ໃນປັດຈຸບັນ ເຮົາອາດຈະເຄີຍເຫັນຂ່າວຕ່າງປະເທດທີ່ຕອນນີ້ ຫຼາຍໆປະເທດພວມເອົາໃຈໃສ່ເລື່ອງສິ່ງແວດລ້ອມຫຼາຍຂຶ້ນ ລວມເຖິງການຫັນໄປໃຊ້ພະລັງງານທົດແທນແບບຍືນຍົງ ເປົ້າໝາຍເພື່ອລົດແກ໊ສເຮືອນແກ້ວ ແລະ ຄາບອນເປັນສູນ.
![](https://laox.la/wp-content/uploads/2020/11/image-88.png)
ມື້ນີ້ທີມງານ LaoX ຈະພາທ່ານມາຮູ້ຈັກຂໍ້ຕົກລົງປາຣິສ ຂໍ້ຕົກລົງທີ່ວ່າດ້ວຍການປ່ຽນແປງສະພາບອາກາດ ເປົ້າໝາຍທີ່ຫຼາຍໆປະເທດຊ່ວຍກັນໄປໃຫ້ເຖິງ ມັນແມ່ນຫຍັງ? ແລະ ມັນສຳຄັນແນວໃດ?
Paris Agreement ຫຼື ຂໍ້ຕົກລົງປາຣິສ ເປັນຂໍ້ຕົກລົງຕາມກອບອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບພູມອາກາດ (UNFCCC) ເພື່ອກຳນົດມາດຕະການລົດການປ່ອຍແກ໊ສຄາບອນໄດອອກໄຊ ຕັ້ງແຕ່ປີ 2020.
ຂໍ້ຕົກລົງດັ່ງກ່າວເຈລະຈາກັນໃນຊ່ວງ ການປະຊຸມພາຄີສະມາຊິກຂອງ UNFCCC ຄັ້ງທີ 21 ທີ່ນະຄອນປາຣິສ ປະເທດຝຣັ່ງ ແລະ ໄດ້ຮັບການເຫັນດີໃນວັນທີ 12 ທັນວາ 2015. ໂລຣອງ ຟາບິອຸດ ປະທານທີ່ປະຊຸມ ແລະ ລັດຖະມົນຕີວ່າການຕ່າງປະເທດຂອງຝຣັ່ງກ່າວວ່າ ນີ້ເປັນ “ຈຸດປ່ຽນທາງປະຫວັດສາດ” ໃຫ້ຄວາມພະຍາຍາມລົດພາວະໂລກຮ້ອນ.
![](https://laox.la/wp-content/uploads/2020/11/image-89.png)
ຂໍ້້ຕົກລົງໄດ້ຖືກລົງວັນທີ 22 ເມສາ 2016 ທີ່ມະຫານະຄອນນິວຢອກ ປະເທດສະຫະລັດອາເມຣິກາ.
ເປົ້າໝາຍຂອງອະນຸສັນຍາມີລະບຸໄວ້ໃນຂໍ້ 2 ວ່າ ເພື່ອ “ສົ່ງເສີມການບັງຄັບໃຊ້” UNFCCC ດ້ວຍການ:
- ຄວບຄຸມອຸນຫະພູມອຸນຫະພູມສະເລ່ຍຂອງໂລກ ບໍ່ໃຫ້ເພີ່ມຂຶ້ນເກີນ 2 ອົງສາ ຈາກລະດັບອຸນຫະພູມຊ່ວງກ່ອນຍຸກອຸດສາຫະກຳ ແລະ ພະຍາຍາມຈຳກັດການເພີ່ມຂຶ້ນຂອງອຸນຫະພູມ 1.5 ອົງສາ ຈາກລະດັບອຸນຫະພູມຊ່ວງກ່ອນຍຸກອຸດສາຫະກຳ ໂດຍຄຳນຶງວ່າ ຄວາມພະຍາຍາມນີ້ຈະຊ່ວຍລົດຄວາມສ່ຽງ ແລະ ຜົນກະທົບຂອງການປ່ຽນແປງສະພາບພູມອາກາດລົງ.
- ເພີ່ມພູນຄວາມສາມາດໃນການປັບໂຕໃຫ້ເຂົ້າກັບຜົນກະທົບຈາກການປ່ຽນແປງສະພາບພູມອາກາດ ແລະ ປະຄັບປະຄອງຄວາມທົນທານຕໍ່ສະພາບອາກາດ ແລະ ການພັດທະນາທີ່ກໍ່ແກ໊ສເຮືອນແກ້ວໃນລະດັບຕໍ່າ ດ້ວຍແນວທາງທີ່ບໍ່ເປັນໄພຄຸກຄາມຕໍ່ການຜະລິດອາຫານ.
- ກໍ່ໃຫ້ເກີດການໄຫຼວຽນຂອງກະແສເງິນທຶນ ເຊິ່ງສອດຄ່ອງກັບແນວທາງໄປສູ່ການພັດທະນາທີ່ກໍ່ແກ໊ສເຮືອນແກ້ວໃນລະດັບຕໍ່າ ແລະ ທົນທານຕໍ່ສະພາບອາກາດ.
ຕາມທີ່ລະບຸໄວ້ໃນກອບອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບພູມອາກາດນັ້ນ ອາດຈະມີການຕົກລົງຮັບກາສານທາງກົດໝາຍຫຼາຍສະບັບເພື່ອໃຫ້ເປົ້າໝາຍຂອງອະນຸສັນຍາບັນລຸຜົນກໍໄດ້. ສະນັ້ນ ຈຶ່ງມີການຕົກລົງກ່ຽວກັບມາດຕະການລົດແກ໊ສເຮືອນແກ້ວຕາມຄວາມໃນ ພິທີສານກຽວໂຕ ປີ 1997 ເພື່ອດໍາເນີນງານໃນຊ່ວງປີ 1997 ເຖິງ 2008.
ຕໍ່ມາມີການບັນທຶກ “ຂໍ້ແກ້ໄຂເພີ່ມເຕີມໂດຮາ” (Doha Amendment) ເພື່ອແກ້ໄຂເພີ່ມເຕີມພິທີສານດັ່ງກ່າວໃຫ້ຂະຫຍາຍການດຳເນີນງານອອກໄປຈົນເຖິງປີ 2020.
![](https://laox.la/wp-content/uploads/2020/11/image-90.png)
ໃນລະຫວ່າງການປະຊຸມສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບພູມອາກາດ ປິ 2009 ມີການກຳນົດ “ແຜນງານເດີບັນ” (Durban Platform) ພ້ອມ “ຄະນະເຮັດວຽກສະເພາະກິດວ່າດ້ວຍແຜນງານເດີບັນສຳຫຼັບການດຳເນີນງານເພີ່ມເຕີມ” (Ad Hoc Working Group on the Durban Platform for Enhanced Action) ເພື່ອມຸ່ງໝັ້ນເຈລະຈາກ່ຽວກັບກາສານກົດໝາຍສະບັບໜຶ່ງວ່າດ້ວຍມາດຕະການບັນເທົາຄວາມປ່ຽນແປງຂອງສະພາບພູມອາກາດນັບແຕ່ປີ 2020. ສະນັ້ນ ໃນປີ 2015 ຈຶ່ງມີການຕົກລົງຮັບກາສານດັ່ງກ່າວ.
![](https://laox.la/wp-content/uploads/2020/11/xcxc-187x1024.jpg)