ບໍລິສັດສະຕາດອັບ ປະເທດ ອິນເດຍ ເລີ່ມໃຊ້ AI ແທນຄົນແລ້ວ ໂດຍຢຸດຈ້າງພະນັກງານທີ່ເປັນມະນຸດ ແລະ ໃຊ້ລະບົບ AI ທີ່ມີຄວາມສາມາດ ພ້ອມກັບເຮັດໄດ້ດີກວ່າມະນຸດ ເຮັດໃຫ້ການປະກາດນີ້ ສະເທືອນໄປເຖິງຕະຫຼາດແຮງງານທົ່ວໂລກ ຫຼືນີ້ອາດຈະເປັນຍຸກທີ່ເອົາ AI ມາແທນຄົນແລ້ວ.
ສຳນັກຂ່າວຕ່າງປະເທດລາຍງານວ່າ Suumit Shah ຜູ້ກໍ່ຕັ້ງ ແລະ CEO ຂອງບໍລິສັດ Dukaan ສະຕາດອັບໃນບັງກາລໍ ທີ່ເຮັດທຸລະກິດຊ່ວຍເຫຼືອຜູ້ຄ້າໃນການເປີດຕົວໜ້າຮ້ານດິຈິຕອລ ແລະ ຂາຍສິນຄ້າອອນລາຍ ພ້ອມກັບກ່າວວ່າ ຈຳເປັນຢ່າງຫຼວງຫຼາຍທີ່ຈະຕ້ອງຢຸດຈ້າງທີມສະໜັບສະໜູນລູກຄ້າຫຼາຍກວ່າ 90% ເນື່ອງຈາກແຊັດບັອດທີ່ສ້າງຈາກລະບົບ AI ມີປະສິດທິພາບຫຼາຍກວ່າ ເຊິ່ງຕອບໂຈດລູກຄ້າຫຼາຍກວ່າ.

ໂດຍ Suumit Shah ໄດ້ກ່າວເສີມວ່າ AI ສາມາດຕອບສະໜອງເຖິງ Dukaan ໄດ້ດີກ່າວໂດຍປ່ຽນຈາກ 1 ນາທີ 44 ເປັນ ການຕອບໃນທັນທີ ແຖມຍັງລົດຕົ້ນທຶນໄດ້ປະມານ 85% ແລະ ນີ້ອາດເປັນເຫດຜົນວ່າເປັນຫຍັງຕ້ອງຢຸດຈ້າງພະນັກງານທີ່ເປັນມະນຸດ.
ຢ່າງໃດກໍຕາມ ເມື່ອເຜີຍແຜ່ອອກໄປໃນໂລກໂຊຊຽວ ກໍເຮັດໃຫ້ຊາວເນັດຫຼາຍຄົນ ບໍ່ເຊື່ອວ່າການລົດພະນັກງານແບບນີ້ຈະເປັນຄຳຕອບຂອງການປະສົມປະສານລວມລະຫວ່າງ AI ກັບ ຊີວິດມະນຸດ ເພາະວ່າມະນຸດອາດຈະກຳລັງຖືກເທັກໂນໂລຢີທີ່ຕົນເອງສ້າງຂຶ້ນ ກັບມາທຳຮ້າຍຕົນເອງ ແລະ ບັງຄັບໃຫ້ຫາຍໄປ.
ເຖິງແມ່ນວ່າ AI ຈະເຂົ້າມາແທນທີ່ໃນການຮັບຜິດຊອບບາງສ່ວນໄດ້ ແຕ່ AI ກໍຍັງບໍ່ສາມາດຕອບໂຈດເລື່ອງຄວາມຮູ້ສຶກໄດ້ ຫາກເຮົາມີບັນຫາເດືອດຮ້ອນ ເຮົາຄົງຢາກຈະລົມກັບຄົນຫຼາຍກວ່າ ແຕ່ດ້ານທຸລະກິດກໍເປັນການລົດຕົ້ນທຶນ ເຊິ່ງເຂົາກໍມີສິດທີ່ຈະເຮັດສິ່ງນັ້ນເອງ.

ໃນຖານະຂອງເຈົ້າຂອງທຸລະກິດ ການນຳເລື່ອງ AI ມາໃຊ້ໃນທຸລະກິດ ເພື່ອແກ້ບັນຫາການລົດຕົ້ນທຶນ ເປັນສິ່ງທີ່ບໍ່ຜິດ ແລະ ເຈົ້າຂອງທຸລະກິດມີສິດທີ່ຈະເຮັດ ແຕ່ສິ່ງທີ່ສຳຄັນທີ່ສຸດຄືລູກຄ້າຈະພໍໃຈ ຫຼື ບໍ່ ທີ່ຈະມີ AI ມາຕອບຄຳແທນຄົນຫຼາຍກວ່າ 90%.
ນອກຈາກນີ້ ກໍຍັງມີຄົນເຊື່ອວ່າ AI ຈະບໍ່ສ້າງຄວາມລຳອຽງໃດແກ່ມະນຸດຢ່າງອາຍຸ ແລະ ຈະສາມາດກ້າວຂ້າມລະບົບຈ້າງງານແບບເກົ່າໆໃນອະດີດໄດ້ ແລະ ຊື່ກົງຫຼາຍກວ່າທີ່ເຄີຍເປັນຢູ່.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/