ຊາວກະສິກອນລາວ ຫັນມາປູກຖົ່ວລຽນຫຼາຍຂຶ້ນ ຮອງຮັບຄວາມຕ້ອງການຈາກຕະຫຼາດຈີນ


ສປປ ລາວ ອາດຕິດໜຶ່ງໃນ 4 ຂອງ 10 ປະເທດສະມາຊິກອາຊຽນ ທີ່ມີທ່າອ່ຽງຈະສົ່ງອອກໝາກຖົ່ວລຽນຫຼາຍທີ່ສຸດໃນອະນາຄົດອັນໃກ້ ເພື່ອຮອງຮັບຄວາມຕ້ອງການຖົ່ວລຽນຈາກຕະຫຼາດຈີນທີ່ກຳລັງເຕີບໂຕຢ່າງກ້າວກະໂດດ.

ໂດຍອີງຕາມການລາຍງານຂອງ ຂ່າວສານປະເທດລາວ, ຈາກສະຖິຕິຂອງພະແນກກະສິກໍາ ແລະ ປ່າໄມ້ ໃນແຕ່ລະແຂວງໄດ້ເປີດເຜີຍວ່າ ປັດຈຸບັນນ້ີທົ່ວປະເທດລາວມີຜູ້ປະກອບການທັງຄົນລາວ ແລະ ຕ່າງປະເທດປູກຖົ່ວລຽນກວມເອົາເນື້ອທີ່ຢ່າງໜ້ອຍ 3 ພັນກວ່າເຮັກຕາ ໃນນັ້ນມີລາວ, ຫວຽດນາມ ແລະ ຈີນ ໂດຍສ່ວນໃຫຍ່ແມ່ນປູກໃນເຂດພາກກາງ ແລະ ພາກໃຕ້ຂອງລາວເຊັ່ນ: ແຂວງບໍລິຄໍາໄຊ, ຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງອື່ນໆ.

ຖົ່ວລຽນ ເປັນສິນຄ້າກະສິກຳ ທີ່ກຳລັງມີຄວາມຕ້ອງການສູງໃນຕະຫຼາດຈີນ ໂດຍໃນ ປີ 2023 ທີ່ຜ່ານມາ ສປ ຈີນ ນໍາເຂົ້າຖົ່ວລຽນສົດ ໄປເຖິງ 6.700 ລ້ານໂດລາສະຫະລັດ ອາເມຣິກາ ໂດຍມີ ໄທ ແລະ ຫວຽດນາມ ເປັນປະເທດຜູ້ສົ່ງອອກ ຖົ່ວລຽນໄປຈີນຫຼາຍທີ່ສຸດ.

ເມື່ອບໍ່ດົນມານີ້ ກຸ່ມຖົ່ວລຽນລາວ ແລະ ຊາວສວນຖົ່ວລຽນ ຈາກທຸກພາກ ຂອງປະເທດລາວ ລວມເຖິງ ນັກລົງທຶນຈີນຈຳນວນໜຶ່ງ (ຜູ້ປູກຖົ່ວລຽນໃນ ສປປ ລາວ)​ ໄດ້ຈັດສໍາມະນາການຮຽນຮູ້ກ່ຽວກັບເຕັກນິກທີ່ຖືກຕ້ອງໃນການປູກຖົ່ວລຽນ ເພື່ອພັດທະນາ ມາດຕະຖານ ແລະ ສົ່ງອອກໄປ ຕະຫຼາດຈີນ ທີ່ມີຄວາມຕ້ອງການສູງ ໃນປັດຈຸບັນ.

ໂດຍໃນ 2 ເດືອນ ຕົ້ນປີ 2024 ປະເທດທີ່ສົ່ງອອກຖົ່ວລຽນໄປຈີນຫຼາຍສຸດ ໄດ້ແກ່ ຫວຽດນາມ, ໂດຍການສົ່ງອອກຂອງຫວຽດນາມໄປຈີນ ບັນລຸໄດ້ທັງໝົດ 32.750 ​ໂຕນ ເຊິ່ງຫຼາຍກວ່າການສົ່ງອອກຂອງປະເທດໄທ ເກືອບ 72​% ທີ່ກໍາລັງປະສົບກັບບັນຫາຜົນຜະລິດຕົກຕ່ຳກວ່າປີທີ່ຜ່ານມາ.

ປັດຈຸບັນ ນີ້, ທ່າອ່ຽງການປູກຢາງພາລາຄ່ອຍໆຫຼຸດໜ້ອຍຖອຍລົງແລ້ວ ເພາະມັນໃຫ້ຜົນຜະລິດໄລຍະຍາວ ແລະ ໃຊ້ເຄມີຫຼາຍ, ສ່ວນມັນຕົ້ນຍັງເປັນສິນຄ້າກະສິກໍາໄດ້ຮັບຄວາມນິຍົມເປັນອັນດັບທີ 1 ສໍາລັບຊາວລາວ ແຕ່ກໍມີຜົນກະທົບເຊັ່ນກັນ ເຮັດໃຫ້ດິນເສື່ອມຄຸນະພາບໄວ.

ທີ່ມາ: https://kpl.gov.la

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/