ກອງປະຊຸມ ສະພາເຂດການຄ້າເສລີອາຊຽນ ຄັ້ງທີ 38 ຫາລືເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ເພີ່ມທະວີການເຊື່ອມໂຍງການຄ້າດ້ານສິນຄ້າໃນພາກພື້ນ ຕັ້ງເປົ້າໃຫ້ສຳເລັດໃນປີ 2025.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ກັນຍາ 2024, ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມມີ ທ່ານ ດຣ, ກາວ ກິມຮູນ ເລຂາທິການໃຫຍ່ອາຊຽນ, ບັນດາລັດຖະມົນຕີ ຮອງລັດຖະມົນຕີ, ຜູ້ແທນຈາກປະເທດສະມາຊິກອາຊຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ດັ່ງກ່າວ ໄດ້ສຸມໃສ່ ປຶກສາຫາລື, ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງ ຄະນະເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ບົດລາຍງານຄະນະເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຖະແຫຼງການຮ່ວມຂອງກອງປະຊຸມສະພາເຂດການຄ້າເສລີອາຊຽນ ຄັ້ງທີ 38. 

ໂອກາດດັ່ງກ່າວ ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ໃນປີຜ່ານມາ, ພວກເຮົາໄດ້ຈັດຕັ້ງປະຕິບັດບັນດາແຜນວຽກກ່ຽວກັບການສ້າງເຂດການຄ້າເສລີອາຊຽນ ໄດ້ບັນລຸຕາມເປົ້າໝາຍຫຼາຍດ້ານ ໂດຍສະເພາະພວກເຮົາສາມາດແກ້ໄຂ ບັນດາຂໍ້ຄົງຄ້າງທີ່ເກີດຈາກການຈັດຕັ້ງປະຕິບັດສັນຍາການຄ້າດ້ານສິນຄ້າອາຊຽນ ແລະ  ການນໍາໃຊ້ການແລກປ່ຽນບັນດາ ເອກະສານ ການຄ້າແບບເອເລັກໂຕຣນິກ ຜ່ານລະບົບບໍລິການແຈ້ງພາສີປະຕູດຽວອາຊຽນ. ພ້ອມນັ້ນ.
ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໄດ້ສະແດງຄວາມຫວັງວ່າ ການເຈລະຈາຍົກລະດັບສັນຍາດັ່ງກ່າວ ຈະສາມາດສຳເລັດໃນປີ 2025 ຕາມທີ່ໄດ້ກໍານົດໄວ້ ເພື່ອສືບຕໍ່ເພີ່ມທະວີການເຊື່ອມໂຍງການຄ້າດ້ານສິນຄ້າໃນພາກພື້ນຂອງພວກເຮົາ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງຕື່ມອີກ.

ອາຊຽນໄດ້ສ້າງຕັ້ງເຂດການຄ້າເສລີອາຊຽນຄັ້ງທຳອິດ ໃນປີ 1992 ພາກພື້ນອາຊຽນ ເຊິ່ງໄດ້ມີການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະ ການຫຼຸດຜ່ອນ ແລະ ລົບລ້າງອັດຕາພາສີ, ການສ້າງຄວາມສະດວກທາງດ້ານການຄ້າ ແລະ ການຫັນເປັນທັນສະໄໝດ້ານການເຊື່ອມໂຍງລະບົບແຈ້ງພາສີ ແລະ ອື່ນໆ. 

ປັດຈຸບັນ, ອາຊຽນ ໄດ້ລົບລ້າງອັດຕາພາສີເກືອບໝົດທຸກລາຍການສິນຄ້າ, ກວມເອົາ 98.6% ຂອງລາຍການອັດຕາພາສີທັງໝົດ ແລະ ສືບຕໍ່ພັດທະນາລະບົບແຈ້ງພາສີ ປະຕູດຽວອາຊຽນຢ່າງຕໍ່ເນື່ອງ ເຊິ່ງເປັນການຫຼຸດຜ່ອນຕົ້ນທຶນການຄ້າ ແລະ ອໍານວຍຄວາມສະດວກແກ່ພາກທຸລະກິດ ໃນພາກພື້ນ. 

ໃນໂອກາດດຽວກັນ, ທ່ານ ມະໄລທອງ ກົມມະສິດ ໄດ້ຮຽກຮ້ອງໃຫ້ບັນດາທ່ານລັດຖະມົນຕີ ໃຫ້ການສະໜັບສະໜູນ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອແກ້ໄຂບັນຫາຮ່ວມກັນ ແລະ ມີທິດຊີ້ນໍາທີ່ຊັດເຈນຕໍ່ບັນຫາດັ່ງກ່າວ, ແນໃສ່ສ້າງສະພາບແວດລ້ອມທີ່ເອື້ອອໍານວຍແກ່ການສົ່ງເສີມການຄ້າໃນພາກພື້ນຂອງພວກເຮົາ ໃຫ້ນັບມື້ນັບເພີ່ມຂຶ້ນ.

ໃນປີ 2023 ທີ່ຜ່ານມາ, ມູນຄ່າການຄ້າພາຍໃນອາຊຽນ ສາມາດບັນລຸໄດ້ 759 ຕື້ ໂດລາສະຫະລັດ, ກວມເອົາ 21.5 % ຂອງມູນຄ່າການຄ້າທັງໝົດຂອງອາຊຽນ.