“ສິງກະ​ໂປ​”​ ເມືອງທີ່ເໝາະສຳລັບສະຕາດອັບ​ຍຸກໃໝ່ ທີ່ສົມບູນໄປດ້ວຍສະຖຽນລະພາບ, ເຕັກໂນໂລຊີ ແລະ ໂອກາດທາງທຸລະກິດ


ສິງກະໂປແຊງໜ້າຮົງກົງຂຶ້ນເປັນອັນດັບ 1 ທຳເລທອງທຸລະກິດໃນອາຊີ, ສົ່ງຜົນໃຫ້ບັນດາ​ບໍລິສັດ​ໃນ​ທົ່ວ​ໂລກ​ພາກັນແຫ່​ເລືອກ​ສິງກະ​ໂປ​ເປັນ​ຖານ​ທີ່ໝັ້ນ.

ສິງກະ​ໂປ​ໄດ້​ກາຍ​ເປັນ​ຈຸດມຸ່ງໝາຍ​ປາຍທາງ​ອັນ​ດັບ​ໜຶ່ງ ຂອງບໍລິສັດຕ່າງປະເທດທີ່ຢາກຂະຫຍາຍທຸລະກິດຂອງເຂົາເຈົ້າຢູ່ໃນອາຊີ ແຊງໜ້າຄູ່ແຂ່ງຄືຮ່ອງກົງແບບບໍ່ເຫັນຝຸ່ນ. ໂດຍສະຖິຕິ​ໃນ​ປີ 2023 ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ມີ​ຫຼາຍ​ກວ່າ 4,200 ບໍລິສັດ​ສາກົນ​ເລືອກ​ຕັ້ງ​ສຳນັກງານ​ໃຫຍ່​ຢູ່ໃນ​ສິງກະ​ໂປ, ເຊິ່ງ​ຫຼາຍ​ກວ່າ​ຢູ່​ຮ່ອງ​ກົງ​ທີ່​ມີ​ພຽງ 1,336 ບໍລິສັດເທົ່ານັ້ນ.

ສຳລັບຈຸດແຂງທີ່ເຮັດໃຫ້ສິງກະໂປໂດດເດັ່ນ

  • ການ​ພົວພັນ​ທີ່​ດີ​ກັບ​ໂລກ​ຕາ​ເວັນ​ຕົກ: ສິງກະ​ໂປ​ມີ​ບົດບາດ​ເປັນ​ກາງ​ໃນ​ເວທີ​ໂລກ. ສ້າງຄວາມໝັ້ນໃຈໃຫ້ແກ່ບໍລິສັດຕ່າງປະເທດ
  • ເປັນແຫຼ່ງລວມຜູ້ທີ່ມີພອນສະຫວັນທີ່ຫຼາກຫຼາຍ: ສິງກະໂປດຶງດູດຜູ້ຊ່ຽວຊານຈາກທົ່ວໂລກ.
  • ເສດຖະກິດທີ່ມີຄວາມຫຼາກຫຼາຍ ຊ່ວຍຫຼຸດຜ່ອນຄວາມສ່ຽງ
  • ສະຖຽນລະພາບທາງດ້ານການເມືອງ: ສິງກະໂປມີລະບົບການເມືອງທີ່ໝັ້ນຄົງ.
  • ນະໂຍບາຍພາສີທີ່ໜ້າສົນໃຈ: ສິງກະໂປສະເໜີອັດຕາພາສີທີ່ຍືດຫຍຸ່ນໄດ້.
  • ການສະໜັບສະໜູນຂອງລັດຖະບານ: ສິງກະໂປມີນະໂຍບາຍສະໜັບສະໜູນທຸລະກິດ.
  • ການລົງທຶນດ້ານ AI: ສິງກະໂປ ສຸມໃສ່ການພັດທະນາເຕັກໂນໂລຊີ AI
  • ຄວາມ​ພ້ອມຂອງດ້ານບຸກຄະລາກອນ: ປະ​ຊາ​ກອນ​ສິງ​ກະ​ໂປ​ມີ​ຄວາມ​ຊຳ​ນານ ແລະ ຄຸ້ນ​ເຄີຍ​ກັບ​ເຕັກ​ໂນ​ໂລ​ຊີ.

ດ້ວຍປັດໄຈເຫຼົ່ານີ້, ສິງກະ​ໂປ​ຈຶ່ງ​ໄດ້​ກາຍ​ເປັນ​ທາງ​ເລືອກ​ທີ່ເໜືອກວ່າສຳລັບທຸລະກິດລະຫວ່າງປະເທດ, ບວກ​ກັບ​ຄວາມ​ເຄັ່ງ​ຕຶງ​ດ້ານ​ພູມ​ສາດ​ການ​ເມືອງ​ໃນ​ພາກ​ພື້ນ ​ແລ ະ​ນະ​ໂຍບາຍ​ທີ່​ເຄັ່ງ​ຄັດ​ຂອງ​ຈີນ ຍິ່ງ​ເຮັດ​ໃຫ້​ສິງກະ​ໂປ​ເປັນ​ຈຸດ​ໝາຍ​ທີ່​ດຶງ​ດູດ​ຫຼາຍ​ກວ່າ​ເກົ່າ.

ນອກຈາກນີ້, ສິງ​ກະ​ໂປ​ຍັງ​ຄອງ​ອັນ​ດັບ​ທີ 7 ເປັນ​ເມືອງ​ທີ່​ມີ​ລະ​ບົບ​ນິ​ເວດ​ສະຕາດອັບ​ທີ່​ດີ​ທີ່​ສຸດ​ໃນ​ໂລກ, ອີງຈາກການຈັດອັນດັບຂອງ Startup Genome. ສະທ້ອນເຖິງທ່າແຮງຂອງສິງກະໂປໃນຖານະເປັນສູນລວມນະວັດຕະກໍາ ແລະ ເຕັກໂນໂລຊີຊັ້ນນໍາ.

ໂດຍລວມແລ້ວ, ສິງກະ​ໂປ​ກຳລັງກ້າວຂຶ້ນເປັນ​ສູນກາງ​ທຸລະ​ກິດ ​ແລະ ​ເຕັກ​ໂນ​ໂລ​ຊີ​ທີ່​ສຳຄັນ​ໃນ​ອາຊີ. ດ້ວຍ​ຄວາມ​ໄດ້​ປຽບ​ທາງ​ດ້ານ​ພູມ​ສາດ, ນະໂຍບາຍທີ່ເອື້ອອໍານວຍ ແລະຊັບພະຍາກອນມະນຸດທີ່ມີຄຸນະພາບ. ດັ່ງນັ້ນ, ສິງກະໂປຈຶ່ງພ້ອມທີ່ຈະຕ້ອນຮັບບັນດາບໍລິສັດຈາກທົ່ວໂລກທີ່ຕ້ອງການຂະຫຍາຍທຸລະກິດ ແລະ ເຕີບໂຕໄປຄຽງຄູ່ກັບເສດຖະກິດອາຊີທີ່ກຳລັງພັດທະນາ.

ທີ່ມາ:

facebook

bloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/