ການສົ່ງອອກຜັກ ແລະ ໝາກໄມ້ ຫວຽດນາມເພີ່ມຂຶ້ນ ຈາກຄວາມຕ້ອງການໃນຕະຫຼາດພາກພື້ນທີ່ເພີ່ມສູງຂຶ້ນ


ການ​ສົ່ງ​ອອກ​ຜັກ​ ແລະ ໝາກ​ໄມ້​ໃນ​ເຄິ່ງ​ທຳ​ອິດ​ຂອງ​ປີ 2024 ມີ​ມູນ​ຄ່າ 3,4 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 28% ເມື່ອ​ທຽບ​ໃສ່​ປີ​ກາຍ, ຍ້ອນ​ຄວາມ​ຕ້ອງ​ການ​ທີ່​ເພີ່ມ​ຂຶ້ນ​ຂອງ​ຕະ​ຫຼາດ​ໃນພາກພື້ນທີ່ເພີ່ມຂຶ້ນ.

ອີງຕາມການລາຍງານຂອງ Vnexpress, ສະມາຄົມ​ຜັກ​ ແລະ ​ໝາກ​ໄມ້​ຫວຽດນາມ ​ໃຫ້​ຮູ້​ວ່າ: ຜູ້ຊື້​ລາຍ​ໃຫຍ່ຈາກຫວຽດນາມໄດ້ແກ່ ຕະຫຼາດ ຈີນ, ​ໄທ ​ແລະ ສ.​ເກົາຫຼີ ​ເຊິ່ງໄດ້​ເພີ່ມ​ການ​ນຳ​ເຂົ້າ​ຈາກ​ຫວຽດນາມ 30-60%, ​ແລະ ບາງ​ຕະຫຼາດ​ສຳຄັນ​ອື່ນໆ​ເພີ່ມ​ຂຶ້ນ 10-50%.

ໂດຍໃນຈຳນວນດັ່ງກ່າວ ຈີນ​ໄດ້​ກວມ​ເອົາ 1,7 ຕື້​ໂດ​ລາ​ສະຫະລັດ​ໃນ​ເວລາ​ພຽງ 5 ເດືອນ​ຕົ້ນ​ປີ. ທ່ານ Dang Phuc Nguyen ປະທານຂອງ ​ສະ​ມາ​ຄົມ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ທ່າ​ໄດ້​ປຽບ​ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ຈີນ ຍ້ອນ​ພູມ​ສັນ​ຖານ​ໃກ້​ຄຽງ ແລະ ຄວາມຄ້າຍ​ຄື​ກັນ​ໃນ​ດ້ານ​ອາ​ຫານ ໂດຍສະເພາະໝາກຖົ່ວລຽນທີ່ຈີນກຳລັງຕ້ອງການເປັນຈຳນວນຫຼາຍ.

ທ່ານ​ກ່າວ​ວ່າຕື່ມວ່າ ຈີນ​ຈະ​ລົງ​ນາມ​ໃນ​ອະນຸ​ສັນຍາ​ໃນໄວໆນີ້ເພື່ອ​ໃຫ້​ຫວຽດນາມ​ສົ່ງ​ອອກ​ໝາກ​ຖົ່ວລຽນແຊ່​ແຂງ​ ແລະ ​ຜະລິດ​ຕະພັນ​ກະ​ເສດ​ອື່ນໆ​ເຊັ່ນ ​ຢາ​ສະ​ໝຸນ​ໄພ, ໝາກ​ພ້າວ ​ແລະ ​ໝາກ​ໄມ້​ແຊ່​ແຂງຕື່ມອີກ.

https://e.vnexpress.net/news/business/economy/fruit-vegetable-exports-surge-on-higher-demand-in-key-markets-4761271.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/