ຊາອຶນອູ ຄອງບັນລັງສະມາຊິກ K-POP ທີ່ຖືກເວົ້າເຖິງຫຼາຍທີ່ສຸດ 3 ເດືອນຕິດ


The Korean Business Research Institute ໄດ້ອອກມາເປີດເຜີຍການຈັດອັນດັບຊື່ສຽງ ແລະ ຄວາມນິຍົມຂອງສະມາຊິກບອຍກຸບ ປະຈຳເດືອນ ພຶດສະພາ ໂດຍຈັດອັນດັບຈາກການວິເຄາະຂໍ້ມູນດັດຊະນີການມີສ່ວນຮ່ວມຂອງຜູ້ບໍລິໂພກ, ລາຍງານຂ່າວຈາກສື່ ແລະ ການເວົ້າເຖິງໃນເວັບໄຊ.

ໂດຍຮວບຮວມຂໍ້ມູນຈາກບັນດາສະມາຊິກບອຍກຸບກວ່າ 730 ຄົນ ລະຫວ່າງວັນທີ 18 ເມສາ ຫາ 18 ພຶດສະພາ 2024 ຈາກການຈັດອັນດັບຊື່ສຽງ ແລະ ຄວາມນີຍົມອັນດັບ 1 ຍັງ ຕົກເປັນຂອງລູກຮັກພະເຈົ້າຢ່າງ “ຊາອຶນອູ” ສະມາຊິກວົງ ASTRO ເປັນເດືອນທີ 3 ຕິດຕໍ່ກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/