ບໍລິສັດ ເທີນ-ຫີນບູນ ພາວເວີ ຕັ້ງເປົ້າຂາຍໄຟຟ້າໃຫ້ໄດ້ 138 ລ້ານໂດລາ ພ້ອມມອບພັນທະໃຫ້ລັດຖະບານໃຫ້ໄດ້ 20 ລ້ານໂດລາ


ບໍລະສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຜູ້ຜະລິດ ແລະ ຈຳໜ່າຍໄຟຟ້າ ລາຍໃຫຍ່ຂອງ ສປ ລາວ ຕັ້ງເປົ້າ ຜະລິດໄຟຟ້າ ແລະ ສົ່ງຂາຍໃຫ້ໄດ້ 138 ລ້ານໂດລາ ແລະ ຄາດວ່າຈະປະກອບສ່ວນໃຫ້ລັດຖະບານລາວ ລວມເປັນເງິນອາກອນ ແລະ ຄ່າພາກຫຼວງຈຳນວນ 20 ລ້ານໂດລາ.

ໂດຍ ຕົວເລກດັ່ງກ່າວ ມາຈາກ ທ່ານ ປອ. ຈີ່ຊົ່ງ ຈື່ຫວ່າໄຊກິ  ຜູ້ອຳນວຍການໃຫຍ່ ບໍລິສັດເທີນ-ຫີນບູນ ພາວເວີ ຈຳກັດ  ທີ່ໄດ້ໃຫ້ສຳພາດກັບສື່ມວນຊົນແຂວງຄຳມ່ວນ ເມື່ອບໍ່ດົນມານີ້.

ໂດຍ ນອກຈາກຄາດການທາງຕົວເລກລາຍໄດ້ ແລະ ພັນທະທີ່ຈະມອບໃຫ້ລັດຖະລາວແລ້ວ ທ່ານ ປອ. ຈີ່ຊົ່ງ ຈື່ຫວ່າໄຊກິ ຍັງໃຫ້ຮູ້ອີກວ່າ ປີ 2024 ທາງບໍລິສັດຈະສູ້ຊົນຊໍາລະໜີ້ໃຫ້ໝົດ ເຊິ່ງເປັນເງິນກູ້ຢືມຈາກທະນາຄານ ເພື່ອມາກໍ່ສ້າງໂຄງການເທີນ-ຫີນບູນ ພາກຂະຫຍາຍ ຈຳນວນ 700 ກວ່າລ້ານໂດລາ ໂດຍໄດ້ເຮັດການຊຳລະໜີ້ເງິນກູ້ນີ້ມາແລ້ວ 10 ປີ ເຊິ່ງໃນປີ ສຸດທ້າຍປີ 2024 ນີ້ ທາງບໍລິສັດຈະຕ້ອງຊຳລະເງິນຈຳນວນ 67 ລ້ານໂດລາ ຄາດວ່າຈະສຳເລັດໃນທ້ານເດືອນກັນຍາ 2024 ນີ້.

ພາຍຫຼັງຊຳລະໜີ້ກູ້ຢືມໝົດແລ້ວ ລັດຖະບານຈະໄດ້ຮັບເງິນປັນຜົນທີ່ເພີ່ມຂຶ້ນຕື່ມຫຼາຍກວ່າ 30 ລ້ານໂດລາ ຕໍ່ປີ.

ໂດຍໃນປີ 2023 ທີ່ຜ່ານມານີ້ແມ່ນເກີດປະສົບກັບໄພແຫ້ງແລ້ງເຖິງວ່າເຂດລຸ່ມຂອງເຂື່ອນຈະມີຝົນຕົກຫຼາຍກໍຕາມ ແຕ່ເຂດເໜືອເຂື່ອນແມ່ນມີຝົນຕົກໜ້ອຍ ເຮັດໃຫ້ປະລິມານນໍ້າທີ່ໄຫຼເຂົ້າອ່າງແມ່ນບໍ່ໄດ້ຕາມເປົ້າໝາຍທີ່ຕັ້ງໄວ້ ເຊິ່ງເປັນສາເຫດເຮັດໃຫ້ການຜະລິດກະແສໄຟຟ້າໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ໃນປີຜ່ານມາ.

ເຊິ່ງປີທີ່ຜ່ານມາ ສາມາດຜະລິດໄຟຟ້າໄດ້ 2.100 ກວ່າເມັກກາວັດໂມງ ສົ່ງອອກໃຫ້ປະເທດໄທ ແລະ 187 ເມັກກາວັດໂມງ ຊົມໃຊ້ພາຍໃນ ແລະ ສາມາດຖອດພັນທະໃຫ້ແກ່ລັດຖະບານໄດ້ 16.34 (ສິບຫົກຈຸດສາມສິບສີ) ລ້ານ ໂດສະຫະລັດ ບໍ່ວ່າຈະເປັນຄ່າພາກຫຼວງ ແລະ ເງິນປັນຜົນກໍໄດ້ມອບໃຫ້ລັດຖະບານເປັນປົກກະຕິ.

ກະແສໄຟຟ້າທີ່ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຜະລິດໄດ້ ແມ່ນຂາຍໃຫ້ປະເທດໄທເປັນຫຼັກ ແລະ ມີຈໍານວນສ່ວນນ້ອຍແມ່ນຂາຍໃຫ້ແກ່ລັດວິສາຫະກິດ ໄຟຟ້າລາວ. ຈຸດປະສົງຫຼັກໃນການສົ່ງໄຟຟ້າອອກຂາຍ ຕ່າງປະເທດແມ່ນເພື່ອນໍາເອົາເງິນຕາຕ່າງປະເທດເຂົ້າມາສູ່ ສປປ ລາວ ໂດຍຂາຍເປັນສະກຸນເງິນບາດ ແລະ ເງິນໂດລາສະຫະລັດ.

ບໍລິສັດ ເທີນ-ຫີນບູນ ເປັນບໍລິສັດໜຶ່ງທີ່ລັດຖະບານລາວຖືຮຸ້ນຫຼາຍກວ່າໝູ່ໃນບັນດາບໍລິສັດຜະລິດໄຟຟ້າເອກະລາດ (IPP) ຢູ່ໃນປະເທດລາວ. ໂດຍເພື່ອ ເປັນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ດັ່ງນັ້ນ, ລັດຖະບານລາວຈຶ່ງໄດ້ ຕັດສິນໃຈສຸມໃສ່ພັດທະນາດ້ານພະລັງງານໄຟຟ້າດ້ວຍການອະນຸມັດໃຫ້ມີການກໍ່ສ້າງໂຄງການເຂື່ອນໄຟຟ້າ ເທີນ- ຫີນບູນ ໂດຍການຮ່ວມມືກັບຕ່າງປະເທດໃນການລົງທຶນ ເຊິ່ງໄດ້ຮັບເງິນກູ້ຈາກທະນາຄານພັດທະນາອາຊີ ຫຼື ADB ແລະ ໄດ້ເລີ່ມລົງມືກໍ່ສ້າງໃນປີ 1994 ແລະ ສໍາເລັດການກໍ່ສ້າງໃນປີ 1997 ເຊິ່ງໄດ້ເປີດນໍາໃຊ້ໃນວັນທີ 31 ມີນາ 1998 ມາຮອດປັດຈຸບັນແມ່ນຢູ່ໃນໄລຍະເວລາ 26 ປີ.

ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ມີ 3 ຂາຮຸ້ນຄື: ຂາຮຸ້ນທີ 1 ລັດຖະບານລາວຖືຫຸ້ນ 60% ຕາງໜ້າ ໂດຍບໍລິສັດຜະລິດໄຟຟ້າລາວມະຫາຊົນ (EDL-Gen), ຂາຮຸ້ນທີ 2 ບໍລິສັດ GMS Power International ຈາກປະເທດໄທຖືຮຸ້ນ 20% ແລະ ຂາຮຸ້ນທີ 3 ບໍລິສັດ Scatec ຈາກປະເທດນໍເວຖືຮຸ້ນ 20%.

ຜ່ານການດໍາເນີນທຸລະກິດມາເປັນເວລາ 26 ປີ ແມ່ນໄດ້ຮັບຜົນສໍາເລັດຢ່າງໃຫຍ່ຫຼວງ ເຊິ່ງໄດ້ນໍາເອົາເງິນຕາຕ່າງປະເທດມາຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເຊິ່ງໃນໄລຍະ 20 ກວ່າປີ ທາງບໍລິສັດສາມາດນໍາເອົາເງິນຕາຕ່າງປະເທດມາໃຫ້ລັດຖະບານໂດຍຜ່ານການມອບພັນທະຕ່າງໆເຊັ່ນ: ເງິນປັນຜົນ, ຄ່າພາສີອາກອນ ແລະ ຄ່າພາກຫຼວງ ລວມເປັນເງິນ 796 ລ້ານໂດລາສະຫະລັດ.

https://www.facebook.com/Dengsavaht/posts/pfbid016PDXVuSEUVezdxsA2s12BETv66RvJ7NhV7WPSPibmaSGecLSfc8BcVn76vNaKiol

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/