ກ່ອນໜ້ານີ້ລາຄາຂອງ Bitcoin ໄດ້ຢືນຢູ່ເໜືອລະດັບ 29,000 ໂດລາຢ່າງເຂັ້ມແຂງເປັນເວລາຫຼາຍມື້, ໂດຍຫຼ້າສຸດລາຄາຂອງ Bitcoin ກັບລົດລົງຢ່າງຮຸນແຮງຕໍ່າກວ່າລະດັບ 29,000 ໂດລາ. ເຊິ່ງເຫດການດັ່ງກ່າວໄດ້ເກີດຂຶ້ນໃນຕອນເຊົ້າຂອງມື້ນີ້ (ວັນທີ 17 ສິງຫາ) ຫຼັງຈາກທີ່ທະນາຄານກາງຂອງສະຫະລັດ (FED) ໄດ້ມີການລາຍງານການປະຊຸມວ່າຈະຍັງຄົງແນວທາງເດີມຄື ຍັງຄົງແນມເຫັນວ່າອັດຕາເງິນເຟີ້ນັ້ນຍັງຄົງສູງເກີນໄປ ແລະ ມີທ່າທີທີ່ຈະປັບອັດຕາດອກເບ້ຍຂຶ້ນອີກ ສົ່ງຜົນໃຫ້ຕະຫຼາດມີຄວາມກັງວົນຕໍ່ວ່າ FED ຈະຂຶ້ນດອກເບ້ຍເພື່ອສະກັດກັ້ນອັດຕາເງິນເຟີ້.
ທັງນີ້ ໃນການປະຊຸມຍັງໄດ້ສະແດງໃຫ້ເຫັນທ່າທີທີ່ບໍແນ່ນອນຂອງ FED , ໃນຂະນະດຽວກັນນັກວິເຄາະຂອງ Bank of America ຄາດການວ່າ Fed ຈະຍັງຄົງອັດຕາດອກເບ້ຍຂ້າມຄືນຢູ່ທີ່ລະດັບ 5.25% – 5.50% ໃນການປະຊຸມເດືອນກັນຍາ.
ແຕ່ເຖິງແບບນັ້ນ ລາຄາຂອງ Bitcoin ກໍໄດ້ມີການຕອບສະໜອງຕໍ່ກັບການປະຊຸມຂອງ FED ໃນຄັ້ງນີ້ ໂດຍມີລາຄາລົດລົງປະມານ 3 % ໃນ 24 ຊົ່ວໂມງທີ່ຜ່ານມາ ຫຼັງຈາກເຮັດຈຸດສູງສຸດຢູ່ທີ່ 29,191 ໂດລາ ແລະ ຈຸດຕໍ່າສຸດຢູ່ທີ່ 28,428 ໂດລາ, ອີງຕາມຂໍ້ມູນຈາກ coinmarketcap.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/