ສສ ຫວຽດນາມ ຮ່ວມມືກັບ ສປປ ລາວ ສົ່ງເສີມວຽກງານດ້ານກະສິກໍາ

ສສຫວຽດນາມ

ໃນວັນທີ 28 ທັນວາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ເລ້ ມິ້ງ ຮວ້ານ ກຳມະການສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານການຮ່ວມມື ໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ.

ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ເລ້ ມິ້ງ ຮວ້ານ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນຮັດແໜ້ນການພົວພັນຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໂດຍສະເພາະ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ, ແລກປ່ຽນບົດຮຽນ, ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຕະຫຼອດໄປ.

ສສຫວຽດນາມ

ທ່ານ ເລ້ ມິ້ງ ຮວ້ານ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ພັນຄຳ ວິພາວັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີຊາບ. ພ້ອມນັ້ນ, ທ່ານ ຍັງໄດ້ ສະແດງຄວາມຫວັງວ່າ ການເດີນທາງມາ ສປປ ລາວ ໃນຄັ້ງນີ້, ຈະເຮັດໃຫ້ການພົວພັນຮ່ວມມື ລະຫວ່າງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຂອງ ສປປ ລາວ ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ຂຶ້ນໄປເລື້ອຍໆ ແນໃສ່ເຮັດໃຫ້ວຽກງານກະສິກຳ ຂອງສອງປະເທດ ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

ສສຫວຽດນາມ

ຂອບໃຈຂໍ້ມູນຈາກ: https://bit.ly/3I1i61k

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/