ໃນທີ່ສຸດ ບິນລີ້ ເກດແກ້ວພົມພອນ ກໍໄດ້ເຂົ້າຮ່ວມ ທີມຊາດລາວ ຊຸດໃຫຍ່ ການແຂ່ງຂັນບານເຕະ ຊິງແຊ້ມອາຊຽນ ປະຈຳປີ 2020 ຫຼື AFF SUZUKI CUP 2020 ເປັນທີ່ຮຽບຮ້ອຍແລ້ວ. ການລໍຄອຍວັນນີ້ກໍມາເຖິງ ເປັນອີກເລື່ອງທີ່ດີອີກເລື່ອງສຳລັບວົງການເຕະບານ ທີ່ໄດ້ຄົນມີຄວາມສາມາດດ້ານການເຕະທີ່ໂດດເດັ່ນ, ເກັ່ງ ແລະ ມີໄຫວພິບ. ເມື່ອຢູ່ກັບທີມຊາດຝຣັ່ງກໍສ້າງສະຖິຕິໃຫ້ຢູ່ສະເໝີ ແລະ ເປັນຜົນດີທີ່ສຸດທີ່ທາງທີມຊາດລາວເຮົາຄວ້ານັກເຕະຄົນນີ້ມາຮ່ວມທີມ.
ບິນລີ້ ເກດແກ້ວພົມພອນ ເກີດວັນທີ 24 ມີນາ 1990, ຢູ່ທີ່ Champigny-sur-Marne ປະເທດຝຣັ່ງ, ລວງສູງ 180 CM, ນໍ້າໜັກ 71 ກິໂລກຣາມ, ພໍ່ ເປັນຄົນແຂວງສະຫວັນນະເຂດ ແລະ ແມ່ ເປັນຄົນນະຄອນຫຼວງວຽງຈັນ ສປປ ລາວ. ບິນລີ້ເລີ່ມຕົ້ນຫຼິ້ນເຕະບານ ກັບ ສະໂມສອນ Racing Paris ກ່ອນທີ່ຈະເຂົ້າຮ່ວມສະຖາບັນບານເຕະຊັ້ນສູງຂອງຝຣັ່ງ Clairefontaine ໃນປີ 2006, ໂດຍຕອນຍັງເປັນເຍົາວະຊົນແມ່ນໄດ້ຝຶກຊ້ອມໃນຕຳແໜ່ງກອງຫນ້າ. ຫຼັງຈາກຝຶກຊ້ອມໄດ້ຫນຶ່ງປີ, ໃນປີ 2008 ບິນລີ້ ໄດ້ອອກຈາກສະໂມສອນ ເຊັນສັນຍາກັບສະໂມສອນ RC Strasbourg, ວັນທີ 01 ທັນວາ 2009 ໄດ້ເຊັນສັນຍາສະໂມສອນ SC Bastia.


ໃນວັນທີ 20 ພຶດສະພາ 2011, ລາວໄດ້ເຊັນສັນຍາ 5 ປີ ກັບ FC Sion ຂອງປະເທດສະວິດເຊີແລນ Super League. ຫຼັງຈາກນັ້ນ ໄດ້ກັບ ປະເທດຝຣັ່ງ ເພື່ອເຊັນສັນຍາ 4 ປີ ກັບ ສະໂມສອນ Tours FC ດ້ວຍຄ່າຕົວ 800.000 ຢູໂຣ ໂດຍລົງສະໜາມ 101 ນັດ ແລະ ຍິງໄດ້ 21 ປະຕູ.
ໃນປີ 2015, ໄດ້ເຊັນສັນຍາກັບ Angers SCO ເປັນສະໂມສອນ ໃນລີກສູງສຸດຂອງ ປະເທດຝຣັ່ງ ແລະ ຊ່ວຍໃຫ້ທີມໄດ້ອັນດັບ 5 ໂດຍລົງສະໜາມ 1 ລະດູການ 38 ນັດ ແລະ ຍິງປະຕູໄດ້ 6 ປະຕູ, ແລະ ຖືວ່າເປັນນັກເຕະໜຶ່ງທີ່ໜ້າຈັບຕາ ໃນລີກ 1 ຂອງປະເທດຝຣັ່ງ. ພ້ອມດຽວກັນນັ້ນ ມູນຄ່າທາງດ້ານຕະຫຼາດເພີ່ມຂຶ້ນເປັນ 2 ລ້ານຢູໂຣ.
ໃນລະດູການທີສອງ ກັບ Angers SCO, ໄດ້ຮັບບາດເຈັບຫົວເຂົ່າ ຮ້າຍແຮງ ໂດຍລົງສະໜາມ 5 ນັດ ຍິງໄດ້ 1 ປະຕູ.

ປີ 2018, ມື້ສຸດທ້າຍຂອງຕະຫຼາດນັກເຕະ ບິນລີ້ ໄດ້ເຊັນສັນຍາກັບ ສະໂມສອນ AJ Auxerre ໂດຍລົງສະໜາມ 13 ນັດ. ຫຼັງຈາກນັ້ນໃນປີ 2019 ໄດ້ຫຼິ້ນໃຫ້ກັບ Championnat National Sof SO Cholet ລົງສະໜາມ 12 ນັດ ຍິງໄດ້ 5 ປະຕູ ເຊິ່ງລະດູການດັ່ງກ່າວ ແມ່ນໄດ້ຮັບບາດເຈັບໜັກ ແລະ ໃນປີ 2020 ໄດ້ຫຼິ້ນໃຫ້ກັບ ສະໂມສອນ USL DUNKERQUE ລີກ 2 ປະເທດຝຣັ່ງໂດຍ ລົງສະໜາມ 8 ນັດ ຍິງໄດ້ 2 ປະຕູ.

ສຸດທ້າຍ ບິນລີ້ ເກດແກ້ວພົມພອນ ກໍພ້ອມຫຼິ້ນໃຫ້ກັບ ທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມ ການແຂ່ງຂັນບານເຕະຊິງແຊ້ມອາຊຽນ ປະຈຳປີ 2020 ຫຼື AFF SUZUKI CUP 2020.
ຂອບໃຈຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/