ຈີນຜ່ອນຄາຍມາດຕະການ ໂຄວິດເປັນສູນ ຫຼັງປະເຊີນກັບການປະທ້ວງໜັກຕິດຕໍ່ກັນຫຼາຍມື້

ຈີນຜ່ອນຄາຍມາດ

ໃນອາທິດທີ່ຜ່ານມາ ສປ ຈີນຕ້ອງປະເຊີນກັບການປະທ້ວງຄັ້ງໃຫຍ່ ຄັ້ງທຳອິດ ນັບຕັ້ງແຕ່ສະໄໝການປະທ້ວງຢູ່ຈະຕຸລັດ ທຽນອັນເໝິນ ປີ 1989 ເນື່ອງມາຈາກຄວາມອຶດອັດ ແລະ ບໍ່ພໍໃຈຕໍໍ່ກັບນະໂຍບາຍ ໂຄວິດເປັນສູນ ຫຼື Zero Covid ຂອງທາງລັດຖະບານ ເຊິ່ງເຮັດໃຫ້ປະຊາຊົນຈຳນວນຫຼາຍ ສ່ວນຫຼາຍແມ່ນນັກສຶກສາ ໄດ້ອອກມາຈັບກຸ່ມປະທ້ວງຕາມສະຖານທີ່ຕ່າງໆ ເປັນເວລາຕິດຕໍ່ກັນຫຼາຍມື້.

ຕໍ່ກັບເຫດການດັ່ງກ່າວ ທາງການຈີນ ໄດ້ອອກມາຍົກເລີກໃນການໃຊ້ມາດຕະການເຂັ້ມງວດໃນການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງລວມເຖິງການຍອມໃຫ້ປະຊາຊົນທີ່ຕິດເຊື້ອແລ້ວມີອາການໜ້ອຍ ຫຼື ບໍ່ມີອາການເລີຍ ສາມາດກັກຕົວໃນສະຖານທີ່ຂອງຕົນເອງໄດ້ ບໍ່ຈຳເປັນຕ້ອງໄປກັກຕົວທີ່ທາງການຈັດສັນໃຫ້.

ຈີນຜ່ອນຄາຍມາດ

ນອກຈາກນີ້ ໃນນະຄອນຫຼວງປັກກິ່ງ ແລະ ອີກຫຼາຍຕົວເມືອງຍັງໄດ້ຍົກເລີກການກວດຫາເຊື້ອທີ່ເປັນລົບ ເພື່ອເຂົ້າສະຖານທີ່ສາທາລະນະຕ່າງໆ ແຕ່ບາງສະຖານທີ່ເຊັ່ນ ໂຮງຮຽນ, ໂຮງໝໍ ແມ່ນຍັງຕ້ອງສະແດງຫາຜົນກວດແບບ PCR ຢູ່ຄືເກົ່າ.

ພາຍຫຼັງລັດຖະບານໄດ້ຍອມຜ່ອນຜັນມາດຕະການ ກໍໄດ້ເຮັດໃຫ້ປະຊາຊົນຫຼາຍຄົນ ໄດ້ອອກມາສະແດງຄວາມໂລ່ງໃຈທີ່ລັດຖະບານຍອມຜ່ອນຜັນຄວາມເຂັ້ມງວດລົງ ແຕ່ບາງຝ່າຍກໍອອກມາສະແດງຄວາມກັງວົນສຳລັບການປ່ຽນແປງນະໂຍບາຍແບບກະທັນຫັນແບບນີ້.

ຈີນຜ່ອນຄາຍມາດ

ຢ່າງໃດກໍຕາມ ການປ່ຽນແປງແບບກະທັນຫັນແບບນີ້ ທີ່ເກີດຂຶ້ນກໍສະທ້ອນໃຫ້ເຫັນວ່າ ລັດຖະບານຈີນເອງ ກໍຍອມຟັງສຽງຂອງປະຊາຊົນເຊັ່ນດຽວກັນ ແລະ ນີ້ກໍອາດເປັນສັນຍານວ່າທ້າຍທີ່ສຸດແລ້ວ ຈີນເອງ ກໍກຳລັງຈະອອກຈາກນະໂຍບາຍ Zero Covid ແບບເຕັມຕົວ ແລະ ຊອກຫາຫົນທາງທີ່ຈະຢູ່ຮ່ວມກັບ ໂຄວິດ-19 ຄືກັບປະເທດອື່ນໆ ເຊັ່ນດຽວກັນ.

ການປ່ຽນແປງມາດຕະການຄັ້ງນີ້ຂອງລັດຖະບານຈີນ ເກີດຂຶ້ນທ່າມກາງກາງຕົວເລກຂອງຜູ້ຕິດເຊື້ອພາຍໃນປະເທດທີ່ເພີ່ມຂຶ້ນສູງຫຼາຍກວ່າ 30.000 ຄົນຕໍ່ມື້ ແລະ ການຜ່ອນຜັນມາດຕະການຄວບຄຸມພະຍາດແບບນີ້ ເຮັດໃຫ້ຫຼາຍຝ່າຍເຊື່ອວ່າຕົວເລກຜູ້ຕິດເຊື້ອໃນຈີນອາດຈະເພີ່ມສູງຂຶ້ນຕື່ມອີກຕໍ່ຈາກນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/