ກົດໃໝ່ຂອງສະຫະລາຊະອານາຈັກດັ່ງກ່າວນີ້ຊື່ວ່າ “Right to Repair” ທີ່ຈະເລີ່ມບັງຄັບໃຊ້ໃນລະດູຮ້ອນນີ້ ເພື່ອໃຫ້ຜູ້ບໍລິໂພກມີສິດທີ່ຈະສ້ອມແປງສິນຄ້າທີ່ມີຢູ່, ຂະຫຍາຍເວລາການໃຊ້ວຽກຂອງມັນ, ລົດການຊື້ ແລະ ຜະລິດໃໝ່ ເພື່ອໃຫ້ສອດຄ່ອງກັບເປົ້າໝາຍຂອງສະຫະພາບຢູໂຣບທີ່ຈະລົດການປ່ອຍຄາບອນ ແລະ ລົດຄ່າໃຊ້ຈ່າຍໃນການໃຊ້-ຜະລິດສິນຄ້າທີ່ຫຼາຍເກີນໄປ ລວມທັງເຄື່ອງໃຊ້ໄຟຟ້າຕ່າງໆຕ້ອງປະຢັດພະລັງງານອີກດ້ວຍ.

ກົດນີ້ຖືກສ້າງຂຶ້ນມາເພື່ອບັງຄັບໃຫ້ຜູ້ຜະລິດຕ້ອງມີອາໄຫຼ່ສຳຮອງໃຫ້ຜູ້ບໍລິໂພກ ເມື່ອຕ້ອງການອຸປະກອນກໍພ້ອມປ່ຽນເລີຍ ໂດຍມີເປົ້າໝາຍໃນການຍືດອາຍຸການໃຊ້ວຽກຂອງສິນຄ້າເປັນ 10 ປີ ແລະ ເຮັດໃຫ້ຜູ້ບໍລິໂພກປະຢັດພະລັງງານ ແລະ ປະຢັດເງິນປະມານ 1 ລ້ານກີບ ທີ່ໃຊ້ເຂົ້າໃນການສ້ອມແປງຕະຫຼອດການເຮັດວຽກຂອງມັນ.
ໃນດ້ານສິ່ງແວດລ້ອມ ຂີ້ເຫຍື້ອອີເລັກໂທຣນິກເຫຼົ່ານີ້ ເມື່ອຄົນເອົາໄປຖິ້ມແລ້ວ ສ່ວນໃຫຍ່ແມ່ນຈະຝັງລົງດິນ ຫຼື ຖືກເອົາໄປຣີໄຊເຄິນ, ວິທີການກຳຈັດຂີ້ເຫຍື້ອແບບນີ້ເປັນການທຳລາຍສິ່ງແວດລ້ອມ ເພາະວ່າສານໜູ, ແຄດມຽມ ແລະ ສານອັນຕະລາຍຕ່າງໆທີ່ຢູ່ໃນອຸປະກອນໄຟຟ້າ ຈະຮົ່ວໄຫຼລົງສູ່ສະພາບແວດລ້ອມອ້ອມຂ້າງໄດ້. ນັ້ນຈຶ່ງເປັນສາເຫດທີ່ນັກອະນຸລັກສິ່ງແວດລ້ອມ ຈຶ່ງຮ່ວມກັນຕໍ່ຕ້ານຜູ້ຜະລິດເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນອີເລັກໂທຣນິກທີ່ຜະລິດອຸປະກອນທີ່ມີອາຍຸການໃຊ້ວຽກສັ້ນ ເພື່ອໃຫ້ຜູ້ບໍລີໂພກກັບມາຊື້ສິນຄ້າຂອງພວກເຂົາອີກ.

ກົດໝາຍດັ່ງກ່າວ ຈະຊ່ວຍລົດຂີ້ເຫຍື້ອອີເລັກໂທຣນິກປະມານ 1.5 ລ້ານໂຕນທີ່ສະຫະລາຊະອານາຈັກສ້າງຂຶ້ນໃນແຕ່ລະປີໄດ້ ພ້ອມທັງຊ່ວຍລົດການປ່ອຍຄາບອນໄປພ້ອມ.
Emilie Carmichael ຈາກກອງທຶນ Energy Saving Trust ເຜີຍວ່າ ການລົດຄວາມຊັບຊ້ອນຂອງວິທີການໃຊ້ວຽກໃນປ້າຍຜະລິດຕະພັນ ຈະຊ່ວຍໃຫ້ຜູ້ບໍລິໂພກມີທາງເລືອກຫຼາຍຂຶ້ນໃນການລົດໃຊ້ພະລັງງານ ແລະ ຄ່າໃຊ້ຈ່າຍ.

ປະເທດຝຣັ່ງເອງກໍໄດ້ມີແຜນກຽມຕິດປ້າຍ “ສ້ອມແປງໄດ້” ໃນປ້າຍຜະລິດຕະພັນສິນຄ້າປະເພດອີເລັກໂທຣນິກ ເຊັ່ນ: ໂທລະສັບ, ຕູ້ເຢັນ, ເຄື່ອງຕັດຫຍ້າ ແລະ ອຸປະກອນອື່ນໆ ເພື່ອກະຕຸ້ນໃຫ້ຜູ້ບໍລິໂພກເລືອກຊື້ສິນຄ້າດ້ວຍວິທີທີ່ເປັນມິດກັບສິ່ງແວດລ້ອມ, ທາງລັດຈະລະບຸໄວ້ວ່າ ອຸປະກອນທີ່ສ້ອມແປງໄດ້ ຄວາມຍາກໃນການສ້ອມແປງຂອງມັນຈະຢູ່ລະດັບໃດ ຕັ້ງແຕ່ 1-10 .
ຂອບໃຈຂໍ້ມູນຈາກ:
https://www.facebook.com/environman.th/posts/3505106232951132