ທີ່ສະຖານີຕຳຫຼວດໃນລັດບຣິຕິດໂຄລຳເບຍ ປະເທດຄານາດາ ໄດ້ຮັບແຈ້ງເຫດຂໍຄວາມຊ່ວຍເຫຼືອທາງການແພດຈາກຊາຍສູງອາຍຸໃນບ້ານຫຼັງໜຶ່ງໃກ້ຊາຍແດນສະຫະລັດ ເຈົ້າໜ້າທີ່ຝ່າຄວາມໜາວ ແລະ ຫິມະເພື່ອໄປທີ່ເກີດເຫດ ແລ້ວຟ້າວຊ່ວຍເຫຼືອຊາຍສູງອາຍຸໄປສົ່ງໂຮງໝໍ.
ແຕ່ຄວາມສະເທືອນໃຈຂອງທີມຕຳຫຼວດນັ້ນຢູ່ທີ່ການໄດ້ເຫັນຍິງສູງອາຍຸຜູ້ເປັນພັນລະຍາ ກຳລັງພະຍາຍາມທຳລາຍເຄື່ອງໃຊ້ພາຍໃນບ້ານ ພຽງເພື່ອຕ້ອງການຈະນຳເສດໄມ້ທີ່ໄດ້ຈາກເຟີນິເຈີໄປເຮັດຟືນດັງໄຟເພື່ອໃຫ້ຄວາມອົບອຸ່ນກັບຕົວເອງ.

ເຈສຊີ ໂອໂດນາຄີ ເຈົ້າໜ້າທີ່ຕຳຫຼວດແຫ່ງລັດບຣິຕິດໂຄລຳເບຍ ກ່າວກັບຜູ້ສື່ຂ່າວວ່າ “ເມື່ອເຫັນສະຖານະການຕໍ່ໜ້າແບບນັ້ນ ລາວຈຶ່ງຕັດສິນໃຈໃຫ້ຄວາມຊ່ວຍເຫຼືອເພີ່ມເຕີມ ໂດຍສົ່ງເຈົ້າໜ້າທີ່ເຂົ້າໄປທີ່ພື້ນທີ່ຫ່າງໄກໃນທັນທີ ເພື່ອສັບທ່ອນໄມ້ສຳລັບເຮັດຟືນແລ້ວຂົນທ່ອນໄມ້ເຫຼົ່ານັ້ນກັບມາບ້ານຂອງສອງສາມີພັນລະຍາສູງອາຍຸຄູ່ດັ່ງກ່າວ”
ສຳລັບພາລະກິດໜ້າທີ່ຂອງຕຳຫຼວດຄານາດາໃນລັດບຣິຕິດໂຄລຳເບຍຄັ້ງນີ້ນັ້ນ ສະແດງໃຫ້ເຫັນວ່າພວກເຂົາໄດ້ເຮັດຫຼາຍກວ່າການປ້ອງກັນ ແລະ ປາບປາມການກໍ່ອາຊະຍາກຳໃນພື້ນທີ່ທີ່ຮັບຜິດຊອບ ແລະ ໄດ້ສ້າງຄວາມປະທັບໃຈໃຫ້ກັບຜູ້ທີ່ໄດ້ຮັບຮູ້ເລື່ອງລາວໃນຄັ້ງນີ້.
“ເຮົາຫວັງວ່າ ການສະແດງຄວາມເອື້ອເຟື້ອເລັກໆນ້ອຍໆນີ້ ຈະຊ່ວຍກະຕຸ້ນໃຫ້ຊາວບຣິຕິດໂຄລຳເບຍໃນຄານາດາຄົນອື່ນໆ ລຸກຂຶ້ນມາຊ່ວຍເຫຼືອຄົນຮອບຕົວໃນຈຸດທີ່ພວກເຂົາເຮັດໄດ້” ເຈົ້າໜ້າທີ່ຕຳຫຼວດ ເຈສຊີ ກ່າວປິດທ້າຍ.
ພາບ: MSN
ຂອບໃຈທີ່ມາ: