ກຸ່ມຖົ່ວລຽນລາວ ພັດທະນາການຜະລິດ ຕັ້ງເປົ້າ ສົ່ງອອກໄປຕະຫຼາດຈີນ


ຊາວສວນຖົ່ວລຽນ ຈາກທຸກພາກ ຂອງປະເທດລາວ ລວມເຖິງ ນັກລົງທຶນຈີນຈຳນວນໜຶ່ງ (ຜູ້ປູກ ຖົ່ວລຽນໃນ ສປປ ລາວ)​ ໄດ້ຮຽນຮູ້ກ່ຽວກັບເຕັກນິກທີ່ຖືກຕ້ອງໃນການປູກຖົ່ວລຽນ ເພື່ອພັດທະນາ ມາດຕະຖານ ແລະ ສົ່ງອອກໄປ ຕະຫຼາດຈີນ ທີ່ມີຄວາມຕ້ອງການສູງ ໃນປັດຈຸບັນ.

ກຸ່ມຖົ່ວລຽນລາວ ໄດ້ຈັດການເຝິກອົບຮົມໄລຍະ 1 ວັນ ໃນວັນທີ 25 ເດືອນ ພຶດສະພາ ປິ 2024 ທີ່ຜ່ານມາ ຢູ່ທີ່ ຮ້ານ NKK ການກະເສດ ຖົ່ວລຽນລາວ,​ ບ້ານ ສະກ້າ ເມືອງ ໂພນໂຮງ ແຂວງ ວຽງຈັນ ເຊິ່ງມີຊາວສວນຈຳນວນຫຼາຍກ່ວາ 80 ຄົນ ເຂົ້າຮ່ວມເພື່ອແລກປ່ຽນຄຳຄິດຄຳເຫັນ ແລະ ບັນຫາທີ່ ເຂົາເຈົ້າພົບພໍ້ໃນເວລາປູກຖົ່ວລຽນ ກັບນັກວິຊາການ ຄົນລາວ ຜູ້ທີ່ມີປະສົບການ 17 ປີ ໃຫ້ແກ່ບໍລິສັດ ປູກຖົ່ວລຽນ ລາຍໃຫຍ່ ແຫ່ງໜຶ່ງ ຢູ່ ປະເທດໄທ.

ຈຸດປະສົງຂອງການເຝິກອົບຮົມດັ່ງກ່າວ ເພື່ອສົ່ງເສີມ ການປູກຖົ່ວລຽນ ສະໜອງການບໍລິໂພກພາຍໃນ ແລະ ສົ່ງອອກ ແລະ ເພື່ອໃຫ້ຊາວສວນໄດ້ເຂົ້າໃຈເຕັກນິກທີ່ຖືກຕ້ອງໃນການປູກຖົ່ວລຽນ.

ທ່ານ ລີປາກາວ ເຈ່ຍຫຼື ຕາງໜ້າ ຄະນະກຸ່ມ ຖົ່ວລຽນລາວ ໄດ້ກ່າວວ່າ: ກຸ່ມຖົວລຽນລາວ ຍັງບໍ່ໄດ້ຖືກສ້າງຕັ້ງເປັນທາງການ ເຖິງຢ່າງໃດກໍຕາມ ກຸ່ມກໍພະຍາຍາມໃຊ້ເວລາພຽງແຕ່ 2 ເດືອນເລີ່ມແຕ່ທ້າຍເດືອນມີນາ ປີ 2024 ເພື່ອເຕົ້າໂຮມເອົາຊາວສວນຖົ່ວລຽນເຂົ້າໃນກຸ່ມ ເຊິ່ງມີສະມາຊິກຈຳນວນ 100 ກວ່າສວນ ແຕ່ຈຳນວນຕົ້ນ ແລະ ເນື້ອທີ່ ຍັງບໍ່ທັນມີການລວບລວມລະອຽດເທື່ອ.

ທ່ານໄດ້ກ່າວຕື່ມວ່າ: ຖົ່ວລຽນເປັນພືດເສດຖະກິດ ແຕ່ການປູກ ຍັງເປັນລັກສະນະ ຕາມກະແສນິຍົມ. ສະນັ້ນ ເປົ້າໝາຍ ການສ້າງກຸ່ມ ແນໃສ່ ການເຕົ້າໂຮມຄວາມສາມັກຄີ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໂດຍມີເປົ້າໝາຍ ຜະລິດຖົ່ວລຽນເພື່ອສົ່ງອອກໃນອະນາຄົດ. ເພື່ອໃຫ້ບັນລຸຈຸດປະສົງດັ່ງກ່າວ, ກຸ່ມຖົ່ວລຽນລາວ ຈຶ່ງໄດ້ຊອກຫາຊ່ຽວຊານ ຜູ້ທີ່ມີປະສົບການ ມາໃຫ້ຄວາມຮູ້ໃຫ້ແກ່ຊາວກະສິກອນ ແລະ ນັກລົງທຶນ.

ໃນອະນາຄົດ ກຸ່ມວາງແຜນ ຈະມີການຄັດເລືອກປະທານ ແລະ ຄະນະບໍລິຫານກຸ່ມ ເພື່ອສະເໜີໄປຫາພາກລັດ ອະນຸຍາດໃນການສ້າງກຸ່ມຢ່າງເປັນທາງການ.

ທ່ານ ຄອນສະຫວັນ ສີອັກສອນ ຮອງຫົວໜ້າພະແນກ ກະສິກຳ-ປ່າໄມ້ ແຂວງ ວຽງຈັນ ໄດ້ກ່າວໃນພິທີເປີດຊຸດເຝິກອົບຮົມວ່າ: ຂ້າພະເຈົ້າ ຮູ້ສຶກດີໃຈ ທີ່ເຫັນຊາວສວນຖົ່ວລຽນຈຳນວນຫຼວງຫຼາຍ ເຂົ້າຮ່ວມການເຝິກອົບຮົມໃນຄັ້ງນີ້ ແລະ ຂ້າພະເຈົ້າຄິດວ່າ ທຸກໆທ່ານ ມີຄວາມພ້ອມແລ້ວ ທີ່ຈະມາຮຽນຮູ້ ແລະ ແລກປ່ຽນ ກັບຊ່ຽວຊານໃນການປູກຖົ່ວລຽນທີ່ເປັນຄົນລາວ ແລະ ວິຊາການ ຈາກບໍລິສັດ ປູກຖົ່ວລຽນຢູ່ ປະເທດໄທ.

ທ່ານກ່າວຕື່ມອີກວ່າ: ການປູກຖົ່ວລຽນຢູ່ແຂວງວຽງຈັນ ແມ່ນຫາກໍລິເລີ່ມ ແລະ ບາງສວນກໍເລີ່ມອອກໝາກແລ້ວ ເຊັ່ນ: ສວນຢູ່ເມືອງທຸລະຄົມ. ຢູ່ ສປປ ລາວ, ການປູກຖົ່ວລຽນເລີ່ມມາດົນແລ້ວແມ່ນຢູ່ແຂວງ ຈຳປາສັກ ພາກໃຕ້ຂອງ ສປປ ລາວ.

ການເຝິກອົບຮົມໃນຄັ້ງນີ້ ນັກສຳມະນາກອນ ໄດ້ຮຽນຮູ້ 3 ຫົວຂໍ້ຫຼັກ ເຊັ່ນ:  ເຕັກນິກການປູກ ຫຼື ປົກປັກຮັກສາ ຕົ້ນຖົ່ວລຽນນ້ອຍ, ການບົວລະບັດຮັກສາຕົ້ນຖົ່ວລຽນໃຫຍ່ ໃຫ້ອອກໝາກດີ ແລະ ງາມ ແລະ ການນຳໃຊ້ສານເຄມີ ແລະ ຝຸ່ນຄອກ ໃຫ້ຖືກຕ້ອງ ແລະ ເໝາະສົມ ສະເໜີໂດຍ ທ່ານ ດວງດາວວອນ ສຸລິຍະວົງສາ ຜູ້ຊ່ຽວຊານຄົນລາວ ກ່ຽວກັບການປູກຖົ່ວລຽນ. 

ນອກຈາກນັ້ນ ທ່ານ ດວງດາວວອນ ຍັງໄດ້ອະທິບາຍ ໃຫ້ຜູ້ເຂົ້າຮ່ວມ ເຂົ້າໃຈ ກ່ຽວກັບປັດໄຈສຳຄັນທີ່ນັກລົງທຶນ ຫຼື ຊາວສວນ ຖົ່ວລຽນຄວນເອົາໃຈໃສ່ ກ່ອນຈະລິເລີ່ມການເຮັດສວນຖົ່ວລຽນ ເຊັ່ນ: ພື້ນທີ່, ແຮງງານ, ວິຊາການ, ການບໍລິຫານ ແລະ ອື່ນໆ…

ນັກສຳມະນາກອນ ມີຄວາມສົນໃຈຫຼາຍກ່ຽວກັບການບົວລະບັດຮັກສາຕົ້ນຖົ່ວລຽນ ເຊັ່ນ: ປະລິມານ ຫຼື ຄວາມຕ້ອງການນ້ຳ ຂອງ ຕົ້ນຖົ່ວລຽນ ໃນແຕ່ລະໄລຍະ, ປະລິມານ ແລະ ເຕັກນິກໃນການນໍາໃຊ້ປຸ໋ຍ ແລະ ປະເພດຝຸ່ນຄອກ, ການປະເມີນສະພາບອາກາດ, ການແຕ່ງກິ່ງ, ການປະສົມເກສອນ, ການນຳໃຊ້ຢາຂ້າຫຍ້າ, ແມງໄມ້, ເຊື້ອລາ ແລະ ອື່ນໆ…

ນອກຈາກນັ້ນ ຜູ້ເຂົ້າຮ່ວມ ຍັງເຂົ້າໃຈເຕັກນິກທິ່ຖືກຕ້ອງໃນການກະກຽມດິນ, ວິທີປູກ, ການເລືອກແນວພັນ ແລະ ຮັບຮູ້ຄວາມຕ້ອງການຢ່າງຫຼວງຫຼາຍ ຂອງຕະຫຼາດຖົ່ວລຽນຢູ່ຕ່າງປະເທດ ໂດຍສະເພາະຢູ ສປ ຈີນ.

ໃນພິທີເຝິກອົບຮົບໃນຄັ້ງນີ້ ຍັງມີ ທ່ານ ປອ ອຸໄທ ສຸກຂີ ຮັກສາການ ອຳນວຍການ ວິທະຍາໄລ ກະສິກຳ-ປ່າໄມ້ ພາກເໜືອ ແຂວງຫຼວງພະບາງ, ທ່ານ ຖະວິນ ສຸວັນມະນີ ປະທານທີ່ປຶກສາບໍລິສັດ ນາໂນ ອິນຊີຈຳກັດ ຈາກປະເທດໄທ, ທ່ານ ແສງປະເສີດ ມັດທຸຈັນ ທີ່ປຶກສາກຸ່ມຖົ່ວລຽນລາວ ແລະ ທ່ານ ແກ້ວຕາ ແລວຄຳ ຄະນະກຸ່ມຖົ່ວລຽນລາວ ກໍໄດ້ເຂົ້າຮ່ວມ.

ພາຍຫຼັງສຳເລັດການເຝິກອົບຮົມ, ໃນຕອນແລງຂອງວັນດຽວກັນ ໄດ້ມີພິທີເປິດຮ້ານ NKK ການກະເສດ ຖົ່ວລຽນລາວ ຢ່າງເປັນທາງການ ເພື່ອຈຳໜ່າຍ ປຸ໋ຍ, ຢາ ແລະ ອຸປະກອນຮັບໃຊ້ການປູກຖົ່ວລຽນ ສະເພາະ ເພື່ອຕອບສະໜອງຄວາມຕ້ອງການຂອງ ຊາວກະສິກອນ ແລະ ນັກລົງທຶນປູກຖົ່ວລຽນ ຢູ່ ສປປ ລາວ. 

ທີ່ມາ: https://www.facebook.com/share/p/MJ4srFfHmKYdwpjX/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/