ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີແນະນຳເວັບໄຊການຈັດຫາງານ www.doe.gov.la ສະໜອງຂໍ້ມູນເພີ່ມໂອກາດໃຫ້ແຮງງານເຂົ້າເຖິງວຽກເຮັດງານທຳ.

ອີງຕາມການລາຍງານຂອງ ໜັງສືພີມ ປະຊາຊົນ, ພິທີດັ່ງກ່າວ ມີຂຶ້ນ ໃນ ວັນທີ 14 ສິງຫານີ້ ທີ່ກະຊວງດັ່ງກ່າວ ເປັນກຽດເຂົ້າຮ່ວມຂອງ ທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ, ມີທ່ານ ຄໍາຫຼ້າ ກິດຕິພັນ ຊ່ຽວຊານພັດທະນາເວັບໄຊ ຈາກວິສາຫະກິດດີຄອມ ສ່ວນບຸກຄົນ, ມີຜູ້ອຳນວຍການໃຫຍ່ອົງການແຮງງານສາກົນ ປະຈຳ ລາວ, ບໍລິສັດຈັດຫາງານ ແລະ ຂະແໜງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອານຸສອນ ຄຳສິງສະຫວັດ ກ່າວວ່າ: ຈຸດປະສົງຂອງການພັດທະນາເວັບໄຊດັ່ງກ່າວເພື່ອເປັນການເຜີຍແຜ່ບັນດາຂໍ້ມູນຂ່າວສານ ກ່ຽວກັບການບໍລິການຈັດຫາງານພາຍໃນ, ການບໍລິການຈັດຫາງານໄປຕ່າງປະເທດ, ການສົ່ງເສີມການປະກອບອາຊີບອິດສະຫຼະ, ວຽກງານຂໍ້ມູນຂ່າວສານຕະຫຼາດແຮງງານ, ຂໍ້ມູນຂອງບັນດາວິສາຫະກິດບໍລິການຈັດຫາງານ, ນິຕິກຳ ແລະ ການເຄື່ອນໄຫວກ່ຽວກັບວຽກງານການຈັດຫາງານ ພາຍໃຕ້ການຄຸ້ມຄອງຂອງກົມການຈັດຫາງານ ກະຊວງ ຮສສ ເພື່ອໃຫ້ຜູ້ທີ່ມີຄວາມສົນໃຈຕ່າງໆ ລວມທັງປະຊາຊົນເຂົ້າເຖິງຂໍ້ມູນຂ່າວສານການບໍລິການ ການຈັດຫາງານທີ່ເປັນທາງການ ແທ້ຈິງ ແລະ ໜ້າເຊື່ອຖືໃຫ້ສັງຄົມ.

ນອກນັ້ນ, ເວັບໄຊດັ່ງກ່າວ ຍັງເປັນການເປີດໂອກາດໃຫ້ກຸ່ມເປົ້າໝາຍຜູ້ຊອກຫາວຽກເຮັດງານທຳ ແລະ ປະຊາຊົນໄດ້ເຂົ້າເຖິງວຽກເຮັດງານທຳ ໂດຍສ້າງເຄື່ອງມືໃຫ້ແກ່ສັງ ຄົມທັງສູນກາງ ແລະ ທ້ອງຖິ່ນເພື່ອເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບວຽກງານການຈັດຫາງານໃນຫຼາຍຊ່ອງທາງ. ສະນັ້ນ, ເວັບໄຊບໍລິການຈັດຫາງານ ຈຶ່ງມີຄວາມຈຳເປັນ ແລະ ມີຄວາມສຳຄັນຢ່າງຍິ່ງໃນສະພາບເສດຖະກິດ-ສັງຄົມໃນປັດຈຸບັນ ທັງເປັນປັດໄຈໜຶ່ງທີ່ຊ່ວຍໃຫ້ແຮງງານລາວສ້າງລາຍຮັບ ແລະ ມີວຽກເຮັດງານທຳທີ່ຫຼາກຫຼາຍ ຊຶ່ງຈະສາມາດຮັບຮູ້ເຖິງພາລະບົດບາດ, ໜ້າທີ່ ແລະ ການບໍລິການຈັດຫາງານ ລວມໄປເຖິງຂໍ້ມູນຂ່າວສານຕະຫຼາດແຮງງານ, ການຈັດຫາງານໄປຕ່າງປະເທດ (ລວມມີ ປະເທດໄທ, ສ ເກົາຫຼີ ແລະ ຍີ່ປຸ່ນ), ການໃຫ້ຄໍາປຶກສາອາຊີບ ແລະ ຈຸດບໍລິການຈັດຫາງານ, ການສົ່ງເສີມການປະກອບອາຊີບອິດສະຫຼະ ແລະ ນະໂຍບາຍກ່ຽວກັບການຈັດຫາງານ.

ເວັບໄຊດັ່ງກ່າວແມ່ນກິດຈະກໍາໜຶ່ງທີ່ກົມການຈັດຫາງານ ກະຊວງ ຮສສ ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກອົງການແຮງງານ ILO-China Partnership programme ພາຍໃຕ້ “ໂຄງການສ້າງຄວາມເຂັ້ມແຂງການພັດທະນາທັກສະສີມືແຮງງານ ໃນກຳປູເຈຍ, ສປປ ລາວ ແລະ ມຽນມາ ໂດຍຜ່ານໃຕ້-ໃຕ້ ແລະ ການຮ່ວມມືສາມຝ່າຍຂອງອົງການແຮງງານສາກົນ-ສປ ຈີນ” ຊຶ່ງໄດ້ມີການລິເລີ່ມການຈັດຕັ້ງປະຕິບັດ ແລະ ພັດທະນາເວັບໄຊດັ່ງກ່າວຮ່ວມກັບບໍລິສັດວິສາຫະກິດດີຄອມສ່ວນບຸກຄົນ ໃນປີ 2023.

ທີ່ມາ: https://www.facebook.com/lnrlao/posts/pfbid0ZKtfQp25ccmqfWRWgV3n2mcrESAug5RzcFm9k7o6pPCLBZtA7yHAyNbyhhCZd6xDl