ການສູບຢາຊ່ວຍໃຫ້ຜ່ອນຄາຍ ແລະ ເຮັດໃຫ້ສະໝອງປອດໂປ່ງ ໄດ້ແທ້ຫຼືບໍ່?

ສູບຢາ

ເຊື່ອວ່າຫຼາຍໆຄົນທີ່ເຄີຍຖາມຄົນທີ່ສູບຢາ ວ່າເປັນຫຍັງຄືມັກສູບຢາ ຄົງຈະເຄີຍໄດ້ຍິນຄຳຕອບທີ່ຄ້າຍໆກັນ ປະມານວ່າ ສູບເພື່ອໃຫ້ສະໝອງຜ່ອນຄາຍ ສູບຢາເພື່ອຄາຍຄຽດ ເຊິ່ງຄຳຕອບເຫຼົ່ານີ້ບາງເທື່ອກໍຍັງເຮັດໃຫ້ຄົນສ່ວນໃຫຍ່ທີ່ໄດ້ຍິນ ຮູ້ສຶກມຶນງົງ ແລະ ຍັງຕັ້ງຄຳຖາມຕໍ່ອີກວ່າ ມັນແມ່ນແທ້ຫວາ. ມື້ນີ້ທີມງານ Lao X ຈະພາມາເບິ່ງຄຳຕອບນຳກັນ

ສູບຢາ

ສໍາລັບຜູ້ທີ່ເສບຕິດຢາສູບແລ້ວ ກໍຕ້ອງບອກວ່າເລື່ອງນີ້ເປັນເລື່ອງແທ້ ເພາະນິໂຄຕິນທີ່ເປັນສານຫຼັກຂອງຢາສູບນັ້ນ ເປັນສານເສບຕິດທີ່ມີລິດກະຕຸ້ນສະໝອງຢ່າງແຮງ ໃນໄລຍະທຳອິດ ເຊິ່ງລິດກະຕຸ້ນສະໝອງນີ້ເຮັດໃຫ້ຜູ້ສູບຮູ້ສຶກຜ່ອນຄາຍ ຜູ້ທີ່ຕິດຢາສູບຈຶ່ງຢາກສູບທັງເວລາທີ່ດີໃຈ ແລະ ເວລາທີ່ມີຄວາມກັງວົນຕ່າງໆ.

ສູບຢາ

ແຕ່ຫຼັງຈາກອອກລິດກະຕຸ້ນສະໝອງແລ້ວ ນິໂຄຕິນຈະເຮັດການກົດໜີບສະໝອງໃນໄລຍະຕໍ່ມາ. ໃນໄລຍະທີ່ກົດໜີບສະໝອງນີ້ຜູ້ສູບຢາຈະເລີ່ມຄົ້ນຄິດຫາສິ່ງຕ່າງໆຊ້າລົງ ຫຼື ຄິດບໍ່ອອກເລີຍ ແລະ ຕ້ອງໄດ້ເລີ່ມຕໍ່ຢາສູບກອກໃໝ່ ເພື່ອກະຕຸ້ນສະໝອງອີກຄັ້ງໜຶ່ງເປັນລະບົບ

ແບບນີ້ໄປເລື້ອຍໆ.

ສູບຢາ

ແຕ່ສຳລັບຜູ້ບໍ່ສູບຢາ ການທີ່ຈະຕ້ອງໃຊ້ນິໂຄຕິນກະຕຸ້ນສະໜອງເພື່ອໃຫ້ເຮັດວຽກໄດ້ນັ້ນ ແມ່ນບໍ່ມີຄວາມຈຳເປັນໃດໆ ເພາະຕາມສະຖິຕິແລ້ວ ຜູ້ທີ່ເປັນຜູ້ບໍລິຫານ ຫຼື ຜູ້ທີ່ເຮັດວຽກໂດຍໃຊ້ສະໝອງມີອັດຕາການສູບຢາທີ່ຕໍ່າທີ່ສຸດໃນທຸກໆສັງຄົມ. ໃນຂະນະທີ່ອັດຕາການສູບຢາຈະສູງທີ່ສຸດໃນຜູ້ໃຊ້ແຮງງານ ນັ້ນໝາຍຄວາມວ່າຄວາມສາມາດໃນການຄົ້ນຄິດ ຫຼື ການໃຊ້ສະ

ໝອງບໍ່ຈຳເປັນຕ້ອງໃຊ້ນິໂຄຕິນສະເໝີໄປ ຍົກເວັ້ນໃນຜູ້ທີ່ຕິດຢາສູບແລ້ວ.

ການທີ່ຜູ້ສູບຢາຮູ້ສຶກວ່າການສູບຢາສາມາດຄາຍຄວາມກັງວົນໄດ້ ກໍດ້ວຍເຫດຜົນພື້ນຖານດຽວກັນ ແຕ່ຄວາມລຶ້ງເຄີຍທີ່ຈະຕ້ອງສູບຢາຈຶ່ງເຮັດວຽກໄດ້ນັ້ນຈະເປັນສະເພາະໃນໄລຍະທີ່ກໍາລັງອອກຢາສູບໃໝ່ໆເທົ່ານັ້ນ. ເມື່ອອອກຢາສູບ ໄດ້ສຳເລັດແລ້ວ ການເຮັດວຽກຂອງສະໝອງກໍຈະຄືຄົນປົກກະຕິ ທີ່ບໍ່ຕ້ອງອາໄສນິໂຄຕິນມາກະຕຸ້ນກໍສາມາດເຮັດວຽກໄດ້ດີ ຫຼື ຫາວິທີຜ່ອນຄາຍດ້ວຍວິທີອື່ນໆ.

ຂອບໃຈຂໍ້ມູນຈາກ: ປຶ້ມ 50 ຄຳຖາມ ແລະ ຄຳຕອບ ທີ່ຜູ້ສູບຢາ ແລະ ບໍ່ສູບຢາຄວນຮູ້. ຈັດພິມໂດຍ ໜ່ວຍງານຄວບຄຸມຢາສູບ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/