ກະຊວງສາທາລະນະສຸກ ຍີ່ປຸ່ນ ອະນຸຍາດໃຫ້ ແມ່ຍິງສາມາດໃຊ້ຢາ ໃນການຍຸຕິການຖືພາໄດ້ ເປັນຄັ້ງທຳອິດ


ຄະນະກຳມະການກະຊວງສາທາລະນະສຸກ ປະເທດຍີ່ປຸ່ນ ໄດ້ອະນຸຍາດໃຫ້ ແມ່ຍິງສາມາດໃຊ້ຢາ ໃນການຍຸຕິການຖືພາໄດ້ ເປັນຄັ້ງທຳອິດ ເຊິ່ງເປັນບາດກ້າວອັນສຳຄັນໃນການຍົກລະດັບສິດທິດ້ານການຈະເລີນພັນໃນຍີ່ປຸ່ນ ຫຼັງຈາກຫຼາຍປະເທດໄດ້ມີການອະນຸຍາດໃນເລື່ອງນີ້ມາດົນແລ້ວ.

ໂດຍເມື່ອບໍ່ດົນມານີ້ ໂຄສົກກະຊວງສາທາລະນະສຸກ ແຮງງານ ແລະ ສະຫວັດດີການຂອງປະເທດຍີ່ປຸ່ນ ໄດ້ປະກາດວ່າ ພະແນກການຢາຄະນະກໍາມະການ ໄດ້ຮັບການອະນຸມັດ ໃຫ້ສາມາດນໍາໃຊ້ຢາ Mefeego Pack, ເຊິ່ງເປັນຢາທີ່ໃຊ້ເພື່ອຢຸດການຖືພາ ທີ່ຜະລິດໂດຍບໍລິສັດຢາຈາກອັງກິດຢ່າງ Linepharma.

ການເຄື່ອນໄຫວດັ່ງກ່າວມີຂຶ້ນຫຼັງທາງກະຊວງສາທາລະນະສຸກໄດ້ເຮັດການປະຊຸມກັນເພື່ອທົບທວນກ່ຽວກັບການນຳໃຊ້ ແລະ ຂໍ້ຄວນລະວັງໃນການນຳໃຊ້ຢາ ເພື່ອຢຸດການຖືພາດັ່ງກ່າວ ກ່ອນທີ່ຈະເຮັດການສອບຖາມຄວາມຄິດເຫັນຂອງປະຊາກອນກວ່າ 12.000 ຄົນ ຜ່ານທາງອອນລາຍ ໂດຍຫຼັງຈາກນີ້ຈະມີການຍື່ນເລື່ອງດັ່ງກ່າວຂຶ້ນໄປຫາລັດຖະມົນຕີກະຊວງສາທາລະນະສຸກ ເພື່ອອະນຸມັດໃນການໃຊ້ໃນຂັ້ນຕອນສຸດທ້າຍ.

ໂດຍ Mefeego Pack ປະກອບດ້ວຍຢາເມັດ 2 ຊະນິດ ສາມາດໃຊ້ເພື່ອຢຸດການຖືພາໄດ້ໃນໄລຍະເວລາບໍ່ກາຍ 9 ອາທິດທຳອິດ. ໂດຍໃນການທົດລອງໃນຄີນິກຂອງຍີ່ປຸ່ນພົບວ່າ 93% ຂອງແມ່ຍິງທີ່ໃຊ້ຢາດັ່ງກ່າວເພື່ອຢຸດການຖືພາ ແມ່ນສາມາດຢຸດການຖືພາໄດ້ ພາຍໃນ 24 ຊົ່ວໂມງ. ຂະນະທີ່ອົງການອະນາໄມໂລກ WHO ຢືນຢັນວ່າ ຕົວຢາມີປະສິດທິພາບ ແລະ ຄວາມປອດໄພ ໃນການຢຸດການຖືພາຂອງແມ່ຍິງ.

ຕະຫຼອດຫຼາຍປີທີ່ຜ່ານມາ ນັກເຄື່ອນໄຫວດ້ານສິດທິແມ່ຍິງໃນຍີ່ປຸ່ນ ໄດ້ພະຍາຍາມຊຸກຍູ້ໃຫ້ລັດຖະບານ ອະນຸດໃນການໃຊ້ຢາເພື່ອຢຸດການຖືພາ ໃນຂະນະທີ່ຫຼາຍປະເທດທົ່ວໂລກ ໄດ້ມີການເປີດກວ້າງໃຫ້ມີການໃຊ້ງານຢາດັ່ງກ່າວ ມາຫຼາຍສິບປີແລ້ວ ເຊັ່ນ: ປະເທດຝຣັ່ງໄດ້ມີການໃຊ້ຢາ  Mifepristone ຕັ້ງແຕ່ປີ 1988 ແລະ ໃນສະຫະລັດ ອາເມຣິກາໃນປີ 2000.

ໂດຍໃນປັດຈຸບັນ ຍີ່ປຸ່ນມີທາງເລືອກໃນການຢຸດການຖືພາພຽງແຕ່ 2 ວິທີເທົ່ານັ້ນ ກໍຄື ວິທີທຳອິດ ແມ່ນ ການຂູດມົດລູກ ສ່ວນອີກທາງເລືອກໜຶ່ງ ແມ່ນການຂະຫຍາຍມົດລູກ ແລະ ໃຊ້ເຄື່ອງມືດູດເອົາເດັກນ້ອຍອອກຈາກທ້ອງ. ເຊິ່ງ WHO ລະບຸວ່າ ການຂູດມົດລູກເພື່ອຍຸຕິການຖືພາ ນັ້ນເປັນວິທີການທີ່ຫຼ້າຫຼັງ ພ້ອມຍັງມີຄວາມປອດໄພຕໍ່າກວ່າການໃຊ້ຢາເມັດ ແລະ ເຮັດໃຫ້ແມ່ຍິງນັ້ນປະເຊີນກັບຄວາມເຈັບປວດຫຼາຍກວ່າ.

ຢ່າງໃດກໍຕາມ ປະເດັນເລື່ອງສິດທິເໜືອຮ່າງກາຍຂອງແມ່ຍິງໃນຍີ່ປຸ່ນ ກໍຍັງເປັນເລື່ອງທີ່ຕ້ອງຕໍ່ສູ້ກັນຕໍ່ໄປ ເນື່ອງຈາກກົດໝາຍຍຸຕິການຖືພາຂອງຍີ່ປຸ່ນນັ້ນ ລະບຸໄວ້ວ່າ ແມ່ຍິງທີ່ຈະສາມາດຍຸຕິການຖືພາໄດ້ນັ້ນ ກໍຕໍ່ເມື່ອການຖືພານັ້ນສົ່ງຜົນກະທົບຕໍ່ຜູ້ເປັນແມ່ ຢ່າງຮຸນແຮງ ບໍ່ວ່າຈະເປັນດ້ານສຸຂະພາບ ແລະ ເສດຖະກິດ. ນອກຈາກນີ້ ຍັງຈະຕ້ອງໄດ້ຮັບຄວາມຍິນຍອມຈາກ ຜູ້ເປັນພໍ່ ຫຼື ສາມີນຳອີກ. ເຊິ່ງນັກເຄື່ອນໄຫວເບິ່ງວ່າຂໍ້ກົດໝາຍດັ່ງກ່າວບັງຄັບໃຫ້ ແມ່ຍິງບໍ່ມີສິດທິໃນການຕັດສິນໃຈກ່ຽວກັບສິ່ງທີ່ເກີດຂຶ້ນໃນຮ່າງກາຍຂອງຕົນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/