ເອີ້ນໄດ້ວ່າບໍ່ມີຂໍ້ຍົກເວັ້ນ, ນະໂຍບາຍ ຫຼື ສິດທິພິເສດໃດໆ ເມື່ອເຈົ້າໜ້າທີ່ຕຳຫຼວດຈະລາຈອນຂອງປະເທດອັງກິດ ໄດ້ດຳເນີນດານລົງໂທດ ປັບໃໝເງິນ ຣິຊີ ຊູນັກ (Rishi Sunak) ນາຍົກລັດຖະມົນຕີ ຂອງປະເທດອັງກິດ ຫຼັງພົບວ່າລາວເຮັດຜິດກົດລະບຽບ ໂດຍການບໍ່ໃສ່ສາຍຮັດນິລະໄພ ລະຫວ່າງນັ່ງຢູ່ເບາະຫຼັງຂອງລົດ ທີ່ກຳລັງແລ່ນຢູ່ ໂດຍມີຫຼັກຖານເປັນວິດີໂອທີ່ຖືກໂພສລົງໃນບັນຊີ Instagram ສ່ວນຕົວ ຂອງທ່ານນາຍົກເອງ.
![ບໍ່ມີຂໍ້ຍົກເວັ້ນ](https://laox.la/wp-content/uploads/2023/01/image-269.png)
ໂດຍສຳນັກງານ ນາຍົກລັດຖະມົນຕີ ຂອງປະເທດອັງກິດ ເປີດເຜີຍວ່າ ທ່ານນາຍົກ ຍອມຮັບ ແລະ ຂໍໂທດໃນຄວາມຜິດ ທີ່ເກີດຂຶ້ນຢ່າງເຕັມທີ່ ແລະ ຢືນຢັນວ່າຈະຈ່າຍເງິນປັບໃໝຕາມລະບຽບ. ໂດຍວິດີໂອດັ່ງກ່າວທີ່ເປັນຫຼັກຖານນັ້ນ ແມ່ນເຮັດຂຶ້ນເພື່ອປະຊາສຳພັນນະໂຍບາຍ ຍົກລະດັບການໃຊ້ຈ່າຍງົບປະມານຂອງລັດຖະບານ (ປັດຈຸບັນ ວິດີໂອດັ່ງກ່າວຖືກລຶບອອກໄປແລ້ວ).
ໂດຍກົດໝາຍຈະລາຈອນຂອງປະເທດອັງກິດ ກຳນົດໃຫ້ລົງໂທດປັບໄໝຜູ້ໂດຍສານທີ່ບໍ່ໃສ່ສາຍຮັດນິລະໄພ ເມື່ອມີສາຍຮັດນິລະໄພ ແລະ ສາມາດໃຊ້ງານໄດ້ ໂດຍຕ້ອງປັບໄໝເປັນເງິນ 100 ປອນ ແລະ ສາມາດເພີ່ມຂຶ້ນເຖິງ 500 ປອນ ຖ້າວ່າຄະດີຍືດຍາວໄປຮອດຊັ້ນສານ.
![ບໍ່ມີຂໍ້ຍົກເວັ້ນ](https://laox.la/wp-content/uploads/2023/01/image-270.png)
ໂດຍການປັບໃໝຄັ້ງນີ້ຖືເປັນຄັ້ງທີ 2 ທີ່ເກີດຂຶ້ນລະຫວ່າງທີ່ ຣິຊີ ຊູນັກ ເຮັດວຽກໃນລັດຖະບານ ເຊິ່ງກ່ອນໜ້ານີ້ເມື່ອເດືອນ ເມສາ ປີ 2022 ລາວຖືກປັບໃໝພ້ອມກັບ ບໍລິສ ຈອນສັນ ນາຍົກລັດຖະມົນຕີ ໃນຂະນະນັ້ນ ຈາກການລະເມີດກົດລະບຽບ ເລື່ອງມາດຕະການຄວບຄຸມ ພະຍາດ ໂຄວິດ-19.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/