ສ ເກົາຫຼີ ໄດ້ປະກາດແຜນນະໂຍບາຍການຄ້າສະບັບໃໝ່, ໃນນັ້ນມີຍຸດທະສາດຂະຫຍາຍເຄືອຂ່າຍສັນຍາການຄ້າເສລີ (FTA) ແລະ ຊຸກຍູ້ຄວາມຫຼາກຫຼາຍ ແລະ ຮັດກຸມຂອງລະບົບຕ່ອງໂສ້ການສະໜອງ.

ອີງຕາມການລາຍງານຂອງ koreajoongangdaily ລະບຸວ່າ: ໃນກອງປະຊຸມລັດຖະມົນຕີ ຄັ້ງທີ 44 ໂດຍທ່ານ ຮານ ດັກ ໂຊ ນາຍົກລັດຖະມົນຕີ ສ ເກົາຫຼີ ເປັນປະທານ, ລັດຖະບານ ສ ເກົາຫຼີ ໄດ້ຕີລາຄາບັນດາໝາກຜົນຂອງນະໂຍບາຍການຄ້າໃນ 2 ປີຜ່ານມາ ແລະ ປະກາດຖະແຫຼງການນະໂຍບາຍການຄ້າສະບັບໃໝ່ ໂດຍສຸມໃສ່ຜັນຂະຫຍາຍຕາໜ່າງ FTA, ຮັດແໜ້ນ ແລະ ຜັນຂະຫຍາຍລະບົບການສະໜອງ.

ບັນດາເຈົ້າໜ້າທີ່ລັດຖະບານກ່າວວ່າ: ເຖິງວ່າບັນລຸໄດ້ໝາກຜົນດ້ານການສົ່ງອອກ ແລະ ດຶງດູດການລົງທຶນຈາກຕ່າງປະເທດໂດຍຜ່ານການທູດດ້ານການຂາຍໃນລະດັບສູງກໍຕາມ, ແຕ່ ສ ເກົາຫຼີ ຍັງຕ້ອງກຳນົດເສັ້ນທາງໃໝ່ເພື່ອຮັບມືກັບຄວາມບໍ່ໝັ້ນຄົງທາງດ້ານພູມສາດທີ່ເພີ່ມຂຶ້ນ ແລະ ກ່ຽວກັບບັນດາປະເທດໃຫຍ່ພວມມີທ່າອ່ຽງໃນການປົກປ້ອງການຄ້າ, ເພີ່ມທະວີບັນດາມາດຕະການບຸລິມະສິດໃຫ້ສິນຄ້າພາຍໃນປະເທດ ເພື່ອແນໃສ່ຮັບປະກັນຄວາມປອດໄພດ້ານເສດຖະກິດ.

ຖະແຫຼງການສະບັບໃໝ່ຂອງ ສ ເກົາຫຼີ ໄດ້ສະເໜີ 4 ໜ້າທີ່ຕົ້ນຕໍ, ໃນນັ້ນ ວຽກງານຫຼັກແມ່ນຜັນຂະຫຍາຍເຄືອຂ່າຍ FTA ຂອງ ສ ເກົາຫຼີ ໃຫ້ຂຶ້ນສູ່ລະດັບນຳໜ້າຂອງໂລກ ດ້ວຍການກວມເອົາ 90% ຂອງ GDP ໂລກ.

ທີ່ມາ: https://koreajoongangdaily.joins.com/news/2024-08-22/business/industry/Korea-aims-to-expand-FTA-network-with-emerging-countries/2118533