ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານແຫ່ງລັດ ສສ. ຫວຽດນາມ (ທຫວ) ຫາລື ສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນ ກີບ-ດົງໃນການຄ້າການລົງທຶນ ສອງຝ່າຍ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ປ້ອງກັນຄວາມສ່ຽງຈາກພາຍນອກ.

ອີງຕາມການລາຍງາຍຂອງ ທະນາຄານແຫ່ງ ສປປ ລາວ ເມື່ອບໍ່ດົນມານີ້, ທີ່ ນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານແຫ່ງລັດ ສສ. ຫວຽດນາມ (ທຫວ) ໄດ້ຮ່ວມກັນຈັດກອງປະຊຸມສຳມະນາ ແລກປ່ຽນວິຊາການພາຍໃຕ້ຫົວຂໍ້: “ການສົ່ງເສີມການນໍາໃຊ້ເງິນສະກຸນທ້ອງຖິ່ນ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ”.

ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານ ໂດຍ ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ, ຮອງຜູ້ວ່າການ ທຫລ, ພ້ອມດ້ວຍການເຂົ້າຮ່ວມຂອງຄະນະກົມ, ຄະນະພະແນກ ແລະ ວິຊາການທີ່ກ່ຽວຂ້ອງ; ທະນາຄານທຸລະກິດຈາກ ສປປ ລາວ ແລະ ສສ.ຫວຽດນາມ ທີ່ດໍາເນີນການເຄື່ອນໄຫວຢູ່ ສປປ ລາວ; ແລະ ຜູ້ຄວບຄຸມລະບົບການຊໍາລະເງິນທົ່ວໄປຂອງທັງສອງປະເທດເຂົ້າຮ່ວມ ກໍຄື ບໍລິສັດ LAPNet (Lao National Payment Network) ແລະ ບໍລິສັດ NAPAS (National Payment Corporation of Vietnam).

ອີງຕາມຂໍ້ມູນທາງດ້ານການຄ້າ ແລະ ການລົງທຶນ, ສສ. ຫວຽດນາມ ແມ່ນເປັນປະເທດຄູ່ຄ້າອັນດັບທີ 3 ຂອງ ສປປ ລາວ ແລະ ທັງສອງຝ່າຍກໍໄດ້ມີການຮ່ວມມືກັນທາງດ້ານການຄ້າ ແລະ ການລົງທຶນ ມາເປັນເວລາດົນນານ ຊຶ່ງເປັນບ່ອນອີງທີ່ສໍາຄັນໃນການຮ່ວມມື ແລະ ສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ ກີບ-ດົງ ລະຫວ່າງກັນໃຫ້ເປັນຮູບປະທໍາໃນຕໍ່ໜ້າ. ກອງປະຊຸມສໍາມະນາແລກປ່ຽນວິຊາການຄັ້ງນີ້ ແມ່ນເປັນເວທີໃນການແລກປ່ຽນຄໍາຄິດເຫັນ ແລະ ສ້າງຄວາມເຂົ້າໃຈຕໍ່ກັບວຽກງານດັ່ງກ່າວຫຼາຍຂຶ້ນ.

ພາຍໃນກອງປະຊຸມ, ທ່ານ ນາງ ຈັນເທວີວັນ ແກ້ວບຸນພັນ, ຮອງຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ, ທຫລ; ທ່ານ ນາງ ດາວ ຖຸຍ ຮັງ (Dao Thuy Hang), ຮອງຫົວໜ້າກົມຮ່ວມມືສາກົນ, ທຫວ, ໄດ້ຂຶ້ນບັນຍາຍໃນຫົວຂໍ້ “ວຽກງານສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ (ກີບ-ດົງ)”; ແລະ ທ່ານ ຫງວຽນ ກວ່າງ ມິງ (Nguyen Quang Minh), ຜູ້ອໍານວຍການໃຫຍ່ຂອງ NAPAS, ໄດ້ນໍາສະເໜີກ່ຽວກັບ ‘‘ໂຄງການເຊື່ອມຕໍ່ການຊໍາລະຍ່ອຍຂ້າມແດນ ລາວ-ຫວຽດນາມ ໃນຮູບແບບ QR Code’’ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມສຳມະນາໄດ້ຮັບຟັງ, ທັງໄດ້ມີການຮັບຊົມວິດີໂອກ່ຽວກັບການຊໍາລະຍ່ອຍຂ້າມແດນ ລາວ-ຫວຽດນາມ ຜ່ານ QR Code ແລະ ມີການເປີດກວ້າງແລກປ່ຽນຄໍາຄິດເຫັນກັນຢ່າງເປັນຂະບວນຟົດຟື້ນ.

ສໍາລັບລະບົບການເຊື່ອມຕໍ່ການຊຳລະຍ່ອຍຂ້າມແດນ ລາວ-ຫວຽດນາມ ໃນຮູບແບບ QR Code ນີ້ ແມ່ນກຳລັງຢູ່ໃນໄລຍະກະກຽມ ແລະ ຈະເລີ່ມດຳເນີນໂຄງການໄລຍະທີ່ 01 (ຫວຽດນາມ ສະແກນ ລາວ) ໃນເດືອນ ກັນຍາ 2024 ເຊິ່ງມີ 09 ທະນາຄານຂອງ ສສ. ຫວຽດນາມ (VietinBank, SacomBank, BIDV, VietcomBank, TPBank, NGAN HANG NAM A, SHB, BVBank ແລະ MBBank) ແລະ 13 ທະນາຄານຂອງ ສປປ ລາວ (BCEL, APB, BIC, JDB, LVB, STB, VietinBank Lao, Phongsavanh Bank, SacomBank Lao, ACLEDA, MBBank Lao, MJBL ແລະ Indochina Bank) ເຂົ້່າຮ່ວມ.

ໃນປັດຈຸບັນ, ບັນດາປະເທດໃນອາຊຽນ ລວມທັງ ສປປ ລາວ ໄດ້ຫັນທິດທາງໄປສູ່ການນໍາໃຊ້ສະກຸນເງິນທ້ອງຖິ່ນ ເພື່ອປ້ອງກັນຄວາມສ່ຽງຈາກການປ່ຽນແປງທາງດ້ານການເມືອງ, ພູມີລັດຖະສາດ, ເສດຖະກິດ ແລະ ການເງິນ. ນອກຈາກນີ້, ຍັງເປັນການສົ່ງເສີມການຮ່ວມມືລະຫວ່າງພາກພື້ນ ແລະ ສາກົນ

ທີ່ມາ: ທຫລ