ເປັນອີກໜຶ່ງກໍລະນີສຶກສາ ຈາກຜູ້ວ່າທະນາຄານກາງແຫ່ງ ໂຣມາເນຍ ທີ່ແນມເຫັນໂອກາດຫາເງິນຈາກການເທຣດຄ່າເງິນ ຈົນເຮັດໃຫ້ເກີດ ທີມນັກເທຣດ 30 ຄົນຂຶ້ນມາ ເຊິ່ງທີມດັ່ງກ່າວໄດ້ ຫາກຳໄລຈາກການເທຣດຄ່າເງິນທົ່ວໂລກ ສ້າງລາຍໄດ້ເຂົ້າປະເທດກວ່າ 280 ລ້ານ ໂດລາ.
ໂດຍ Mugur Isarescu ໄດ້ໃຫ້ນິຍາມກັບທີມນັກເທຣດທັງ 30 ຄົນນີ້ ວ່າ “ພວກເຂົາແມ່ນກຸ່ມໄວໜຸ່ມອັດສະລິຍະທີ່ແຕ່ລະມື້ຈະນັ່ງຄຣິກເມົ້າຢູ່ໜ້າຈໍຄອມພິວເຕີ ແລະ ຫາໂອກາດເຮັດກຳໄລກອບໂກຍເງິນຈາກທົ່ວທຸກມຸມໂລກ”
ການເທຣດຄ່າເງິນ ແມ່ນການເກັງກຳໄລຈາກຄວາມຜັນຜວນຂອງອັດຕາແລກປ່ຽນຂອງສະກຸນເງິນຕ່າງໆທີ່ປ່ຽນແປງໄປໃນແຕ່ລະໄລຍະ ເຊັ່ນ ຕອນນີ້ ເງິນໂດລາ ລາຄາ 20.000 ກີບຕໍ່ 1 ໂດລາ ເຮົາກໍເອົາເງິນ 20.000 ກີບນັ້ນໄປຊື້ 1 ໂດລາ ແຕ່ພໍເວລາຜ່ານໄປ ເງິນໂດລາແຂງຄ່າຂຶ້ນເປັນ 1 ໂດລາ ຕໍ່ 25.000 ກີບ ເຮົາກໍຂາຍເງິນໂດລານັ້ນອອກໄປຄືນ ກໍຈະໄດ້ກຳໄລມາ 5.000 ກີບນັ້ນເອງ.
ໂດຍທາງທະນາຄານກາງຂອງ ໂຣມາເນຍ ເບິ່ງວ່າພວກເຂົາຄວນຈະສ້າງຜົນຕອບແທນຈາກເງິນທຶນສຳຮອງທີ່ມີຢູ່ ນັ້ນຈຶ່ງເປັນທີ່ມາຂອງການກໍ່ຕັ້ງ ທີມນັກເທຣດນີ້ຂຶ້ນ. ໂດຍທີມດັ່ງກ່າວໄດ້ປະກອບໄປດ້ວຍເດັກໜຸ່ມຄົນຮຸ່ນໃໝ່ລະດັບຫົວກະທິ 30 ຄົນ ເຊິ່ງເປົ້າໝາຍຂອງທີມກໍຄືໃຊ້ກອງທຶນສຳຮອງລະຫວ່າງປະເທດເປັນຕົ້ນທຶນໃນການສ້າງກຳໄລຈາກການເທຣດຄ່າເງິນໃຫ້ໄດ້ຫຼາຍທີ່ສຸດ.
ໂດຍພວກເຂົາໄດ້ຮັບອະນຸຍາດໃນການໃຊ້ທຶນສຳຮອງຂອງປະເທດພຽງແຕ່ 5% ເທົ່ານັ້ນໃນການເທຣດ ເພື່ອເປັນການປົກປ້ອງປະເທດໃນກໍລະນີການເທຣດດັ່ງກ່າວບໍ່ເປັນໄປຕາມທີ່ຄາດໄວ້. ໂດຍ ໃນປີ 2018 ພວກເຂົາສາມາດຫາກຳໄລຈາກ ການເທຣດຄ່າເງິນ ໄດ້ເຖິງ 280 ລ້ານໂດລາ ເຊິ່ງນັບເປັນ 14% ຂອງຕົ້ນທຶນ ເອີ້ນໄດ້ວ່າເປັນຕົວເລກຜົນຕອບແທນຂອງການລົງທຶນທີ່ບໍ່ໜ້ອຍເລີຍ.
ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/