ມາດຕາ 377A ກົດໝາຍວ່າດ້ວຍການລົງໂທດຊາຍ-ຊາຍທີ່ມີການຮ່ວມເພດກັນ ຂອງສິງກະໂປ ກໍາລັງຈະຖືກຍົກເລີກຫຼັງຈາກຖືກບັງຄັບໃຊ້ມາ 84 ປີ

ກົດໝາຍ

ໃນຍຸກສະໄໝນີ້ ທີ່ມີການເລີ່ມຍອມຮັບຄວາມຫຼາກຫຼາຍທາງເພດເກີດຂຶ້ນໃນທົ່ວທຸກມຸມໂລກ ເຊິ່ງນັ້ນເບິ່ງຄືວ່າບັນດາປະເທດທີ່ອະດີດມີອະຄະຕິກັບຄວາມຫຼາກຫຼາຍຈະຫັນທິດທາງແລະເລີ່ມໃຫ້ການຍອມຮັບຫຼາຍຂຶ້ນ.

ກົດໝາຍ

ແລະ ສິງກະໂປ ກໍເປັນໜຶ່ງໃນປະເທດທີ່ເລີ່ມເປີດກວ້າງກ່ຽວກັບຄວາມຫຼາກຫຼາຍທາງເພດຫຼາຍຂຶ້ນ ເພາະເມື່ອວັນທີ 21 ສິງຫາ ເຊິ່ງກົງກັບມື້ວັນງານສະແດງວິໄສທັດປະຈໍາປີ 2022 (National Day Rally 2022) ລີ ຊຽນ ລຸງ (Lee Hsien Loong) ນາຍົກລັດຖະມົນຕີຂອງສິງກະໂປ ໄດ້ປະກາດວ່າ ທາງລັດຖະບານຈະມີການຍົກເລີກມາດຕາ 377A ເຊິ່ງກົດໝາຍວ່າດ້ວຍການລົງໂທດໃຫ້ກັບການຮ່ວມເພດຂອງຊາຍກັບຊາຍ ຫຼັງຈາກມີການບັງຄັບໃຊ້ກົດໝາຍນີ້ຕັ້ງແຕ່ຍຸກສະໄໝອານານິຄົມ ຫຼື ປະມານ 84 ປີກ່ອນ.

ສິງກະໂປ

ໂດຍ ລີ ຊຽນ ລຸງ ໄດ້ປະກາດວ່າ ທັດສະນະຄະຕິຂອງສັງຄົມສິງກະໂປ “ໄດ້ປ່ຽນໄປຂ້ອນຂ້າງຫຼາຍແລ້ວ” ຫຼັງຈາກທີ່ເຄີຍມີການອະພິປາຍກ່ຽວກັບມາດຕາດັ່ງກ່າວໃນລັດຖະສະພາຄັ້ງຫຼ້າສຸດເມື່ອ 15 ປີກ່ອນ.

“ເຖິງວ່າເຮົາຍັງເປັນສັງຄົມອະນຸລັກນິຍົມໃນວົງກວ້າງ ແຕ່ຕອນນີ້ເກຍ໌ກໍໄດ້ຮັບການຍອມຮັບຫຼາຍຂຶ້ນໃນສິງກະໂປ ໂດຍສະເພາະໃນກຸ່ມສິງກະໂປຮຸ່ນໃໝ່” ລີ ຊຽນ ລຸງ ໄດ້ກ່າວ ພ້ອມກັບຍ້ຳວ່າ ເລື່ອງນີ້ແມ່ນບໍ່ຖືເປັນບັນຫາຕໍ່ການຮັກສາກົດໝາຍ ແລະລະບຽບຂອງສັງຄົມ ຖ້າເບິ່ງຈາກມຸມມອງລະດັບຊາດ.

ກົດໝາຍ

“ຊາວສິງກະໂປຍັງມີຄວາມຄິດເຫັນທີ່ແຕກຕ່າງກັນວ່າການຮັກຮ່ວມເພດຖືກຫຼືຜິດ ແຕ່ວ່າຕອນນີ້ຄົນສ່ວນໃຫຍ່ຍອມຮັບວ່າຣົດສະນິຍົມ ແລະ ພຶດຕິກໍາທາງເພດຂອງບຸກຄົນນັ້ນເປັນເລື່ອງສ່ວນຕົວ ແລະ ການມີເພດສຳພັນລະຫວ່າງຜູ້ຊາຍບໍ່ຄວນເປັນຄວາມຜິດທາງອາຍາ”  ລີ ຊຽນ ລຸງ ລະບຸ.

ກົດໝາຍ

ເຊິ່ງກ່ອນໜ້າ ຈຸດຢືນຂອງສິງກະໂປກ່ຽວກັບມາດຕາ 377A ແມ່ນຍັງຄົງເກັບໄວ້ ແຕ່ຈະບໍ່ບັງຄັບໃຊ້ ເພື່ອພະຍາຍາມປະນີປະນອມໃຫ້ທັງຝ່າຍທີ່ເຫັນດີ ແລະ ບໍ່ເຫັນດີ ຂະນະດຽວກັນ ສານອຸທອນ (Court of Appeal) ໄດ້ມີຄໍາຕັດສິນເມື່ອເດືອນ ກຸມພາ 2022 ນີ້ ເຊິ່ງແມ່ນການຕີຕົກມາດຕາດັ່ງກ່າວ ແລະຈະບໍ່ສາມາດບັງຄັບໃຊ້ໄດ້.

ກົດໝາຍ

ສຳລັບເນື້ອໃນຂອງກົດໝາຍມາດຕາດັ່ງກ່າວ ລະບຸວ່າ “ບຸກຄົນເພດຊາຍຄົນໃດ ບໍ່ວ່າຈະໃນບ່ອນລັບ ຫຼື ບ່ອນແຈ້ງ ທີ່ໄດ້ກະທໍາການລາມົກອະນາຈານ ສົ່ງເສີມ ຈັດຫາ ຫຼື ພະຍາຍາມ ຈັດຫາບຸກຄົນເພດຊາຍໃຫ້ກະທຳການລາມົກອະນາຈານ ກັບບຸກຄົນເພດຊາຍອີກຄົນໜຶ່ງ ຕ້ອງມີໂທດຈໍາຄຸກບໍ່ເກີນ 2 ປີ”

ຢ່າງໃດກໍຕາມ ລັດຖະບານສິງກະໂປແມ່ນຍັງສະຫງວນທ່າທີໃນເລື່ອງຂອງສິດທິ LGBTQ+ ດ້ວຍການລະບຸວ່າ ຈະດໍາເນີນການແກ້ໄຂລັດຖະທໍາມະນູນເພື່ອປົກປ້ອງນິຍາມການສົມຣົດວ່າເປັນເລື່ອງຂອງຊາຍຍິງ ເພື່ອບໍ່ໃຫ້ມີການຍື່ນແກ້ໄຂເລື່ອງນີ້ໃນສານອີກຕໍ່ໄປ.

ກົດໝາຍ

ນາຍົກ ລີ ຊຽນ ລຸງ ໄດ້ອະທິບາຍວ່າ ວິທີນີ້ຈະຊ່ວຍໃຫ້ຍົກເລີກມາດຕາ 377A ໃນແບບທີ່ ‘ຄວບຄຸມໄດ້’ ແລະ ເປັນວິທີທີ່ ‘ລະອຽດຖີ່ຖ້ວນ’ ໂດຍອ້າງວ່າ ມັນຈະຊ່ວຍຮັກສາສິ່ງທີ່ ລີ ເຊື່ອວ່າຊາວສິງກະໂປຕ້ອງການນັ້ນຄື ການຮັກສາໂຄງສ້າງຄອບຄົວພື້ນຖານທີ່ເກີດຈາກການສົມຣົດລະຫວ່າງຊາຍຍິງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ