັງການຊື້ສູງຂຶ້ນ
ສຳລັບຕົວຢ່າງທີ່ຊັດເຈນແມ່ນໃນທ້າຍອາທິດທີ່ຜ່ານມາ, ມີປະຊາກອນເກືອບ 1,000 ຄົນ ພາກັນລຽນແຖວເພື່ອຊື້ເຄື່ອງຫຼິ້ນທີ່ມີຈໍານວນຈໍາກັດຈາກຮ້ານ Pop Mart ຂອງຈີນທີ່ເປີດຮ້ານທໍາອິດໃນຫວຽດນາມເມື່ອບໍ່ດົນມານີ້. ທ່ານ Jeremy Lee, ຜູ້ຈັດການອາວຸໂສຝ່າຍຂາຍຂອງ Pop Mart ພາກພື້ນອາຊີຕາເວັນອອກສຽງໃຕ້ກ່າວວ່າ “ຫວຽດນາມເປັນຕະຫຼາດທີ່ເຕັມໄປດ້ວຍພະລັງງານ ແລະ ມີສັກກະຍະພາບ”.
ອີງຈາກຂໍ້ມູນຂອງ Savills ບໍລິສັດທີ່ປຶກສາດ້ານອະສັງຫາລິມະຊັບລະບຸວ່າ ນັບແຕ່ຕົ້ນປີ 2024 ເປັນຕົ້ນມາ, ໄດ້ມີການເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງຂອງບັນດາແບຣນກາງ ແລະ ລະດັບສູງຂອງຕ່າງປະເທດທີ່ທະຍອຍເຂົ້າມາເປີດສະຂາຢູ່ໃນຫວຽດນາມ ເຊັ່ນ:
- Motherswork ແບຣນເນມລະດັບພຣີມຽມຂອງຜະລິດຕະພັນແມ່ ແລະ ເດັກຈາກສິງກະໂປ. ມັນຫາກໍເປີດຮ້ານຄ້າຢູ່ສູນການຄ້າແຫ່ງໜຶ່ງຢູ່ນະຄອນ Thủ Đức ຂອງນະຄອນໂຮ່ຈິມິນເມື່ອເດືອນແລ້ວນີ້.
- Cartier ແບຣນເຄື່ອງປະດັບຂອງຝຣັ່ງ ແລະ Loewe ແບຣນແຟຊັ່ນຫຼູຫຼາຂອງສະເປນ. ທັງສອງໄດ້ເປີດສາຂາທຳອິດຢູ່ຫວຽດນາມໃນຕົ້ນປີນີ້.
- ແບຣນຟາສແຟຊັ່ນຄື: Muji, H&M ແລະ Uniqlo ກໍມີແຜນທີ່ການຂະຫຍາຍທຸລະກິດໃນຢູ່ຫວຽດນາມເຊັ່ນກັນ.
ປັດໄຈຕົ້ນຕໍທີ່ດຶງດູດໃຫ້ບັນດາແບຣນຕ່າງປະເທດເຂົ້າຕະຫຼາດຫວຽດນາມມີຄື:
- ການເຕີບໂຕຂອງຕະຫຼາດທີ່ໝັ້ນຄົງ
- ກໍາລັງຊື້ເພີ່ມຂຶ້ນ ຂອງກຸ່ມຊົນຊັ້ນກາງ
- ຍອດຂາຍສິນຄ້າ ແລະ ການບໍລິການໃນຂະແໜງການຄ້າປີກເພີ່ມຂຶ້ນ 8,5% ໃນ 4 ເດືອນທຳອິດຂອງປີ 2024
- ການຟື້ນຕົວຂອງການທ່ອງທ່ຽວຕ່າງປະເທດເດີນທາງມາຫວຽດນາມແລ້ວ 6,2 ລ້ານຄົນໃນໄລຍະ 4 ເດືອນທຳອິດຂອງປີ 2024, ເພີ່ມຂຶ້ນ 68,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ອີງຈາກຂໍ້ມູນຂອງ Knight Frank ບໍລິສັດທີ່ປຶກສາດ້ານອະສັງຫາລິມະຊັບລະບຸວ່າ ອັດຕາການນຳເຂົ້າສິນຄ້າທີ່ຫຼູຫຼາຂອງຫວຽດນາມເພີ່ມຂຶ້ນຢ່າງຕໍ່ເນື່ອງລະຫວ່າງ 2018-2022
- ຜະລິດຕະພັນເຊັ່ນເຄື່ອງປະດັບ ແລະ wristwatches ເພີ່ມຂຶ້ນ 8% ຕໍ່ປີ.
- ຜະລິດຕະພັນລົດເພີ່ມຂຶ້ນ 26% ຕໍ່ປີ.
- ຜະລິດຕະພັນເຫຼົ້າແວງເພີ່ມຂຶ້ນ 6% ຕໍ່ປີ.
ກະຊວງແຮງງານ, ຄົນພິການ ແລະ ສະຫວັດດີການສັງຄົມຫວຽດນາມລາຍງານວ່າ ໃນປີ 2023, ກຸ່ມຄົນຊົນຊັ້ນກາງຂອງປະເທດຈະກວມເອົາ 13% ຂອງປະຊາກອນທັງໝົດ ແລະ ມີແນວໂນ້ມທີ່ຈະເຕີບໂຕຂຶ້ນຢ່າງຕໍ່ເນື່ອງ.
New World Wealth ບໍລິສັດຄົ້ນຄວ້າຄວາມຮັ່ງມີ ໄດ້ລະບຸໄວ້ໃນບົດລາຍງານວ່າ ປັດຈຸບັນ, ຫວຽດນາມມີມະຫາເສດຖີ 19.400 ຄົນ ແລະ ຄາດວ່າຈຳນວນນີ້ຈະເພີ່ມຂຶ້ນ 125% ໃນທົດສະວັດໜ້າ, ເຊິ່ງຖືເປັນອັດຕາການເຕີບໂຕທີ່ສູງທີ່ສຸດໃນໂລກ.
ດ້ວຍປັດໄຈທີ່ກ່າວມາທັງໝົດນີ້, ຈື່ງຄາດວ່າຕະຫຼາດຜະລິດຕະພັນເດັກນ້ອຍ, ຂອງຫຼິ້ນ ແລະ ຜະລິດຕະພັນແຟຊັ່ນພຣີມຽມໃນຫວຽດນາມຈະຍັງຄົງເຕີບໂຕຢ່າງຕໍ່ເນື່ອງອະນາຄົດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/