ມາເລເຊຍ ປະກາດການຊຸກຍູ້ ແລະ ດຶງດູດການລົງທຶນ ໂດຍການຍົກເວັ້ນການເສຍພາສີສຳລັບເຂດການເງິນພິເສດ Forest City, ໃນລັດ Johor ທາງພາກໃຕ້ຂອງປະເທດ, ສຳລັບໂຄງການຂະໜາດໃຫຍ່ທີ່ມີມູນຄ່າ 100 ຕື້ໂດລາສະຫະລັດ.
ອີງຕາມການລາຍງານຂອງ Vnexpress ລັດຖະມົນຕີການເງິນ, ທ່ານ Datuk Seri Amir Hamzah Azizan ກ່າວວ່າ, Forest City ຈະເປັນສະຖານທີ່ທໍາອິດໃນປະເທດມາເລເຊຍທີ່ສະເໜີອັດຕາພາສີ 0% ໃຫ້ກັບນັກລົງທຶນ.
ທ່ານກ່າວວ່າ ການຜ່ອນຜັນ ພາສີ ດັ່ງກ່າວ ເປັນສ່ວນໜຶ່ງຂອງ ການແຂ່ງຂັນ ທາງດ້ານ ແຮງຈູງໃຈ ເພື່ອເຮັດໃຫ້ ໂຄງການ ຂະໜາດໃຫຍ່ ກາຍເປັຍແມ່ແຮງໃນການດຶງດູດແຫຼ່ງທຶນຈາກຕ່າງປະເທດ, ລວມທັງອັດຕາອາກອນ ວິສາຫະກິດ ສຳປະທານ 0-5% ແລະ ອັດຕາ ພາສີ ລາຍໄດ້ ສະເພາະ ບຸກຄົນ 15% ສໍາລັບ ຄົນງານ ມີສີມື ແລະ ຊາວມາເລເຊຍທີ່ເລືອກທີ່ຈະເຮັດວຽກຢູ່ຫັ້ນ.
ໃນເນື້ອທີ່ເກືອບ 30 ເຮັກຕາ, Forest City ມີເປົ້າໝາຍທີ່ຈະມີຊາວເມືອງ 700,000 ຄົນ. ນາຍົກລັດຖະມົນຕີມາເລເຊຍ Anwar Ibrahim ໄດ້ປະກາດໂຄງການດັ່ງກ່າວຢ່າງເປັນທາງການໃນວັນທີ 25 ສິງຫາປີກາຍ.
ໂຄງການດັ່ງກ່າວມີຈຸດປະສົງເພື່ອຊ່ວຍໃຫ້ບັນດາປະເທດສົມທົບກັນຢ່າງແໜ້ນແຟ້ນໃນການດຶງດູດຄວາມສາມາດ ແລະ ແຫຼ່ງເງິນລົງທຶນ, ຊຸກຍູ້ການພັດທະນາເສດຖະກິດຂອງພາກພື້ນ.
ທີ່ມາ: Vnxpress