ວິໄຈຈາກສະຫະລັດເຜີຍ ກຸ່ມຄົນ Gen Z ບໍ່ຮູ້ສຶກຜິດກັບການຕ້ອງຍ້າຍບ່ອນເຮັດວຽກໃໝ່ ແລະ ຍອມລາອອກຖ້າວຽກນັ້ນບໍ່ດີ

ກຸ່ມຄົນ Gen Z

ເຊື່ອວ່າຫຼາຍຄົນທີ່ປ່ຽນວຽກ ຫຼື ຍ້າຍບ່ອນເຮັດວຽກຢູ່ຫຼາຍຄັ້ງຕ້ອງຮູ້ສຶກຜິດມາແລ້ວບໍ່ຫຼາຍກໍໜ້ອຍ ແຕ່ຄວາມຮູ້ສຶກນັ້ນບໍ່ແມ່ນສຳລັບຄົນ Gen Z ເພາະຫຼ້າສຸດນີ້ໄດ້ມີວິໄຈຈາກສະຫະລັດອາເມຣິກາທີ່ລະບຸວ່າ ກຸ່ມຄົນ Gen Z ບໍ່ຮູ້ສຶກຜິດກັບການຕ້ອງຍ້າຍບ່ອນເຮັດວຽກຫຼາຍຄັ້ງ ແລະ ຍອມລາອອກຖ້າວຽກນັ້ນບໍ່ດີ ເຖິງບໍ່ມີແຜນສຳຮອງກໍຕາມ.

ກຸ່ມຄົນ Gen Z

ໂດຍເນື້ອຫາທີ່ກ່າວໄປຂ້າງເທິງນັ້ນເປັນຂໍ້ມູນວິໄຈຂອງບໍລິສັດ Oliver Wyman ບໍລິສັດທີ່ປຶກສາດ້ານທຸລະກິດຈາກສະຫະລັດ ທີ່ໄດ້ລະບຸວ່າໄວໜຸ່ມ Gen Z ບໍ່ເບິ່ງວ່າການທີ່ຍ້າຍວຽກຫຼາຍຄັ້ງ (Job-hopping) ເປັນເລື່ອງທີ່ບໍ່ດີອີກຕໍ່ໄປ ເພາະພວກເຂົາຍິນດີທີ່ຈະລາອອກຈາກວຽກທັນທີ ຖ້າຫາກວຽກເຫຼົ່ານັ້ນຮູ້ສຶກບໍ່ໂອເຄ ແລະ ບໍ່ໃຫ້ໃນສິ່ງທີ່ພວກເຂົາຕ້ອງການ ເຖິງແມ່ນວ່າພວກເຂົາຈະບໍ່ມີແຜນສຳຮອງໃນການຫາວຽກໃໝ່ກໍຕາມ.

ໂດຍງານວິໄຈສະບັບນີ້ໄດ້ສຶກສາຈາກກຸ່ມຄົນ Gen Z ອາຍຸ 18-25 ປີຈາກສະຫະລັດອາເມຣິກາ ແລະ ອັງກິດຈຳນວນ 10.000 ຄົນເພື່ອວິເຄາະວ່າຄົນ Gen ນີ້ ຈະມີຜົນກະທົບກັບວິຖີປະຕິບັດຂອງສະຖາບັນທຸລະກິດແນວໃດແດ່.

ກຸ່ມຄົນ Gen Z

ສຳລັບຄົນ Gen Z ແມ່ນກຸ່ມຄົນທີ່ເຕີບໂຕໃນໄລຍະໂຣກລະບາດ ຂໍ້ມູນຈາກງານວິໄຈລະບຸວ່າພວກເຂົາສູນເສຍຊີວິດໄວໜຸ່ມໄປກັບ Covid-19 ເຊິ່ງນັ້ນເປັນຜົນໃຫ້ພວກເຂົາມັກຈະຊອກຫາວຽກງານທີ່ມີຄວາມ work-life balance ທີ່ດີ ແລະ ບໍ່ໄດ້ກຽມຕົວເພື່ອແລກເວລາວ່າງໃຫ້ກັບວຽກງານຂະໜາດນັ້ນ.

ກຸ່ມຄົນ Gen Z

ນອກຈາກນີ້ ພວກເຂົາຍັງບໍ່ຮູ້ສຶກຜິດທີ່ຈະຍ້າຍອອກຈາກວຽກ ເພາະຄົນ Gen Z ແມ່ນຍັງຕາມຫາວຽກງານທີ່ມີສະຫວັດດີການດີໆ ໃຫ້ພວກເຂົາອີກພ້ອມ ເຊັ່ນ ປະກັນສຸຂະພາບຈິດ ແລະ ແນມຫາບໍລິສັດທີ່ມີຄວາມປອດໃສໃນການເຮັດວຽກ. ດ້ວຍຄວາມທີ່ຄົນຮຸ່ນນີ້ເລີ່ມວຽກຄັ້ງທຳອິດໃນໄລຍະທີ່ COVID-19 ລະບາດໜັກ ເຮັດໃຫ້ພວກເຂົາຄຸ້ນເຄີຍກັບການເຮັດວຽກຈາກເຮືອນ (work from home) ເຊິ່ງຂໍ້ມູນຈາກງານວິໄຈເຜີຍໃຫ້ເຫັນວ່າ ຄົນ Gen Z ຢາກເຮັດວຽກຈາກເຮືອນ ແລະ ເຮັດວຽກແບບປະສົມຫຼາຍກວ່າ ຫຼື ເວົ້າງ່າຍໆກໍຄື ບໍ່ຢາກເດີນທາງຈາກເຮືອນເພື່ອມາເຂົ້າຫ້ອງການທຸກມື້.

ກຸ່ມຄົນ Gen Z

ນອກຈາກນີ້ ລາຍງານຈາກ Lever’s Great Resignation ລະບຸວ່າ ໃນປີ 2022 ຄົນ Gen Z ຈຳນວນ 65% ຈາກຜົນສຳຫຼວດບອກວ່າຕົນເອງຈະລາອອກຈາກວຽກໃນໄລຍະປາຍປີ ເຊິ່ງສອດຄ່ອງກັບຜົນງານວິໄຈຫຼ້າສຸດຈາກ ບໍລິສັດ Oliver Wyman ທີ່ລະບຸວ່າ  ຄົນ Gen Z ບໍ່ຮູ້ສຶກຜິດກັບການຕ້ອງຍ້າຍບ່ອນເຮັດວຽກຫຼາຍຄັ້ງ.

ພ້ອມນັ້ນຍັງມີເຫດຜົນອື່ນໆ ເພາະຄົນຮຸ່ນໃໝ່ຄາດຫວັງກັບນາຍຈ້າງຫຼາຍກວ່າເກົ່າ ພວກເຂົາຊອກຫາອາຊີບທີ່ມີຄວາມໝາຍ, ວຽກທີ່ບໍ່ສ້າງຜົນກະທົບກັບສຸຂະພາບກາຍ-ໃຈ ແລະ ວຽກທີ່ບໍ່ໄດ້ຈ່າຍເງິນໜ້ອຍເກີນ ຄົນຮຸ່ນໃໝ່ຈຶ່ງຄາດຫວັງກັບວຽກງານຫຼາຍຂຶ້ນ ເປັນຜົນໃຫ້ຕ້ອງຕາມຫາວຽກງານທີ່ດີ, ຈ່າຍເງິນເໝາະສົມ ແລະ ມີຄຸນຄ່າທາງຈິດໃຈ.


ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/