ຕະຫຼາດໝາກໄມ້ຈີນ ເອື້ອປະໂຫຍດທີ່ແທ້ຈິງໃຫ້ ຜູ້ປູກໝາກໄມ້ຢູ່ອາຊີຕາເວັນອອກສຽງໃຕ້


ໃນຫຼາຍປີມານີ້, ການຄ້າຜະລິດຕະພັນກະສິກຳລະຫວ່າງຈີນ- ອາຊຽນໄດ້ພັດທະນາຢ່າງວ່ອງໄວ. ໝາກໄມ້, ນ້ຳມັນປາມ ແລະ ຜະລິດຕະພັນກະສິກຳອື່ນໆຂອງອາຊຽນໄດ້ເຂົ້າສູ່ຕະຫຼາດຈີນ ແລະໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າຈີນ. ໃນນັ້ນ, ຖົ່ວລຽນເປັນຕົວຢ່າງທີ່ພົ້ນເດັ່ນທີ່ສຸດ.

ໂດຍ ວິທະຍຸກະຈາຍສຽງແຫ່ງຊາດ ລາວ ລາຍງານວ່າ: ຕາມສະຖິຕິຈາກດ່ານມິດຕະພາບສະແດງໃຫ້ເຫັນວ່າ: ໃນປີ 2023, ຈີນນຳເຂົ້າຖົ່ວລຽນຈາກໄທໂດຍຜ່ານດ່ານມິດຕະພາບມີເຖິງ 282.000 ໂຕນ, ເພີ່ມຂຶ້ນ 162,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ມີມູນຄ່າເຖິງ 10,17 ຕື້ຢວນ, ເພີ່ມຂຶ້ນ 163,2% ເມື່ອທຽບໃສໄລຍະດຽວກັນຂອງປີ 2022. ໃນໄຕ ມາດທໍາອິດປີນີ້, ຈີນນຳເຂົ້າຖົ່ວລຽນສົດໂດຍຜ່ານດ່ານມິດຕະພາບມີເຖິງ 48.000 ໂຕນ ເຊິ່ງມີມູນຄ່າ 1 ຕື້ 85 ລ້ານຢວນ.

ຍ້ອນໄດ້ຮັບຜົນປະໂຫຍດຈາກທາງລົດໄຟຈີນ-ລາວ, ປະສິດທິພາບການຂົນສົ່ງໝາກໄມ້ຈາກບັນດາປະເທດສະມາຊິກອາຊຽນໄປສູ່ປະເທດຈີນໄດ້ຮັບການຍົກສູງຂຶ້ນຢ່າງຫຼວງຫຼາຍ.

ອີງຕາມຂໍ້ມູນທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ເມື່ອເຂົ້າສູ່ລະດູການຂອງໝາກໄມ້ຊະນິດຕ່າງໆຂອງອາຊີຕາເວັນອອກສຽງໃຕ້, ພາກສ່ວນທາງລົດໄຟຂອງຈີນໄດ້ເພີ່ມຂະບວນຂົນສົ່ງສິນຄ້າແຊ່ເຢັນ “ລົດໄຟດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”. ເພື່ອຕອບສະໜອງຄວາມຕ້ອງການໃນການຂົນສົ່ງໝາກໄມ້ທີ່ເນົ່າງ່າຍ ເຊັ່ນ: ຖົ່ວລຽນ, ໝາກມັງຄຸດເປັນຕົ້ນ, ພາກສ່ວນທາງລົດໄຟຂອງຈີນໄດ້ຈັດສັນຕູ້ຄອນເທັນເນີແຊ່ເຢັນ 1.000 ກວ່າຕູ້ ເພື່ອໃຊ້ເຂົ້າໃນການຂົນສົ່ງດ້ວຍ “ລົດໄຟດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”. ໃນຂະນະດຽວກັນ, ພາກສ່ວນທາງລົດໄຟຈີນຍັງໄດ້ສືບຕໍ່ປັບປຸງກົນ ໄກການຮ່ວມມືກັບດ່ານພາສີ,

ອີງຕາມບົດລາຍງານທີ່ເປີດເຜີຍໂດຍທະນາຄານ HSBC ໃນປີ 2023 ສະແດງໃຫ້ເຫັນວ່າ: ຍ້ອນໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າຈີນ, ຄວາມຕ້ອງການຕໍ່ຖົ່ວລຽນໃນທົ່ວໂລກໄດ້ເພີ່ມຂຶ້ນ 400% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ສ່ວນຄວາມຕ້ອງການຂອງຈີນທີ່ມີຕໍ່ຖົ່ວລຽນໄດ້ກວມເອົາ 90% ຂຶ້ນ ໄປຂອງທົ່ວໂລກ. ຍ້ອນມີຄວາມຕ້ອງການດ້ານການບໍລິໂພກຈຳນວນຫຼາຍ, ໄທ, ຫວຽດນາມ ແລະ ປະເທດອື່ນໃນອາຊີຕາເວັນອອກສຽງໃຕ້ໄດ້ຕັ້ງໜ້າເພີ່ມປະລິມານການປູກຖົ່ວລຽນ.

ກ່ອນໜ້ານີ້, ໝາກໄມ້ເຂດຮ້ອນຈາກອາຊຽນເຂົ້າມາຕະຫຼາດຈີນຍາກຫຼາຍ ຍ້ອນມີເງື່ອນໄຂຈຳກັດໃນດ້ານການຂົນສົ່ງ, ການເກັບຮັກສາ ແລະອື່ນໆ.

ແຕ່ຍ້ອນການຮ່ວມມືພາກພື້ນຈີນ- ອາຊຽນເຂົ້າສູ່ລວງເລິກ ແລະ ລະດັບການເຊື່ອມໂຍງເຊື່ອມຈອດກັນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ການຄ້າໝາກໄມ້ລະຫວ່າງຈີນກັບບັນດາປະເທດສະມາຊິກອາຊຽນຈະສືບຕໍ່ມີຄວາມຄຶກຄັກ ພ້ອມທັງສ້າງຜົນປະໂຫຍດອັນແທ້ຈິງໃຫ້ແກ່ຊາວກະສິກອນຜູ້ປູກໝາກໄມ້ຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້.

ທີ່ມາ: https://www.facebook.com/lnrlao/posts/pfbid02ot31zAfCvvj1iLWxgrFLzRKwNZsTNBCfZDSbYzQXeQ83QasFEy4kSvqyiQxYUrMel

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/