ສະເຫຼີມສະຫຼອງຄົບຮອບ 14 ປີ ວັນ “Bitcoin Pizza Day” ຢ້ອນຮອຍຕຳນານ pizza 2 ຖາດມູນຄ່າ 700 ລ້ານໂດລາ!


ຫຼາຍໆຄົນອາດຈະເຄີຍໄດ້ຍິນຕຳນານ 10,000 BTC ແລກປ່ຽນກັບ pizza 2 ຖາດມາແລ້ວ, ແຕ່ໃນຄວາມເປັນຈິງແລ້ວຫຼາຍໆຄົນກໍບໍ່ເຂົ້າໃຈວ່າເປັນຫຍັງຈຶ່ງເອົາ Bitcoin ທີ່ມີຈຳນວນຫຼາຍຂະໜາດນັ້ນໄປແລກກັບ pizza ພຽງ 2 ຖາດ ແລະ ມັນມີຄວາມໝາຍສຳຄັນແນວໃດ? ເປັນຫຍັງຜູ້ຄົນໃນຊຸມຊົນ crypto ຈຶ່ງສະເຫຼີມສະຫຼອງວັນຄົບຮອບນີ້? ມື້ນີ້ເຮົາຈະມາເລົ່າໃນແບບທີ່ເຂົ້າໃຈງ່າຍໆໃຫ້ທຸກຄົນໄດ້ຟັງກັນ

  • ຢ້ອນຮອຍເຫດການສຸດພິເສດ

ທຸກໆປີໃນວັນທີ 22 ພຶດສະພາ, ຊຸມຊົນ cryptocurrency ຈະສະເຫຼີມສະຫຼອງວັນ “Bitcoin Pizza Day” ເຊິ່ງເປັນວັນຄົບຮອບຂອງການຊື້ຂາຍສິນຄ້າດ້ວຍ Bitcoin ຄັ້ງທໍາອິດຂອງໂລກ.

ຢ້ອນກັບໄປໃນປີ 2010, Laszlo Hanyecz  ໂປຣແກຣມເມີຊາວ Florida ໄດ້ໂພສຂໍ້ຄວາມໃນ forum Bitcoin ວ່າ “ຂ້ອຍຈະຈ່າຍ 10,000BTC ສຳລັບ Pizza ສອງຖາດ”

ໃນເວລານັ້ນ, Bitcoin ຍັງເປັນສະກຸນເງິນດິຈິຕອນທີ່ຫາກໍຖືກຳເນີດ, ເຊິ່ງມູນຄ່າຕໍ່ຫົວໜ່ວຍໃນຕະຫຼາດແມ່ນພຽງແຕ່ສອງສາມເຊັນເທົ່ານັ້ນ. ເຮັດໃຫ້ຫຼາຍຄົນເບິ່ງຂໍ້ສະເໜີຂອງ Hanyecz ເປັນເລື່ອງຕະຫຼົກ.

ແຕ່ຫຼັງຈາກນັ້ນ Jeremy Sturdivant ກໍໄດ້ຕອບຮັບຄຳສະເໜີເຫຼົ່ານັ້ນ, ໂດຍລາວໄດ້ໃຊ້ pizza 2 ຖາດຂອງ Papa John ເພື່ອແລກປ່ຽນກັບ 10,000 Bitcoin.

  • ຈຸດ​ຫັນປ່ຽນ​ປະ​ຫວັດ​ສາດ​

ການເຮັດທຸລະກຳໃນຄັ້ງນີ້, ຖືເປັນຈຸດປ່ຽນທີ່ສໍາຄັນສໍາລັບ Bitcoin.

ການນໍາໃຊ້ຫຼຽນໃນການເຮັດທຸລະກຳຈິງຄັ້ງທໍາອິດ ສະແດງໃຫ້ເຫັນວ່າ Bitcoin ສາມາດຖືກນໍາໃຊ້ສິນຄ້າໃນໂລກແຫ່ງຄວາມເປັນຈິງໄດ້.

ເຫດການດັ່ງກ່າວ ໄດ້ຈຸດປະກາຍຄວາມສົນໃຈ ແລະ ດຶງດູດໃຫ້ຜູ້ຄົນຫັນມາສົນໃຈ Bitcoin ຫຼາຍຂຶ້ນ.

ນອກຈາກນີ້, ມັນຍັງສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງຊຸມຊົນ Bitcoin ໃນການຊຸກຍູ້ການຮັບຮອງເອົາສະກຸນເງິນດິຈິຕອນນີ້.

ໃນປັດຈຸບັນ, Bitcoin 10,000 BTC ທີ່ Hanyecz ໃຊ້ເພື່ອຊື້ pizza 2 ຖາດມີມູນຄ່າຫຼາຍກວ່າ 710 ລ້ານໂດລາສະຫະລັດ.

Bitcoin Pizza Day ສອນພວກເຮົາວ່າ:

  • ເຕັກໂນໂລຊີໃໝ່ໆມັກຈະຖືກເບິ່ງວ່າເປັນເລື່ອງຕະຫຼົກໃນຕອນທຳອິດ.
  • ການລົງທຶນມີຄວາມສ່ຽງ ແຕ່ກໍມີໂອກາດທີ່ຈະໄດ້ຮັບຜົນຕອບແທນສູງເຊັ່ນກັນ.
  • ຊຸມຊົນມີຄວາມສໍາຄັນຕໍ່ການເຕີບໂຕຂອງເຕັກໂນໂລຊີ.

ຫຼາຍຄົນໃນຊຸມຊົນ Crypto ສະເຫຼີມສະຫຼອງວັນຄົບຮອບຂອງ Bitcoin Pizza Day ຍ້ອນວ່າມັນເປັນມື້ທີ່ສໍາຄັນໃນປະຫວັດສາດຂອງ Bitcoin ທີ່ສະແດງເຖິງການຊື້ຂາຍຄັ້ງທໍາອິດດ້ວຍ Bitcoin, ຖືເປັນການພິສູດວ່າ Bitcoin ສາມາດຖືກນໍາໃຊ້ເປັນສະກຸນເງິນສໍາລັບການແລກປ່ຽນສິນຄ້າໄດ້ຈິງ ແລະ ໄດ້ກາຍເປັນສັນຍະລັກຂອງການຂະຫຍາຍຕົວ ແລະ ຄວາມສໍາເລັດຂອງ Bitcoin ຈາກການເປັນ cryptocurrency ທີ່ມີຄ່າໜ້ອຍໃນເວລານັ້ນ. ມາໃນປັດຈຸບັນກາຍເປັນສະກຸນເງິນທີ່ມີມູນຄ່າມະຫາສານ ທີ່ເຮັດໃຫ້ຄົນໃນຊຸມຊົນ Crypto ໄດ້ເຫັນເຖິງຄວາມສໍາເລັດ ແລະ ການພັດທະນາຂອງ Bitcoin.

ທີ່ມາ:

thaibitcast

unipayment

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/