ຄຣິສຕຽນ ບິຊອບ ອາຍຸ 33 ປີ ໄດ້ຄົບຫາກັບ ອະດຳ ແຟນໜຸ່ມອາຍຸ 34 ປີ ໂດຍທັງສອງພົບຮັກກັນຜ່ານແອັບຫາຄູ່ຕັ້ງແຕ່ປີ 2020 ແລະ ວາງແຜນກັນຈະໄປທ່ອງທ່ຽວທີ່ອິສຕັນບູນ ປະເທດຕຸລະກີ, ແຕ່ວ່າເຫຼືອອີກ 4 ມື້ກ່ອນເດີນທາງ ຄຣິສຕຽນກໍໄດ້ຮູ້ຄວາມຈິງທີ່ສະເທືອນໃຈວ່າແຟນໜຸ່ມຂອງຕົນນັ້ນໄປມີສາວອີກຄົນ ແຜນແກ້ແຄ້ນຂອງສອງສາວຈຶ່ງເລີ່ມຕົ້ນຂຶ້ນ.

ຄຣິສຕຽນໄດ້ຮັບຂໍ້ຄວາມສຽງຂອງ ໂຊຟີ ມິລເລີ ອາຍຸ 26 ປີ ວ່າລາວເອງກໍກຳລັງຄົບຫາຢູ່ກັບອະດຳເຊັ່ນກັນ ຕອນທຳອິດລາວກໍບໍ່ເຊື່ອ ຈົນໂຊຟີພິສູດໃຫ້ເຫັນວ່າແທ້ ໂດຍການວິດີໂອຄອລຕອນຢູ່ຫ້ອງອະດຳໃຫ້ເບິ່ງ, ຫຼັງຈາກນັ້ນ ທັງສອງກໍໄດ້ນັດອອກໄປລົມກັນ ແລະ ໄດ້ຮູ້ຄວາມຈິງທຸກຢ່າງ ວ່າພວກເຂົາທັງສອງຮູ້ຈັກອະດຳຜ່ານແອັບຫາຄູ່ ແຖມຍັງລົມກັບພວກເຂົາພ້ອມກັນໃນເວລາໃກ້ຄຽງກັນ.

ທັງສອງມີຄວາມເສຍໃຈ ແຕ່ຄຣິສຕຽນກໍບໍ່ສາມາດຍົກເລີກທຣິບໄດ້ ເພາະວ່າຈອງ ແລະ ຈ່າຍມັດຈຳໄປແລ້ວ ຕອນທຳອິດລາວຈະໄປເອງຄົນດຽວ ແຕ່ໂຊຟີກໍໄດ້ສະເໜີວ່າຈະຮ່ວມເດີນທາງໄປນຳ.
ເມື່ອຮອດມື້ເດີນທາງ ຄຣິສຕຽນ ແລະ ອະດຳກໍໄດ້ເດີນທາງໄປຕຸລະກີ ຕອນຢູ່ສະໜາມບິນຕຸລະກີນັ້ນ ໂຊຟີທີ່ໄດ້ນັດກັບຄຣິສຕຽນກໍໄດ້ເດີນທາງມາຖ້າທີ່ສະໜາມບິນກ່ອນແລ້ວ ໄດ້ປາກົດຕົວຂຶ້ນ ອະດຳຕື່ນຕົກໃຈຢ່າງເຫັນໄດ້ຊັດເຈນ ວ່າພວກເຂົາທັງສອງຮູ້ຈັກໄດ້ແນວໃດ ແລະ ຖືກສັ່ງວ່າຫ້າມຕິດຕໍ່ກັບພວກເຂົາທັງສອງອີກ ແລ້ວສອງສາວກໍຍ່າງຈາກໄປ ຖິ້ມໃຫ້ອະດຳງົງຄ້າງຢູ່ສະໜາມບິນວ່າມັນເກີດຂຶ້ນໄດ້ແນວໃດ.

ຫຼັງຈາກນັ້ນ ທັງຄຣິສຕຽນ ແລະ ໂຊຟີ ກໍປ່ຽນຊື່ຜູ້ຈອງຈາກອະດຳ ເປັນໂຊຟີທັງໝົດ ແລ້ວສອງສາວກໍໄປທ່ຽວກັນຢ່າງມ່ວນຊື່ນ. ຈາກທີ່ຖືກຜູ້ຊາຍຄົນດຽວກັນຫຼອກ ກາຍມາເປັນມິດຕະພາບຂອງເພື່ອນຍິງພະລັງຍິງເອົາຊື່ໆ!!! ຖ້າເປັນເຮົາ ຖືກຫຼອກຄົບຊ້ອນແບບນີ້ເດ ຈະມີວິທີແກ້ເຜັດແບບໃດ!!!

ຂອບໃຈທີ່ມາ:
https://www.sanook.com/news/8399706/
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/