The Weeknd ຖືກຍົກໃຫ້ເປັນສິລະປິນທີ່ໄດ້ຮັບຄວາມນິຍົມທີ່ສຸດໃນໂລກ ຈາກ Guinness World Record


Abel Tesfaye ຫຼື ຫຼາຍຄົນຮູ້ຈັກກັນໃນຊື່ The Weeknd ເປັນນັກຮ້ອງ ນັກແຕ່ງເພງ ແລະ ເປັນໂປດິວເຊີເພງຊາວແຄນາດາ ໃນປາຍປີ 2010 ໄດ້ປ່ອຍເພງຕົນເອງລົງໃນ YouTube ໂດຍໃຊ້ຊື່ວ່າ The Weeknd ແລະ ສ້າງຊື່ສຽງມາຮອດປັດຈຸບັນ.

ໃນໄລຍະ 4-5 ປີທີ່ຜ່ານມາເວົ້າໄດ້ເລີຍເປັນໄລຍະຂາຂຶ້ນຂອງ The Weeknd ຈາກຜົນງານທີ່ເຮັດອອກມາແລ້ວຕິດຫູຫຼາຍໆເພງ ດ້ວຍເຫດນີ້ເຮັດໃຫ້ The Weeknd ກວາດຮາງວັນສິລະປິນດີເດັ່ນໄປໄດ້ຫຼາກຫຼາຍເວທີ.

The Weeknd ເຄີຍສ້າງປະຫວັດສາດໃຫ້ວົງການເພງດ້ວຍການເປັນສິລະປິນຄົນທຳອິດ ແລະ ຄົນດຽວໃນປະຫວັດສາດຂອງ Spotify ທີ່ມີຍອດຜູ້ຟັງສູງຮອດ 100 ລ້ານຄົນຕໍ່ເດືອນ ຕະຫຼອດຈົນຮອດທ້າຍເດືອນກຸມພາ ຈົນເຮັດໃຫ້ມີຍອດຕິດຕາມການ streaming ເພີ່ມຂຶ້ນສູງຮອດ 111,4 ລ້ານຄົນທົ່ວໂລກ. ຫຼັງຈາກມີການວິເຄາະຜູ້ຟັງລາຍເດືອນ ເຖິງ streaming Spotify ປາກົດວ່າ The Weeknd ມີຍອດຜູ້ຟັງສູງສຸດໃນທຸກໆເດືອນ ຈົນ Guinness World Record ໄດ້ບັນທຶກວ່າ The Weeknd ຄືສິລະປິນທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນໂລກຕອນນີ້.

ຂອບໃຈແຫຼ່ງຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/