ສປປ ລາວໄດ້ກາຍເປັນປະຕູເຊື່ອມຈອດລະຫວ່າງຈີນກັບປະເທດສະມາຊິກອາຊຽນ ຜ່ານການເຊື່ອມຈອດການຂົນສົ່ງທາງລົດໄຟ ລາວ-ຈີນ ເປັນທ່າແຮງສຳຄັນ  ດຶງດູດການລົງທຶນໃນພາກພື້ນ.

ອີງຕາມ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ໃຫ້ສຳພາດກັບສື່ມວນຊົນເມື່ອບໍ່ດົນມານີ້ວ່າ : ທາງລົດໄຟລາວ-ຈີນ ເຮັດໃຫ້ປະເທດລາວກາຍເປັນປະຕູເຊື່ອມຈອດລະຫວ່າງຈີນກັບປະເທດສະມາຊິກອາຊຽນ. 

ສປປ ລາວ ເປັນໜຶ່ງປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເຮັດໃຫ້ຕົ້ນທຶນໃນການຂົນສົ່ງສິນຄ້າອອກໄປປະເທດຕ່າງໆ ມີລາຄາທີ່ສູງ ບໍ່ສາມາດແຂ່ງຂັນກັບປະເທດອື່ນໄດ້.

ທ່ານ ມະໄລທອງ ກົມມະສິດ ກ່າວວ່າ:  ນັບແຕ່ເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນໄລຍະ 3 ປີຜ່ານມາ ບໍລິມາດສິນຄ້າລະຫວ່າງລາວ ແລະ ຈີນ ເພີ່ມຂຶ້ນທຸກປີ ແລະ ຍັງຊ່ວຍຊຸກຍູ້ໃຫ້ມີການລົງທຶນເພີ່ມຂື້ນ ໂດຍສະເພາະນັກລົງທຶນຈາກ ສປ ຈີນ,​ ຈາກປະເທດເອີຣົບ ແລະ ບັນດາປະເທດອາຊຽນ.

ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າກ່າວວ່າ: ລາວເປັນປະຕູເຊື່ອມຈອດ ຈີນອາຊຽນ ຍ້ອນວ່າ ສິນຄ້າຈາກຈີນ ສິໄປໄທ ໄປກຳປູເຈຍ ໄປບັນດາປະເທດທີ່ຢູ່ທາງໃຕ້ ກໍຕ້ອງຜ່ານລົດໄຟລາວຈີນ,​ ໃນຂະນະດຽວກັນ ສິນຄ້າຈາກໄທ, ຈາກກຳປູເຈຍ ຫຼື ບັນດາປະເທດທີ່ຢູ່ທາງຕາເວັນອອກສ່ຽງໃຕ້ ຈະໄປຈີນ ເຊິ່ງເປັນຕະຫຼາດທີ່ໃຫຍ່ ແລະ ມີມູນຄ່າມະຫາສານ ກໍຕ້ອງໄດ້ຜ່ານ ທາງລົດໄຟລາວຈີນ ເຊັ່ນດຽວກັນ.

https://www.facebook.com/crifm93/videos/1101293054889477