ນັກວິທະຍາສາດໄດ້ຄົ້ນພົບ ຮູບແຕ້ມຝາຫີນຂະໜາດໃຫຍ່ຮູບຈິງໂຈ້ ທີ່ປະເທດອອສເຕເລຍ ໂດຍນັກວິທະຍາສາດໄດ້ຢືນຢັນວ່າຮູບແຕ້ມຝາຫີນນີ້ເປັນຮູບແຕ້ມທີ່ມີອາຍຸເກົ່າແກ່ທີ່ສຸດຂອງປະເທດອອສເຕເລຍ ໂດຍມີອາຍຸຫຼາຍເຖິງ 17,300 ປີ.
ຮູບແຕ້ມນີ້ມີຂະໜາດປະມານ 2 ແມັດ ສີຂອງຮູບແຕ້ມເປັນສີແດງໃນລັກສະນະຂອງໝາກມັນເບີລີ ແລະ ສີເຫຼືອງສົດ ເຊິ່ງຮູບແຕ້ມນີ້ຖືກຄົ້ນພົບຢູ່ໃນຖຳ້ຫີນຊາຍໃນເຂດຄິມເບີເລ (Kimberley) ອອສເຕເລຍຕາເວັນຕົກ ໂດຍວິທີການວິເຄາະອາຍຸຂອງຮູບແຕ້ມນີ້ໃຊ້ເຕັກນິກວິທີລັງສີຄາບອນ ທີ່ເອົາໄວ້ສຳລັບວິເຄາະຟອດຊິວໂດຍສະເພາະ.

ປົກກະຕິແລ້ວ ຮູບແຕ້ມເທິງຝາຫີນນີ້ມີຄວາມຍາກໃນການສຶກສາຮ່ອງຮອຍ ແລະ ອາຍຸຂອງມັນຫຼາຍ ເນື່ອງຈາກວ່າຮູບແຕ້ມຕິດຝາຖຳ້ຫີນໃນລັກສະນະນີ້ນັ້ນມັກບໍ່ຄ່ອຍເຫຼືອຮ່ອງຮອຍຂອງສານອິນຊີຫຼາຍພໍທີ່ຈະໃຫ້ເຮັດການສຶກສາຕໍໍ່ໄດ້ດ້ວຍວິທີຕໍ່ໄປ.
ແຕ່ວ່ານັກວິທະຍາສາດໄດ້ເຮັດການວິເຄາະຟອດຊິວຮັງແຕນ ທີ່ຢູ່ໃກ້ຄຽງກັບຮູບແຕ້ມນີ້ແທນ ແລະ ໄດ້ວິເຄາະວ່າຮູບແຕ້ມນີ້ຖືກແຕ້ມປະມານ 17,100-17,500 ປີກ່ອນ ໃນລະຫວ່າງທີ່ໂລກກຳລັງປ່ຽນແປງຈາກຍຸກນຳ້ແຂງ ແລະ ຖືກແຕ້ມຂຶ້ນໂດຍບັນພະບູລຸດຂອງຊາວບາລັງກາຣາ.

“ໃນເວລານັ້ນກຳລັງເຂົ້າສູ່ໄລຍະສຸດທ້າຍຂອງຍຸກນຳ້ແຂງ ແລະ ທີ່ຄິມເບີເລ ນັ້ນກໍເບິ່ງຄືວ່າຈະແຫ້ງແລ້ງຫຼາຍ ມີສະພາບແວດລ້ອມທີ່ຍາກລຳບາກ ແຕ່ມະນຸດກໍຍັງຄົງແຕ້ມຮູບ” ດຣ.ສະເວນ ອອຊແມນ ຜູ້ຮ່ວມສຶກສາຈາກມະຫາວິທະຍາໄລເວັດເທິນອອສເຕເລຍ ກ່າວ.

ແນວໃດກໍຕາມ ຍັງມີນັກວິຊາການບາງກຸ່ມເຊື່ອວ່າ ເຖິງແມ່ນວ່າຮູບແຕ້ມຕິດຝາຫີນນີ້ຈະເປັນຫຼັກຖານຮູບແຕ້ມທີ່ເກົ່າແກ່ທີ່ສຸດໃນອອສເຕເລຍໃນປັດຈຸບັນ ແຕ່ຈະມີຮູບແຕ້ມອື່ນໆທີ່ເກົ່າແກ່ກວ່ານີ້ຖ້າຖືກຄົ້ນພົບຢູ່ອີກ.
“ນີ້ຄືຮູບແຕ້ມເກົ່າແກ່ທີ່ມີຮູບແບບການແຕ້ມທີ່ເຄີຍພົບເຫັນມາກ່ອນແລ້ວ ເພາະສະນັ້ນ ມີໂອກາດສູງທີ່ຈະມີຮູບແຕ້ມທີເກົ່າແກ່ກວ່ານີ້ອີກ” ເດມຽນ ຟິນຊ ນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລເມວເບີນ ສະແດງທັດສະນະຕົວເອງຕໍ່ການຄົ້ນພົບນີ້.
ພາບ: UWANews, abc.net.au, theguardian.com, bbc.com
ຂອບໃຈຂໍ້ມູນຈາກ:
- https://www.vice.com/en/article/qjp5xw/check-out-australias-oldest-cave-paintings?fbclid=IwAR2yUUDTBNhE2BWqci9o9NmcF-I51xcGhGnLdPD5bomeD8OOvZuPeFf98e4
- https://www.abc.net.au/news/science/2021-02-23/oldest-rock-art-australia-kimberley-kangaroo-mud-wasp-nest/13173792
- https://www.theguardian.com/artanddesign/2021/feb/23/17300-year-old-kimberley-kangaroo-becomes-australias-oldest-rock-artwork?fbclid=IwAR0nwSg_Yn9GjfxUIIvv_MBd5w-sUWXmVT66VqjoPiOHEkP22I0Baufwa9M