ສວຍງາມສົ່ງທ້າຍປີ! ກ້ອງອະວະກາດ James Webb ປ່ອຍພາບກາແລັກຊີກັງຫັນ ຕັ້ງຫ່າງຈາກໂລກປະມານ 220 ລ້ານປີແສງ

ສວຍງາມສົ່ງທ້າຍປີ

ຫຼາຍຄົນຄືຈະຄຸ້ນກັບບັນດາຮູບພາບອະວະກາດສຸດແສນສວຍງາມຂອງກ້ອງ ໂທລະທັດ ເຈມສ໌  ເວັບ (James Webb) ທີ່ກ່ອນໜ້ານີ້ໄດ້ປ່ອຍອອກມາຫຼາກຫຼາຍຮູບ ຫຼ້າສຸດນີ້ໃນເດືອນສຸດທ້າຍຂອງປີ ກ້ອງ ເຈມສ໌ ເວັບ ກໍໄດ້ປ່ອຍຮູບພາບຂອງ ດາຣາຈັກ ຫຼື ກາແລັກຊີ່ກົ້ນຫອຍສ່ອງແສງສະຫວ່າງສວຍງາມທີ່ມີຊື່ວ່າ NGC 7469 ມີເສັ້ນຜ່າສູນກາງ 90.000 ປີແສງ ແລະ ຕັ້ງຢູ່ຫ່າງຈາກໂລກປະມານ 220 ລ້ານປີແສງໃນກຸ່ມດາວມ້າບິນ. ພ້ອມນັ້ນແສງທີ່ສະຫວ່າງອອກມາຈາກກາແລັກຊີຍັງມີຮູບຊົງຄ້າຍຄືກັງຫັນອີກພ້ອມ.

ສວຍງາມສົ່ງທ້າຍປີ

ສຳລັບກາແລັກຊີກົ້ນຫອຍແຫ່ງນີ້ໄດ້ຮັບການສຶກສາ ໂດຍໂຄງການ Great Observatories All-sky LIRGs Survey (GOALS) ທີ່ມີຈຸດມຸ່ງໝາຍໃນການສຶກສາຟີຊິກຂອງການກໍໍ່ຕົວຂອງດາວລືກ, ການເຕີບໃຫຍ່ຂອງຫຼຸມດຳ ແລະ ກາແລັກຊີອື່ນໆ ເຊິ່ງ NGC 7469 ຖືກອະທິບາຍວ່າເປັນທີ່ຕັ້ງຂອງນິວຄລຽສດາຣາຈັກກຳມັນ (Active Galactic Nucleus-AGN) ທີ່ໃຈກາງຂອງມັນສະຫວ່າງແຮງ ແລະ ເຕັມໄປດ້ວຍແສງທີ່ປ່ອຍອອກມາຈາກ ຝຸ່ນ ແລະ ແກ໊ສ ຂະນະລົງສູ່ຫຼຸມດຳທີ່ໃຈກາງກາແລັກຊີ. ສຳລັບກາແລັກຊີແຫ່ງນີ້ແລ້ວແມ່ນເປີດໂອກາດໃຫ້ນັກດາຣາສາດໄດ້ສຶກສາຄວາມສຳພັນລະຫວ່າງ AGN ແລະ ປະຕິກິລິຍາ “Starburst” ເຊິ່ງເປັນປະຕິກິລິຍາໃນກາແລັກຊີທີ່ມີອັດຕາການເກີດຂອງດວງດາວໃໝ່ສູງ ແລະ ວ່ອງໄວ.

ສວຍງາມສົ່ງທ້າຍປີ

ເຖິງວ່າ NGC 7469 ຈະເປັນໜຶ່ງໃນ AGN ທີ່ໄດ້ຮັບຄວາມສົນໃຈຫຼາຍແຫ່ງໜຶ່ງໃນທ້ອງຟ້າ ແຕ່ລັກສະນະທີ່ກະທັດຮັດຂອງລະບົບນີ້ ລວມເຖິງການມີຝຸ່ນຈຳນວນຫຼາຍ ເຮັດໃຫ້ນັກດາຣາສາດຍາກທີ່ຈະເຂົ້າໃຈຢ່າງລະອຽດດ້ວຍເຄື່ອງມືແບບເກົ່າ. ແຕ່ສຳລັບກ້ອງ ເຈມສ໌ ເວັບ ແມ່ນສາມາດສຳຫຼວດວົງແຫວນຂອງທີ່ມາ ຈາກປະຕິກິລິຍາ “Starburst” ຂອງກາແລັກຊີແຫ່ງນີ້ໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/