“ຢາສູບ” ເຮັດໃຫ້ຄົນລາວເສຍຊີວິດປະມານ 6,700 ຄົນຕໍ່ປີ


ສູນຂ່າວສານການແພດສຸຂະສຶກສາ ໄດ້ລົງວິດີໂອຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ອອກຖະແຫຼງຂ່າວ ກ່ຽວກັບການພິມຄຳເຕືອນກ່ຽວກັບສຸຂະພາບໃສ່ຊອງ ແລະ ກັບຢາສູບທຸກຊະນິດ. ພ້ອມນັ້ນຍັງໄດ້ລະບຸວ່າ ມີຜູ້ເສຍຊີວິດຈາກໂຣກທີ່ກ່ຽວຂ້ອງກັບຢາສູບປະມານ 18 ຄົນຕໍ່ມື້ ຫຼື ຄິດເປັນ 6,700 ຄົນຕໍ່ປີ ໂດຍອັດຕາຈາກການສູບຢາຄິດເປັນ 15% ຂອງຈຳນວນຜູ້ເສຍຊີວິດທັງໝົດໃນລາວ.

ພ້ອມຈະອອກມາດຕະການຄວບຄຸມຢາສູບຢ່າງມີປະສິດທິພາບເຊັ່ນ: ການເພີ່ມອາກອນຢາສູບ, ການຫ້າມໂຄສະນາຢາສູບທຸກຮູບແບບ, ການຈັດສະຖານທີ່ເຮັດວຽກ ແລະ ສະຖານທີ່ສາທາລະນະໃຫ້ປອດຢາສູບ, ການໃຫ້ຄວາມຮູ້ສັງຄົມກ່ຽວກັບຜົນຮ້າຍໃນຢາສູບ, ການພິມຄຳເຕືອນລົງໃນຢາສູບເປັນຮູບພາບຂະໜາດໃຫຍ່ໃນຊອງຢາສູບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/