ປະຊາຊົນຝຣັ່ງຫຼາຍລ້ານຄົນ ປະທ້ວງໜັກຢ່າງຕໍ່ເນື່ອງ ເພື່ອຕໍ່ຕ້ານແຜນປະຕິຮູບເລື່ອງເງິນບຳນານຂອງ ລັດຖະບານ


ປະຊາຊົນຊາວຝຣັ່ງຫຼາຍລ້ານຄົນທົ່ວປະເທດ ແລະ ຫຼາຍແສນຄົນ ໃນນະຄອນຫຼວງປາຣີສເດີນຂະບວນປະທ້ວງໜັກ ໃນວັນທີ 23 ມີນາ ທີ່ຜ່ານມານີ້ ເພື່ອຕໍ່ຕ້ານແຜນປະຕິຮູບເງິນບຳນານ ທີ່ສະໜັບສະໜູນໂດຍ ລັດຖະບານຂອງ ເອັມມານູເອວ ມາຄຣົງ ໂດຍໃຊ້ອຳນາດພິເສດຕາມລັດຖະທຳມະນູນ ຜ່ານຮ່າງກົດໝາຍດັ່ງກ່າວ ໂດຍບໍ່ຜ່ານສະພາແຫ່ງຊາດ ເຊິ່ງສ້າງຄວາມບໍ່ພໍໃຈໃຫ້ກັບຊາວຝຣັ່ງເປັນຢ່າງສູງ.

ໂດຍຮ່າງກົດໝາຍປະຕິຮູບເງິນບຳນານດັ່ງກ່າວ ທີ່ສ້າງຄວາມບໍ່ພໍໃຈໃຫ້ປະຊາຊົນ ກຳນົດໄວ້ວ່າ ຜູ້ທີ່ຈະໄດ້ຮັບເງິນບຳນານ ແມ່ນຕ້ອງມີອາຍຸ 64 ປີຂຶ້ນໄປ ຈາກແຕ່ກ່ອນແມ່ນ 62 ປີ ແລະ ຕ້ອງເຮັດວຽກມາແລ້ວຢ່າງໜ້ອຍ 43 ປີ ຈຶ່ງຈະມີສິດໄດ້ຮັບເງິນບຳນານແບບເຕັມຈຳນວນ.

ໂດຍການປະທ້ວງຄັ້ງນີ້ ໄດ້ດຳເນີນມາໄລຍະໜຶ່ງແລ້ວ ແລະ ໄດ້ເພີ່ມທະວີຄວາມຮຸນແຮງຂຶ້ນເລື້ອຍໆ ທັງມີການປະທະກັນຂອງເຈົ້າໜ້າທີ່ຕຳຫຼວດກັບປະຊາຊົນຜູ້ທີ່ມາປະທ້ວງ ມີການກໍ່ໄຟກາງຫົນທາງ ຈູດໄຟເຜົາທັງຂີ້ເຫຍື້ອ, ເຜົາຢາງລົດສ້າງກຸ່ມຄວັນ ລວມໄປຮອດມີການກໍ່ອາຊະຍາກຳຕາມສະຖານທີ່ຕ່າງໆ ທີ່ມີປະຊາຊົນມາລວມຕົວກັນຢູ່ຢ່າງແອອັດ.

ໂດຍນັບຕັ້ງແຕ່ປີ 2023 ມາ ຢູ່ປະເທດຝຣັ່ງໄດ້ມີການນັດປະທ້ວງໃຫຍ່ແບບນີ້ມາແລ້ວທັງໝົດ 9 ຄັ້ງ ແລະ ຄັ້ງຕໍ່ໄປ ທາງດ້ານສະພາແຮງງານຂອງປະເທດຝຣັ່ງ ໄດ້ມີການນັດກັນອອກມາປະທ້ວງໃຫຍ່ອີກ ເປັນຄັ້ງທີ 10 ໃນວັນທີ 28 ມີນາ ທີ່ຈະມາຮອດນີ້ ເຊິ່ງກົງກັບໄລຍະດຽວກັນ ທີ່ສົມເດັດ ພະເຈົ້າຊາ ທີ 3 ຂອງປະເທດອັງກິດ ຈະເດີນທາງມາຢ້ຽມຍາມຝຣັ່ງ ຢ່າງເປັນທາງການ.

ສ່ວນທາງດ້ານຂອງ ປະທານາທິບໍດີ ເອັມມານູເອວ ມາຄຣົງ ໄດ້ລະບຸວ່າ ແຜນປະຕິຮູບເງິນບຳນານນີ້ ເປັນສິ່ງຈຳເປັນສຳລັບຝຣັ່ງ ແລະ ການປ່ຽນແປງໃນຄັ້ງນີ້ຈະຊ່ວຍການຂາດດຸນຄັ້ງໃຫຍ່ຂອງຝຣັ່ງໃນອະນາຄົດ.

ສ່ວນສາເຫດທີ່ລັດຖະບານໄດ້ແກ້ໄຂລະບົບບຳນານນີ້ ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບດັ່ງກ່າວ ເພາະໃນອະນາຄົດອັນໃກ້ ລະບົບບຳນານຂອງປະເທດ ອາດຕ້ອງປະເຊີນກັບການຂາດດຸນ ເນື່ອງຈາກມີຜູ້ສູງອາຍຸເພີ່ມຂຶ້ນເລື້ອຍໆ ແລະ ລະບົບບຳນານຂອງຝຣັ່ງ ເປັນລະບົບທີ່ນຳເງິນຈາກຄົນເຮັດວຽກ ມາລ້ຽງລູກກັບຄົນທີ່ກະສຽນແລ້ວ ລັດຖະບານຈຶ່ງເບິ່ງວ່າຈຳເປັນຕ້ອງຂະຫຍາຍເວລາຂອງຄົນເຮັດວຽກໃຫ້ຫຼາຍຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/