ຕົວເລກ FDI ຂອງຈີນຫຼຸດລົງ 28.2% ໃນ 5 ເດືອນ ແລະ ຫຼຸດລົງ 1 ປີຕິດຕໍ່ກັນ


ຍອດ​ມູນ​ຄ່າ​ການ​ລົງທຶນ FDI ຢູ່​ຈີນ​ໄດ້​ຫຼຸດ​ລົງ​ເປັນ​ເດືອນ​ທີ 12 ​ຕິດຕໍ່​ກັນ, ​ຕອກຢ້ຳເຖິງ​ການ​ຕໍ່ສູ້​ຂອງ​ປັກ​ກິ່ງ​ໃນ​ການ​ປັບປຸງ​ການ​ດຶງ​ດູດ​ນັກ​ລົງທຶນ​ຕ່າງປະ​ເທດ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ.

FDI ຂາເຂົ້າຂອງຈີນ​ໄດ້​ຫຼຸດ​ລົງ 28.2% ໃນໄລຍະ 5 ເດືອນ​ທຳອິດຂອງຕົ້ນ​ປີ 2024 ຈາກ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້ ຢູ່ທີ່ 412.51 ຕື້​ຢວນ (56.8 ຕື້​ໂດ​ລາ​)​, ອີງ​ຕາມ​ຂໍ້​ມູນ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ເປີດທີ່​ເຜີຍ​ໃນ​ວັນ​ສຸກທີ່ຜ່ານມາ​. ໂດຍຕົວເລກດັ່ງກ່າວແມ່ນຮ້າຍແຮງກວ່າການຫຼຸດລົງ 27.9% ໃນເດືອນເມສາ.

ກະຊວງ​ການ​ຄ້າ​ກ່າວ​ວ່າ FDI ​ໄດ້​ຫຼຸດ​ລົງ​ຈາກ​ເດືອນ​ມັງກອນ​ຫາ​ເດືອນ​ພຶດສະພາ. ໂດຍມີສາເຫດມາຈາກຖານການປຽບທຽບທີ່ສູງເມື່ອທຽບກັບຕ່າງປະເທດ, ເຖິງແມ່ນວ່າລັດຖະບານຈະພະຍາຍາມ ​ດຶງ​ດູດ FDI ​ເຂົ້າສູ່​ປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍແລ້ວກໍຕາມ.

ຕະຫຼອດ​ໄລຍະເວລາທີ່ຜ່ານມາ, ຜູ້ນຳ​ຂອງຈີນ​ໄດ້​ພະຍາຍາມ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້ກັບ​ນັກ​ລົງທຶນ​ຕ່າງຊາດ​ໃນ​ປະ​ເທດ. ພາຍຫຼັງ​ກະແສການເງິນທີ່ໄຫຼອອກຈາກປະເທດທີ່​​ຫຼຸດ​ລົງ​ໃນ​ລະດັບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ທ່າມກາງຄວາມກັງວົນກ່ຽວກັບທ່າອ່ຽງການເຕີບໂຕທີ່ຫຼຸດລົງ.

​ ຢ່າງ​ໃດ​ກໍຕາມ, ​ໃນ​ເດືອນ​ກຸມພາ, ​ນາຍົກລັດຖະມົນຕີ Li Qiang ​ໄດ້​ໃຫ້​ການ​ລົງທຶນ​ຈາກ​ຕ່າງປະ​ເທດ (FDI) ​ເປັນ​ຈຸດ​ສຸມ​ທີ່ສຳຄັນຂອງງານທາງດ້ານ​ເສດຖະກິດ​ປະຈຳ​ປີ. ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ​ຈະ​ຂະຫຍາຍ​ການ​ເຂົ້າ​ເຖິງ​ຕະຫຼາດ ​ແລະ ປັບປຸງ​ສະພາບ​ແວດ​ລ້ອມ​ເພື່ອການ​ແຂ່ງຂັນ​ທີ່​ຍຸຕິ​ທຳ.

ທີ່ມາ:

bnnbloomberg.

tradingeconomics

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/