ປັດຈຸບັນທຸລະກິດ E commerce ຫຼື ວ່າການຊື້ຂາຍສິນຄ້າ ຫຼື ບໍລິການແບບອອນລາຍ ຖືວ່າກຳລັງມາແຮງແບບຢຸດບໍ່ຢູ່ ແລະ ອີກໜຶ່ງຂັ້ນຕອນທີ່ສຳຄັນຂອງທຸລະກິດນີ້ກໍຄື ຂັ້ນຕອນໃນການຈັດສົ່ງສິນຄ້າ ໃຫ້ກັບລູກຄ້າ. ທຸກມື້ນີ້ ເຮົາຈຶ່ງເຫັນບໍລິສັດຂົນສົ່ງເກີດຂຶ້ນໃໝ່ຢ່າງຫຼວງຫຼາຍ.
ເຊິ່ງການຂົນສົ່ງທີ່ເຮົາເຫັນທົ່ວໄປ ຖ້າເປັນວັດສະດຸຂະໜາດນ້ອຍ ພາຍໃນແຂວງ ພາຍໃນເມືອງ ກໍມັກຈະໃຊ້ລົດຈັກໃນການຂົນສົ່ງ. ແຕ່ການຂົນສົ່ງສິນຄ້າ ກຳລັງຈະກ້າວໄປອີກຂັ້ນໜຶ່ງ ເມື່ອ Amazon ບໍລິສັດ E Commerce ຂະໜາດໃຫຍ່ຂອງໂລກ ໄດ້ເລີ່ມໃຊ້ໂດຣນ ຫຼື ວ່າເຮືອບິນຂະໜາດນ້ອຍໄຮ້ຄົນຂັບ ໃນການຂົນສົ່ງສິນຄ້າຢ່າງເປັນທາງການ ສາມາດຈັດສົ່ງດ່ວນຮັບເຄື່ອງໄດ້ພາຍໃນ 1 ຊົ່ວໂມງ.
![ຖືກໃຈສາຍ CF! Amazon](https://laox.la/wp-content/uploads/2022/12/image-493.png)
ໂດຍກ່ອນໜ້ານີ້ Amazon ມີແນວຄິດໃນການໃຊ້ໂດຣນຂົນສົ່ງສິນຄ້ານັ້ນດົນແລ້ວ ແລະ ໄດ້ຮັບອະນຸຍາດໃນການໃຊ້ໂດຣນຂົນສົ່ງສິນຄ້າ ຈາກອົງກອນການບໍລິຫານການບິນແຫ່ງຊາດ ສະຫະລັດອາເມຣິກາ (FAA) ໃນໄລຍະ ເດືອນສິງຫາທີ່ຜ່ານມາ ແຕ່ຫາກໍມາເລີ່ມໃຊ້ຢ່າງເປັນທາງການເມື່ອບໍ່ດົນມານີ້.
![ຖືກໃຈສາຍ CF! Amazon](https://laox.la/wp-content/uploads/2022/12/image-494.png)
ໂດຍ Amazon ເຜີຍວ່າການບໍລິການດັ່ງກ່າວໄດ້ໃຊ້ຊື່ວ່າ Amazon Prime Air ແລະ ໄດ້ເລີ່ມໃຫ້ບໍລິການລູກຄ້າມາແລ້ວໃນ ເທສະການ ຄຣິສມາສ ທີ່ຜ່ານມາ ໂດຍເປັນການໃຫ້ບໍລິການແບບຈຳກັດໃນພື້ນທີ່ນ້ອຍໆ ຂອງລັດແຄລິຟໍເນຍ ແລະ ລັດ ເທັກຊັສ. ໂດຍສິນຄ້າທີ່ຈະໃຫ້ນຳສົ່ງນັ້ນຕ້ອງບໍ່ມີນໍ້າໜັກເກີນ 2.26 ກິໂລ ແລະ ຈະໃຊ້ເວລາບໍ່ເກີນ 1 ຊົ່ວໂມງ.
![ຖືກໃຈສາຍ CF! Amazon](https://laox.la/wp-content/uploads/2022/12/image-495.png)
ສຳລັບລູກຄ້າຂອງ Amazon ທີ່ຕ້ອງການຮັບສິນຄ້າຈາກ ໂດຣນ ຕ້ອງໄດ້ລົງທະບຽນເພື່ອຮັບການບໍລິການ Amazon Prime Air ຫຼັງຈາກນັ້ນ Amazon ຈະເຮັດການກວດສອບ ແລະ ຢືນຢັນວ່າລູກຄ້າທີ່ລົງທະບຽນໄວ້ນັ້ນ ມີຄວາມປອດໄພໃນການໃຊ້ໂດຣນສົ່ງສິນຄ້າຫຼືບໍ່.
ຖ້າວ່າທີ່ຢູ່ຂອງລູກຄ້າມີຄວາມປອດໄພພຽງພໍ ແລະ ສາມາດສົ່ງສິນຄ້າດ້ວຍໂດຣນໄດ້ ທາງ Amazon ກໍຈະຈັດສົ່ງສິນຄ້າດ້ວຍ ໂດຣນ ໃຫ້ກັບລູກຄ້າ ໂດຍໂດຣນຈະເຮັດການບິນໄປທີ່ສວນຫຼັງເຮືອນຂອງລູກຄ້າພ້ອມກັບຄ່ອຍໆລົດລະດັບຄວາມສູງລົງມາ ແລ້ວປ່ອຍສິນຄ້າລົງມາ.
![ຖືກໃຈສາຍ CF! Amazon](https://laox.la/wp-content/uploads/2022/12/image-496.png)
ຕົວແທນຂອງ Amazon ໃຫ້ຂໍ້ມູນກ່ຽວກັບການໃຊ້ໂດຣນສົ່ງສິນຄ້າໄວ້ວ່າ Amazon ຕ້ອງການໃຫ້ການໃຊ້ ໂດຣນ ເປັນໄປໄດ້ດ້ວຍຄວາມປອດໄພ. ຕອນນີ້ Amazon ໄດ້ເລີ່ມຈັດສົ່ງສິນຄ້າໃນພື້ນທີ່ນ້ອຍໆ ແລ້ວຈະຂະຫຍາຍການຈັດສົ່ງສິນຄ້າດ້ວຍໂດຣນ ໄປຫາລູກຄ້າຈຳນວນຫຼາຍ ໃນເວລາຕໍ່ໄປ.
ຢ່າງໃດກໍຕາມ ເຖິງແມ່ນວ່າໂດຣນທີ່ Amazon ໃຊ້ໃນການຂົນສົ່ງສິນຄ້ານັ້ນຈະສາມາດເຮັດວຽກໄດ້ໂດຍອັດຕະໂນມັດ ບໍ່ຕ້ອງມີຄົນຄວບຄຸມ ໂດຍມີລະບົບທີ່ສາມາດຫຼົບຫຼີກສິ່ງກີດຂວາງຢ່າງອັດຕະໂນມັດ ແຕ່ທາງ Amazon ກໍຍັງຕ້ອງໃຫ້ພະນັກງານ ກວດກາການເຮັດວຽກຂອງໂດຣນຢູ່ສະເໝີ ເພື່ອປ້ອງກັນອັນຕະລາຍທີ່ອາດເກີດຂຶ້ນໄດ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/