ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ເນັ້ນ ຕ້ອງປັບປຸງສະພາບແວດລ້ອມການລົງທຶນ ເພື່ອດຶງດູດ FDI ໃຫ້ຫຼາຍຂຶ້ນ ພ້ອມເຜີຍທ່າແຮງໃນການລົງທຶນໃນສປປ ລາວ ໂດຍສະເພາະໃນຂະແໜງການ ກະສິກຳສະອາດ, ການພັດທະນາໄຟຟ້າພະລັງນ້ຳ, ພະລັງງານແສງຕາເວັນ ແລະ ພະລັງງານລົມ.

ຄຳເຫັນດັ່ງກ່າວ ກ່າວໂດຍທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນກອງປະຊຸມ ລົງທຶນອາຊຽນ ປະຈໍາປີ 2024 (ASEAN Investment Forum 2024)   ທີ່ຈັດຂຶ້ນທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ເພື່ອຊຸກຍູ້ການເຊື່ອມໂຍງ ແລະ ຄວາມເຂັ້ມແຂງຂອງອາຊຽນ”.

ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອແນໃສ່ຍົກສູງບົດບາດຂອງອາຊຽນເພື່ອບັນລຸເປົ້າໝາຍການດຶງດູດລົງທຶນ ໃນໄລຍະການຈັດຕັ້ງແຜນບູລິມະສິດໃນແຜນຍຸດທະສາດທີ່ສໍາຄັນໃນການຂະຫຍາຍຕົວແບບຍືນຍົງ ຊຶ່ງມີຜູ້ເຂົ້າຮ່ວມຈາກພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ ຈາກບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມພັດທະນາ ລວມຈຳນວນ 300 ກວ່າທ່ານ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ໄດ້ເນັ້ນໜັກເຖິງຄວາມສາມາດການປັບຕົວຂອງອາຊຽນ ໃນການປະເຊີນໜ້າກັບສິ່ງທ້າທາຍໃນທົ່ວໂລກ ແລະ ໄດ້ຍົກໃຫ້ເຫັນແຜນການດຳເນີນງານການລົງທຶນຂອງພາກພື້ນອາຊຽນ ເປັນຂໍ້ລິເລີ່ມທີ່ສຳຄັນ ເພື່ອແນໃສ່ຊຸກຍູ້ໃຫ້ອາຊຽນເປັນຈຸດໝາຍຂອງການລົງທຶນ.ພ້ອມນັ້ນ, ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນການຊຸກຍູ້ການພັດທະນາປະເທດ, ໂດຍສະເພາະຂະ   ແໜງການພະລັງງານທົດແທນ, ພື້ນຖານໂຄງລ່າງ, ການຫັນເປັນດີຈີຕອນ. ລັດຖະບານລາວໄດ້ ໃຫ້ຄວາມສຳຄັນຕໍ່ພາກເອກະຊົນ, ສະນັ້ນຈຶ່ງໄດ້ ປັບປຸງສະພາບແວດລ້ອມໃນການລົງທຶນໃຫ້ມີຄວາມສະດວກ, ຫຼຸດຂອດຂັ້ນຕອນການດຳເນີນທຸລະກິດ ແລະ ເພີ່ມຄວາມວ່ອງໄວ. 

ປັດຈຸບັນ, ສປປ ລາວ ໄດ້ດຶງດູດການລົງທຶນຈາກຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງໃນບັນດາຂະແໜງການທີ່ມີທ່າແຮງ ເປັນຕົ້ນ ຂະແໜງກະສິກຳສະອາດ, ການພັດທະນາໄຟຟ້າພະລັງນ້ຳ, ພະລັງງານແສງຕາເວັນ ແລະ ພະລັງງານລົມ ເຊິ່ງປະກອບສ່ວນອັນສໍາຄັນເຂົ້າໃນເປົ້າໝາຍ ການພັດທະນາຕາມທິດສີຂຽວ ແລະ ພະລັງງານສະອາດຂອງພາກພື້ນ.


ເວທີກອງປະຊຸມສໍາລັບປີນີ້ ໄດ້ຈັດຂຶ້ນໃນຊ່ວງທີ່ສປປ ລາວ ໄດ້ຮັບກຽດ ເປັນປະທານອາຊຽນ 2024 ຊຶ່ງຖືເປັນບົດບາດສຳຄັນເພື່ອເປົ້າໝາຍການເຊື່ອມໂຍງເສດຖະກິດອາຊຽນໃນລວງເລິກ ຜ່ານການສະແດງໃຫ້ເຫັນກາລະໂອກາດລົງທຶນ ຕາມວິໄສທັດຂອງອາຊຽນ ໂດຍເລັງໃສ່ການພົວພັນທາງດ້ານເສດຖະກິດທີ່ເຂັ້ມແຂງ, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ສຸມໃສ່ການຫັນເປັນດິຈິຕອນ ເພື່ອຮັບປະກັນໃຫ້ພາກພື້ນມີການເຊື່ອມໂຍງທີ່ສູງຂຶ້ນ. 

ກອງປະຊຸມໄດ້ເປີດໂຕແຜນດໍາເນີນງານການລົງທຶນພາກພື້ນອາຊຽນ (2025-2030) ເຊິ່ງໄດ້ກຳນົດແຜນຍຸດທະສາດ ເພື່ອເປັນທິດທາງໃຫ້ບັນດາປະເທດສະມາຊິກອາຊຽນ ໃນການດຶງດູດການລົງທຶນ, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ວາງທິດທາງອາຊຽນເປັນຈຸດ ໝາຍປາຍທາງຂອງການລົງທຶນ ໂດຍສອດຄ່ອງກັບສັນຍາການລົງທຶນຮອບດ້ານອາຊຽນ ແລະ ແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025.