ກຽມເອກະສານໃຫ້ພ້ອມ ທຶນຮຽນຟຣີແບບເຕັມຈຳນວນ ທີ່ປະເທດນິວຊີແລນ ກຳລັງຈະເປີດໃຫ້ສະໝັກແລ້ວ ວັນທີ 1-28 ກຸມພານີ້

ທຶນຮຽນຟຣີ

ນິວຊີແລນ ຖືເປັນອີກໜຶ່ງປະເທດທີ່ມີການສຶກສາທີ່ດີທີ່ສຸດໃນໂລກ ເປັນໜຶ່ງປະເທດທີ່ມີທັດສະນີຍະພາບທີ່ສວຍສົດງົດງາມ ແລະ ເຊື່ອວ່າເປັນອີກໜຶ່ງປະເທດທີ່ຫຼາຍໆຄົນໃຝ່ຝັນຢາກລອງໄປທ່ຽວໄປສຶກສາໃຫ້ໄດ້ຈັກເທື່ອໜຶ່ງໃນຊີວິດ.

ມື້ນີ້ໂອກາດຂອງທ່ານມາຮອດແລ້ວ ກັບການສະໝັກຂໍທຶນ Manaaki New Zealand Scholarships 2023 ທີ່ເປັນທຶນການສຶກສາທີ່ປະເທດ ນິວຊີແລນ ແບບເຕັມຈໍານວນທີ່ສະໜັບສະໜູນໂດຍລັດຖະບານກາງຂອງ ນິວຊີແລນ ເພື່ອພັດທະນາບຸກຄະລາກອນໃນດ້ານຕ່າງໆ ແລະ ເສີມສ້າງທັກສະການເປັນຜູ້ນຳ ໂດຍສະເພາະໃນກຸ່ມປະເທດທີ່ກຳລັງພັດທະນາ.

ທຶນຮຽນຟຣີ

ໂດຍທຶນດັ່ງກ່າວ ເປັນທຶນສຳລັບນັກສຶກສາ ລະດັບ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ທີ່ມີຫຼາກຫຼາຍສາຂາວິຊາຮຽນໃຫ້ເລືອກຮຽນ ບໍ່ວ່າຈະເປັນ ການປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມ, ການຄຸ້ມຄອງຄວາມສ່ຽງໄພພິບັດ, ການຄໍ້າປະກັນສະບຽງ ແລະ ການກະສິກຳ, ກົດໝາຍ ແລະ ຄວາມຍຸຕິທຳ, ການທ່ອງທ່ຽວຂອງພາກເອກະຊົນ ແລະ ອື່ນໆ.

ທຶນຮຽນຟຣີ

#ສິ່ງທີ່ຈະໄດ້ຮັບຈາກທຶນນີ້ຫຼັກໆກໍຄື:

-ຄ່າຮຽນແບບເຕັມຈຳນວນ

-ເງິນອຸດໜູນປະຈໍາເດືອນ

-ຄ່າປີ້ຍົນ

-ຄ່າປະກັນສຸຂະພາບ

-ເງິນອຸດໜູນເພີ່ມເຕີມສໍາລັບການເລີ່ມຕົ້ນໃນນິວຊີແລນ

-ເງິນອຸດໜູນສໍາລັບການຄົ້ນຄວ້າເຮັດບົດຈົບຊັ້ນ.

#ເງື່ອນໄຂຂອງຜູ້ສະໝັກເບື້ອງຕົ້ນມີດັ່ງນີ້:

-ຕ້ອງເປັນພົນລະເມືອງຂອງປະເທດທີ່ມີສິດໄດ້ຮັບທຶນ

-ມີອາຍຸ 18 ປີຂຶ້ນໄປ

-ມີຄວາມສາມາດເວົ້າ, ອ່ານ, ຂຽນ ພາສາອັງກິດໃນລະດັບດີ ມີຄະແນນຢັ້ງຢືນ ອາຍຸບໍ່ເກີນ 8 ເດືອນ.

ລາຍລະອຽດອື່ນໆ ແລະ ຂັ້ນຕອນການສະໝັກ ສາມາດກວດສອບໄດ້ທີ່: https://bit.ly/40kOWky

ຮີບພາກັນຟ້າວກຽມເອກະສານ ແລະ ຍື່ນໃບສະໝັກເດີ້ ເພາະທຶນນີ້ສຳລັບສົກຮຽນ ປີ 2023-2024 ເພິ່ນໃຫ້ເວລາສະໝັກພຽງເດືອນດຽວເທົ່ານັ້ນ ເລີ່ມວັນທີ 1 ກຸມພາ ນີ້ ແລະ ໝົດເຂດ ວັນທີ 28 ກຸມພາ 2023 ນີ້.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/